ສະຫຼຸບການຮຽນ-ການສອນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ແລະ ຊຸດເຝິກອົບຮົມໄລຍະສັ້ນ

    ພິທີສະຫຼຸບການຮຽນ-ການສອນທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຮຸ່ນທີ XXXVII ຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ.ນວ) ຊຸດເຝິກອົບຮົມໄລຍະສັ້ນຄະນະໜ່ວຍພັກ-ອົງການປົກຄອງບ້ານຢູ່ເມືອງສີໂຄດຕະບອງ ຮຸ່ນທີ XVI ແລະ ຢູ່ເມືອງໄຊເສດຖາ ຮຸ່ນທີ XVII ຈັດ ຂຶ້ນວັນທີ 5 ກັນຍາ 2022 ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນວ ໂດຍເປັນປະທານຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີຫົວໜ້າພະແນກ ຍທຂ.ນວ ເຈົ້າເມືອງສີໂຄດຕະບອງ ບັນດາຄູ-ອາຈານ ນັກສຶກສາ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

    ນາງ ວຽງພອນ ແກ້ວຄູນສີ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ ກ່າວວ່າ: ໂຮງຮຽນການເມືອງ ແລະ ການປົກຄອງ ນວ ໄດ້ຈັດຕັ້ງການຮຽນ-ການສອນ 3 ລະບົບ ສະເພາະພິທີໃນມື້ນີ້ ແມ່ນສະຫຼຸບຖອດຖອນບົດຮຽນ 2 ລະບົບ ມີ 2 ຫ້ອງຮຽນຄື:ຊັ້ນຕົ້ນ ຮຸ່ນທີ XXXVII ຊຸດເຝິກອົບຮົມໄລຍະສັ້ນສໍາລັບຄະນະໜ່ວຍພັກ-ອົງການປົກຄອງບ້ານ ຢູ່ເມືອງສີໂຄດຕະບອງ ຮຸ່ນທີ XVI ຊຸດທີ III ແລະ ເມືອງໄຊເສດຖາ ຮຸ່ນທີ XVII ຊຸດທີ II ມີນັກສຶກສາທັງໝົດ 162 ສະຫາຍ ຍິງ 57 ສະຫາຍ ຫ້ອງຮຽນຊັ້ນຕົ້ນ ຮຸ່ນທີ XXXVII ມີນັກສຶກສາເຂົ້າຮຽນ 45 ສະຫາຍ ຍິງ 7 ສະຫາຍ ເລີ່ມຮຽນແຕ່ວັນທີ 21 ມັງກອນ 2021 ເຖິງວັນທີ 23 ກໍລະກົດ 2022 ມີນັກສຶກສາຮຽນຈົບ 44 ສະຫາຍ ຍ້ອນມີ 1 ສະຫາຍເສຍຊີວິດ ເຊິ່ງຮຽນແບບປະຈໍາການ ອາທິດໜຶ່ງຮຽນ 2 ວັນຄື:ວັນສຸກ ແລະ ວັນເສົາ ຜ່ານການປະເມີນຜົນການສອບເສັງ 10 ວິຊາ ສາມາດສອບເສັງຈົບຊັ້ນ ແລະ ໄດ້ຮັບໃບປະກາສະນີຍະບັດຊັ້ນຕົ້ນທິີດສະດີການເມືອງ-ການປົກຄອງໄດ້ທັງໝົດ 44 ສະຫາຍ ຍິງ 7 ສະຫາຍ.

    ສໍາລັບຊຸດເຝິກອົບຮົມໄລຍະສັ້ນ ຄະນະໜ່ວຍພັກ-ອົງການປົກຄອງບ້ານຢູ່ເມືອງສີໂຄດຕະບອງ ຊຸດທີ III ແລະ ເມືອງໄຊເສດຖາ ຊຸດທີ II ພາຍຫຼັງຮຽນສໍາເລັດແລ້ວ ນັກສຶກສາໄດ້ຂຽນບົດປະເມີນຜົນຄວາມຮູ້ 1 ສະ ຫາຍຕໍ່ບົດ ຊຸດບໍາລຸງໄລຍະສັ້ນຢູ່ເມືອງສີໂຄດຕະບອງ ລວມທັງໝົດ 54 ບົດ ເທົ່າກັບ 100% ຂຽນບົດຜັນຂະຫຍາຍມະຕິວ່າດ້ວຍການພັດທະນານະຄອນຫຼວງວຽງຈັນໃນໄລຍະໃໝ່ 1 ບົດຕໍ່ສະຫາຍ ລວມ 54 ບົດ ເທົ່າກັບ 100% ແລະ ຊຸດບໍາລຸງໄລຍະສັ້ນຢູ່ເມືອງໄຊເສດຖາ ລວມທັງໝົດ 60 ບົດ ເທົ່າກັບ 100% ຂຽນບົດຜັນຂະຫຍາຍມະຕິວ່າດ້ວຍການພັດທະນານະຄອນຫຼວງວຽງຈັນໃນໄລຍະໃໝ່ 1 ບົດຕໍ່ສະຫາຍ ລວມມີ 60 ບົດ ເທົ່າກັບ 100%.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!