4 ບັນຫາຫຼັກທີ່ຂະແໜງການຍຸຕິທຳ ນວ ສະເໜີຕໍ່ ສສຊ ສສນວ

    ໃນວັນທີ 5 ກັນຍາ 2022 ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ນຳໂດຍທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານຄະນະສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ 1 ນວ ປະທານສະພາປະຊາຊົນນວ ທ່ານ ນາງ ສົມພຽນ ວົງໄຊ ຄະນະປະຈຳສະພາປະຊາຊົນ ສສ ນວ ຊຸດທີ II ແລະ ທ່ານ ນະຄະເສນ ສີຫາລາດ ລົງພົບພະນັກງານຢູ່ພະແນກຍຸຕິທຳ ນວ ມີຫົວໜ້າພະແນກຍຸຕິທຳ ນວ ພ້ອມຄະນະ ແລະ ປະທານສານ ນວ ພ້ອມດ້ວຍຄະນະພັກຮາກຖານ ສະມາຊິກພັກພະນັກງານພາຍໃນພະແນກຍຸຕິທຳ ເຂົ້າຮ່ວມ.

    ຈຸດປະສົງຂອງການລົງພົບປະພໍ່ແມ່ປະຊາຊົນຄັ້ງນີ້ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II ພ້ອມຮັບຟັງຄໍາຄິດຄໍາເຫັນ ຄໍາສະເໝີ ຂອງພໍ່ແມ່ປະຊາຊົນ ກ່ຽວກັບບັນຫາຂັດຂ້ອງໝອງໃຈຕ່າງໆ ເພື່ອຈະສະເໜີຕໍ່ອໍານາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ.

    ໂອກາດນີ້ ທ່ານ ພູທອນ ແກ້ວດວງມະນີ ກໍາມະການພັກ ນວ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຍຸຕິທຳ ນວ ແລະ ທ່ານ ນາງ ເກສອນ ພັນລັກ ເລຂາຄະນະພັກຮາກຖານ ປະທານສານປະຊາຊົນ ນວ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນໄລຍະຜ່ານມາ ໃນການປະຕິບັດໜ້າທີ່ວິຊາສະເພາະ ແລະ ບາງທິດທາງແຜນການໃນຕໍ່ໜ້າໃນທາງຄະນະໄດ້ຮັບຊາບ.

    ຈາກນັ້ນ ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ຜັດປ່ຽນກັນຂຶ້ນນຳສະເໜີເອກະສານເຜີຍເເຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ພິຈາລະນາບັນຫາສໍາຄັນຂອງຊາດ 10 ບັນຫາສຳຄັນ.

    ພ້ອມສັງລວມບາງຂໍ້ມູນເນື້ອໃນເອກະສານກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນ ນວ ຊຸດທີ II ກອງປະຊຸມສະໄໝສາມັນ ເທື່ອທີ 3  ຂອງສະພາປະຊາຊົນ ນວ ຊຸດທີ II ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນ ນວ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຮັບຮອງເອົາດ້ານຫຼັກການ ກ່ຽວກັບຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງ ນວ ຮັບຟັງການລາຍງານຊີ້ແຈງບາງວຽກງານສໍາຄັນພື້ນຖານ ນວ ບັນຫາອື່ນໆ.

    ເຊິ່ງການພົບປະຄັ້ງນີ້ ທາງ ສສຊ ສສນວ ໄດ້ເປີດໂອກາດໃຫ້ຄະນະນຳ ກໍຄືບັນດາສະມາຊິກພັກ ພະນັກງານທີ່ເຂົ້າຮ່ວມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ມີຫຼາຍບັນຫາທີ່ ໄດ້ຫຍິບຍົກຂຶ້ນມາສົນທະນາກັນ ໂດຍສະເພາະ 1 ສະເໜີໃຫ້ມີການປຸກສ້າງສາງເກັບມ້ຽນຊັບສິນທີ່ສານຕັດສິນແລ້ວ ແລະ ຮີບໂຮມຊັບສິນເປັນຂອງລັດ 2 ສະເໜີກ່ຽວກັບການຂໍນໍາໃຊ້ກອງທຶນຢາເສບຕິດ 3 ສະເໜີກ່ຽວກັບສັນຍາກູ້ຍືມ  ການຊື້-ຂາຍລົດ ຍາກໃຫ້ເປັນເງິນກີບ ແລະ 4 ສະເໜີກ່ຽວກັບການສ້າງຜັງເມືອງ ຢາກໃຫ້ເບິ່ງຄືນເລື່ອງຮ່ອງລະບາຍນໍ້າ ເນື່ອງຈາກເກີດນໍ້າຖ້ວມຂັງກະທົບຕໍ່ປະຊາຊົນ. ເຮັດໃຫ້ບັນຍາກາດຂອງການພົບປະຄັ້ງນີ້ຄຶກຄື້ນ ແລະ ສ້າງສັນ.

# ຂ່າວ – ພາບ : ບຸນມີ

error: Content is protected !!