ລາວ-ກູບາ ເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບ

     ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ເຮຣາໂດ ເປຍາເວ ປອດຕານ ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດກູບາ ພ້ອມດ້ວຍຄະນະ ໃນວັນທີ 5 ກັນຍາ ນີ້ທີ່ສໍານັກງານ ຄຕພ.

     ໂອກາດນີ້ ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນີ້ ສະຫາຍຍັງກໍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດ ຢູ່ ສປປ ລາວ ໃນຊຸມປີຜ່ານມາ ແລະ ທິດທາງແຜນພັດທະນາ ສປປ ລາວ ໃນຊຸມປີຕໍ່ໜ້າ ຕີລາຄາສູງມູນເຊື້ອການຮ່ວມມືລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງພັກ-ລັດ ແລະ ປະຊາຊົນກູບາ ໃນຕະຫຼອດໄລຍະຜ່ານມາ ກໍຄືປັດຈຸບັນ ສະຫາຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຂອງກູບາໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ຢ່າງໝັ້ນຄົງ ຕະຫຼອດໄລຍະ 60 ກວ່າປີ ທ່າມກາງການປິດລ້ອມຂອງຕາເວັນຕົກ ແລະ ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກອມມູນິດກູບາໃຫ້ປາກົດຜົນເປັນຈິງ.

      ສະຫາຍ ເຮຣາໂດ ເປຍາເວ ປອດຕານ ໄດ້ສະແດງຄວາມດີໃຈ ທີ່ໄດ້ມີໂອກາດຢ້ຽມຢາມ ສປປ ລາວ ແລະ ຊົມເຊີຍຕໍ່ບັນດາຜົນສຳເລັດທີ່ປະຊາຊົນລາວຍາດມາໄດ້ ໃນພາລະກິດສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ ບົດບາດ ແລະ ອິດທິພົນຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ອວຍພອນໃຫ້ພັກ-ລັດ ແລະ ປະຊາຊົນລາວ ອ້າຍ-ນ້ອງ ຈົ່ງປະສົບຜົນສຳເລັດອັນໃໝ່ໃຫຍຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວໃຫ້ປະກົດຜົນເປັນຈິງ.

(ຂ່າວ-ພາບ : ຄຕພ)

error: Content is protected !!