ຮ່ວມມືດ້ານສະຖິຕິ ໃນການຈັດຕັ້ງປະຕິບັດວຽກງານຢູ່ບັນດາເຂດເສດຖະກິດພິເສດ

     ພິທີເຊັນບົດບັນທຶກການຮ່ວມມືວຽກງານສະຖິຕິ ໃນການຈັດຕັ້ງປະຕິບັດວຽກງານສະຖິຕິຢູ່ບັນດາເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ ຈັດຂຶ້ນໃນວັນທີ 5 ກັນຍາ 2022 ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ທ່ານ ຄໍາພັນ ຈະເລີນຜົນ ຫົວໜ້າກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດ ໂດຍມີທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນໍາວຽກງານເຂດເສດຖະກິດພິເສດ ທ່ານນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ມີບັນດາຫົວໜ້າກົມ ຫົວໜ້າຫ້ອງການ ບັນດາພະນັກງານຫຼັກແຫຼ່ງຈາກສອງພາກສ່ວນ ເຂົ້າຮ່ວມ.

   ທ່ານ ສອນປະເສີດ ດາລາວົງ ກ່າວວ່າ: ດັ່ງທີ່ຮູ້ນໍາກັນແລ້ວວ່າ ສປປ ລາວ ແມ່ນປະເທດໜຶ່ງທີ່ມີທ່າແຮງທາງດ້ານຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ ແລະ ເປັນຈຸດສູນໃນການເຊື່ອມໂຍງເຊື່ອມຈອດທາງດ້ານການຄົມມະນາຄົມຂົນສົ່ງກັບບັນດາປະເທດໃນອະນຸພາກພື້ນ ແລະ ສາກົນ ປັດຈຸບັນນີ້ ສປປ ລາວ ໄດ້ມີເສັ້ນທາງລົດໄຟລາວ-ຈີນ ທີ່ເຊື່ອມຕໍ່ຈາກ ສປ ຈີນ ເຖິງນະຄອນຫຼວງວຽງຈັນ ແລະ ມີທາງດ່ວນແຕ່ວຽງຈັນ-ວັງວຽງ ແລະ ມີແຜນທີ່ຈະກໍ່ສ້າງໃນອະນາຄົດຕື່ມອີກ ຈາກທ່າແຮງດັ່ງກ່າວ ເຂດເສດຖະກິດພິເສດກໍໄດ້ໝູນໃຊ້ທ່າແຮງທາງດ້ານທີ່ຕັ້ງ ແລວທາງເສດຖະກິດ ໂດຍສະເພາະ ເສັ້ນທາງລົດໄຟ ທາງດ່ວນ ຊ່ວຍເປັນການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນເຂດເສດຖະກິດພິເສດ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນທາງກົງ ແລະ ທາງອ້ອມ.

    ການພັດທະນາເຂດເສດຖະກິດພິເສດຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີຄວາມສໍາຄັນຫຼາຍ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະແມ່ນການດຶງດູດການລົງທຶນ ການສ້າງວຽກເຮັດງານທໍາໃຫ້ປະຊາຊົນ ນັບແຕ່ປີ 2003 ເຖິງປັດຈຸບັນ ມີເຂດເສດຖະກິດພິເສດທັງໝົດ 22 ເຂດຢູ່ 8 ແຂວງ ມາຮອດປັດຈຸບັນ ວຽກງານດັ່ງກ່າວກໍໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່ງຕໍ່ເນື່ອງ ປະກອບສ່ວນຕໍ່ກັບການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງປະເທດ ອັນພົ້ນເດັ່ນ ແມ່ນການກໍ່ສ້າງພື້ນຖານໂຄງລ່າງພາຍໃນເຂດ ການສ້າງຕົວເມືອງໃໝ່ ເຂດນິຄົມອຸດສາຫະກໍາ ເຂດການທ່ອງທ່ຽວທີ່ຕິດພັນກັບທາມະຊາດ ແລະ ວັດທະນະທໍາ ໂດຍສະເພາະແມ່ນການກໍ່ສ້າງອາຄານ ເສັ້ນທາງ ລະບົບໄຟຟ້າ ນ້ໍາປະປາ ກັນຕາຝັ່ງເຈື່ອນ ເສັ້ນທາງເຊື່ອມຕໍ່ເຂົ້າຫາເຂດໃຫ້ມີຄວາມສະດວກໃນການຄົມມະນາຄົມ ແລະ ອື່ນໆ ເຊິ່ງເຮັດໃຫ້ຊົນນະບົດມີໃບໜ້າໃໝ່ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບ່ອນເຂດຕັ້ງຢູ່ໃຫ້ດີຂຶ້ນເທື່ອລະກ້າວ.

    ນັບແຕ່ປີ 2003 ເປັນຕົ້ນມາ ບັນດາເຂດເສດຖະກິດພິເສດທີ່ລັດຖະບານໄດ້ເຊັນກັບຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ມີເນື້ອທີ່ຕາມສັນຍາ 36 ພັນກວ່າເຮັກຕາ ແຕ່ເນື້ອທີ່ໄດ້ຮັບຕົວຈິງແລ້ວແມ່ນ 16 ພັນກວ່າເຮັກຕາ ຢູ່ ສປປ ລາວ ຫຼາຍເຂດກໍໄດ້ສຸມໃສ່ດຶງດູດການລົງທຶນ ໂດຍໄດ້ມີບໍລິສັດເຂົ້າມາລົງທຶນ ແລະ ຈົດທະບຽນທັງໝົດ 1.158 ບໍລິສັດ ສ່ວນໃຫ່ຍເປັນບໍລິສັດທີ່ມາຈາກ ສປ ຈີນ ລາວ ໄທ ຍີ່ປຸ່ນ ແລະ ອື່ນໆຕາມລໍາດັບ ເຊິ່ງເຂດທີ່ມີການເຂົ້າມາລົງທຶນຫຼາຍກວ່າໝູ່ ແມ່ນເຂດສາມຫຼ່ຽມຄໍາ ບໍ່ເຕ່ນແດນງາມ ສະຫວັນ-ເຊໂນ ກວມລວມໄຊເຊດຖາ ຈໍາປາສັກ ແລະ ອື່ນໆ ນອກຈາກນັ້ນ ບັນດາເຂດເສດຖະກິດພິເສດ ຍັງໄດ້ປະຕິບັດພັນທະເຂົ້າງົບປະມານຂອງລັດ ໄດ້ທັງໝົດ 1.212 ຕື້ກວ່າກີບ ສ້າງວຽກເຮັດງານທໍາໄດ້ 64.904 ຄົນ (ລາວ 30.988 ຄົນ ແລະ ຕ່າງປະເທດ 33.916 ຄົນ) ສົ່ງອອກສິນຄ້າມູນຄ່າ 2.685 ຕື້ໂດລາສະຫະລັດ ນໍາເຂົ້າວັດຖຸດິບ ເຄື່ອງກົນຈັກ ແລະ ອຸປະກອນ ເພື່ອມາຮັບໃຊ້ການຜະລິດ ແລະ ກໍ່ສ້າງພື້ນຖານໂຄງລ່າງມູນ ຄ່າທັງໝົດ 5 ຕື້ໂດລາສະຫະລັດ.

error: Content is protected !!