ທາບທາມຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ

     ອົງການກວດສອບແຫ່ງລັດ ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງປີ 2016 ວັນທີ 6 ກັນຍາ 2022 ທີ່ອົງການດັ່ງກ່າວ ເປັນປະທານຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ມີຜູ້ເຂົ້າຮ່ວມຈາກຫ້ອງວ່າການປະທານປະເທດ ສະພາແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ກະຊວງຍຸຕິທໍາ ກະຊວງການເງິນ ກະຊວງແຜນການ ແລະ ການລົງທຶນ ອົງການກວດກາແຫ່ງລັດ ສານປະຊາຊົນສູງສຸດ ອົງການໄອຍະການປະຊາຊົນສູງສຸດ ທະນາຄານແຫ່ງ ສປປ ລາວ ອົງການກວດສອບປະຈຳພາກກາງ ຫ້ອງການ ບັນດາກົມ ແລະ ສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມວຽກງານກວດສອບຂອງອົງການກວດສອບແຫ່ງລັດ.

    ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອທາບທາມຄຳເຫັນຕໍ່ກັບຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບເລກທີ 09/ສພຊ ປະກອບມີ 10 ພາກ 7 ໝວດ ແລະ 75 ມາດຕາ ຜ່ານການຄົ້ນຄວ້າ ແລະ ຈັດກອງປະຊຸມວິຊາການ ແລກປ່ຽນຄຳຄິດຄຳເຫັນພາຍໃນຄະນະຮັບຜິດຊອບ ຈຶ່ງໄດ້ເຫັນດີເປັນເອກະພາບປັບປຸງ ເພີ່ມ ແລະ ຕັດອອກບາງພາກ ບາງໝວດ ແລະ ບາງມາດຕາທີ່ເຫັນວ່າບໍ່ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ແລະ ມີເນື້ອໃນຍັງບໍ່ທັນຈະແຈ້ງ ສ່ວນເນື້ອໃນທີ່ຍັງສອດຄ່ອງ ແລະ ບໍ່ມີຜົນກະທົບ ແມ່ນຍັງຮັກສາໄວ້ຄືເກົ່າ ໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງໃໝ່ ປະກອບມີ 11 ພາກ 13 ໝວດ ແລະ 95 ມາດຕາ ໂດຍເຫດຜົນໃນການປັບປຸງເພີ່ມໃໝ່ ແລະ ຕັດອອກຂອງບາງພາກ ໝວດ ແລະ ມາດຕາ ເພື່ອແນໃສ່ເຮັດໃຫ້ເນື້ອໃນກົດໝາຍມີຄວາມຄົບຖ້ວນ ຖືກຕ້ອງຕາມຂັ້ນຕອນການສ້າງ ແລະ ປັບປຸງນິຕິກຳ ມີຄວາມຮັບປະກັນ ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ນອກນັ້ນ ເພື່ອປະເມີນຄືນກ່ຽວກັບການເຮັດວຽກງານຮ່ວມກັນລະຫວ່າງອົງການກວດສອບແຫ່ງລັດ ກັບບັນດາເປົ້າໝາຍຖືກກວດສອບ ເພື່ອຕີລາຄາການຮ່ວມມືໃນເວລາດຳເນີນການກວດສອບ ເປັນຕົ້ນ ການຕອບຮັບຂໍ້ຕົກລົງ ການກວດສອບ ການແຕ່ງຕັ້ງຄະນະຮ່ວມເຮັດວຽກ ການສະໜອງຂໍ້ມູນ ຫຼັກຖານການກວດສອບ ການປະກອບຄຳເຫັນ ແລະ ລົງລາຍເຊັນບົດບັນທຶກຜົນການກວດສອບຮ່ວມກັນ ແລະ ການຕັ້ງຂໍ້ສັງເກດ ການແນະນຳ ຜົນການກວດສອບຂອງຄະນະກວດສອບ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!