ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊີຕາເວັນອອກ ຄັ້ງທີ 36 (36th NEAT Country Coordinators Meeting)

    ວັນທີ 06 ກັນຍາ 2022 ສະຖາບັນການຕ່າງປະເທດ ໃນນາມປະທານໝູນວຽນຂອງເຄືອຂ່າຍຄັງປັນຍາອາຊີຕາເວັນອອກ (Network of East Asia Think Tanks /NEAT) ໄດ້ຈັດກອງປະຊຸມຜູ້ປະສານງານລະຫວ່າງບັນດາປະເທດເຄືອຂ່າຍຄັງປັນຍາ ຫຼື NEAT Country Coordinator’s Meeting ຄັ້ງທີ 36 ໂດຍການເປັນປະທານກ່າວເປີດຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມນີ້ ຍັງມີຄະນະສະຖາບັນ ຄະນະພະແນກ ແລະ ວິຊາການ ຈຳນວນ 12 ທ່ານ ເຂົ້າຮ່ວມ ແລະ ໄດ້ດໍາເນີນເປັນເວລາ ເຄິ່ງວັນ ໃນຮູບແບບກອງປະຊູມທາງໄກ (Zoom platform).

    ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອຮັບຟັງ ແລະ ທົບທວນຄືນບັນດາກິດຈະກໍາຕ່າງໆຂອງເຄື່ອຂ່າຍຄັງປັນຍາອາຊີຕາເວັນອອກ (NEAT) ເປັນຕົ້້ນ ຜົນຂອງກອງປະຊຸມໜ່ວຍງານວິຊາການ 6 ໜ່ວຍ (Working Groups) ຈາກ 6 ປະເທດສະມາຊິກຈັດຂຶ້ນ ພ້ອມທັງປຶກສາຫາລື ແລະ ຮັບຮອງເອົາບົດລາຍງານຜົນກອງປະຊຸມວິຊາການ (Working Group) ດັ່ງກ່າວ.

    ສຳຄັນ ແມ່ນກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາບົດລາຍງານ ສະບັບທີ 19 ຂອງກອງປະຊຸມເຄືອຂ່າຍຄັງປັນຍາອາຊີຕາເວັນອອກ ຫຼື NEAT Memorandum No. 19 ປະຈຳປີ 2022 ເພື່ອນຳສົ່ງໃຫ້ປະທານອາຊຽນ ພິຈາລະນາເອົາເຂົ້າໃນບົດຖະແຫຼງພາກລັດຖະບານໃນກອງປະຊຸມສຸດຍອດ ອາຊຽນ+3 ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍປີ 2022.

    ໃນພິທີເປີດກອງປະຊຸມຄັ້ງນີ້ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຊີ້ໃຫ້ເຫັນເຖິງສະພາບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນການຈັດກອງປະຊຸມວິຊາການ ຈໍານວນ 6 ຄັ້ງ ທີ່ຜ່ານມາ. ເຖິງວ່າຈະປະເຊີນກັບບັນຫາ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ແຕ່ກອງປະຊຸມແຕ່ລະຄັ້ງກໍໄດ້ສໍາເລັດລຸລ່ວງຕາມແຜນທີ່ໄດ້ກໍານົດໄວ້. ພ້ອມດຽວກັນນັ້ນ ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນທີ່ສໍາຄັນຂອງສະມາຊິກ NEAT ໃນການແກ້ໄຂບັນຫາຕ່າງໆ ເຊິ່ງບັນດາຂໍ້ສະເໜີແນະຈາກການຄົ້ນຄວ້າ ວິໄຈຂອງຜູ້ຊ່ຽວຊານສະເພາະທາງ ຜູ້ຊົງຄຸນວຸດທິຈາກປະເທດຕ່າງໆນັ້ນ ລ້ວນແຕ່ມີປະໂຫຍດແລະ ເປັນບ່ອນອີງສໍາຄັນໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມ ໃນການດໍາລົງຊີວິດຮູບແບບໃໝ່.

    ນອກຈາກນີ້ ທ່ານ ສອນໄຊ ວັນນະໄຊ ຮອງຫົວໜ້າສະຖາບັນການຕ່າງປະເທດ ຜູ້ຕາງໜ້າຈາກ NEAT ສປປ ລາວ ກໍໄດ້ລາຍງານຜົນກອງປະຊຸມໜ່ວຍງານວິຊາການ Working Group ທີ່ສະຖາບັນການຕ່າງປະເທດເປັນເຈົ້າພາບ ຈັດຂຶ້ນໃນຄັ້ງວັນທີ 9 ມິຖຸນາ 2022 ພາຍໃຕ້ຫົວຂໍ້: “ ການຟື້ນຟູການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ ຍືນຍົງ ແລະ ກວມລວມໃນທ່າມກາງການແຜ່ລະບາດຂອງພະຍາດ ໂຄວິດ-19 (Sustainable Inclusive and resilient Socio-Economic Recovery and Growth in the Midst of Pandemic) ”  ເຊິ່ງໄດ້ຮວບຮວມເອົາບັນດາຄຳຄິດຄຳເຫັນ  ແລະ  ຂໍ້ສະເໜີ ຕ່າງໆຈາກປະເທດສະມາຊິກ ເພື່ອປະກອບເນື້ອໃນເຂົ້າເປັນຮ່າງບົດບັນທຶກ ສະບັບທີ 19 (Memorandum No. 19).

    ໃນຕອນທ້າຍຂອງກອງປະຊຸມ ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ນໍາພາກອງປະຊຸມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອາຊຽນ 6 ປະເທດຂອງເຄືອຂ່າຍ NEAT ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເອົາໃຈໃສ່ປະກອບສ່ວນຮ່ວມກັນເປັນເຈົ້າພາບຈັດກອງປະຊຸມວິຊາການ 6 ຄັ້ງ ແລະ ໄດ້ຈັດຕັ້ງປະຕິບັດແຜນວຽກຕ່າງໆ ຕະຫຼອດໄລຍະການເປັນປະທານຂອງ ສປປ ລາວ ທ່າມກາງສະພາບຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນ ໄລຍະການຟື້ນຟຸເສດຖະກິດ ພາຍຫຼັງການລະບາດຢ່າງໜັກຂອງໂຄວິດ-19. ພ້ອມດຽວກັນນີ້ ບັນດາກິດຈະກໍາຕ່າງໆທີ່ໄດ້ຕົກລົງກັນຈັດຕັ້ງປະຕິບັດ ແລະ ສຳເລັດໄປກ່ອນໜ້າແລ້ວນັ້ນ ເພື່ອຈະໄດ້ສົ່ງມອບຄວາມຮັບຜິດຊອບຕໍ່ໄປໃຫ້ປະເທດເຈົ້າພາບໃນຮອບວຽນ ປີ 2023.

error: Content is protected !!