ຍົກລະດັບຄວາມຮູ້ວຽກງານໂຄສະນາປາຖະກະຖາ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ກະຊວງຍຸຕິທຳ

    ພິເປີດເຝີກອົບຮົມວຽກງານໂຄສະນາ -ປາຖະກະຖາ ໄລຍະສັ້ນ 5 ວັນ ຊຸດທີ III ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຂອງກະຊວງຍຸຕິທຳ ຈັດຂື້ນວັນທີ 5 ກັນຍາ 2022 ຢູ່ກະຊວງດັ່ງກ່າວ ໂດຍມີທ່ານ ບຸນທາ ຊົງເຍີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ ຜູ້ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ບຸນທາ ຊົງເຍີທ່າວ ໄດ້ກ່າວເປີດເຝີກອົບຮົມວ່າ: ການເຝີກອົບຮົມວຽກງານໂຄສະນາ-ປາຖະກະຖາຄັ້ງນີ້ ແມ່ນມີຄວາມສຳຄັນ ແລະ ຈຳເປັນສຳລັບສະມາຊິກພັກ ພະນັກງານນຳພາ-ຄຸ້ມຄອງຂອງກະຊວງຍຸຕິທຳ ເພື່ອເປັນການປະກອບຄວາມຮູ້ຄວາມສາມາດທາງດ້ານວິທີການໂຄສະນາ-ປາຖະກະຖາ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອໃຫ້ພະນັກງານນຳພາຄຸ້ມຄອງ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງການເມືອງ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ໃຫ້ເປັນຂະບວນການກ້ວາງຂວາງຂອງມະຫາຊົນ ເຮັດໃຫ້ແນວທາງປ່ຽນແປງໃໝ່ຂອງພັກເຮົາສືບຕໍ່ດຳເນີນໄປຢ່າງເລິກເຊິ່ງ ຮອບດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.

     ການເຝີກອົບຮົມສໍາມະນາກອນ 50 ທ່ານທີ່ມາຈາກບັນດາກົມຂອງກະຊວງຍຸຕິທຳ ຈະໄດ້ພ້ອມກັນຄົ້ນຄວ້າຮໍ່າຮຽນວຽກງານດັ່ງກ່າວໃນ 3 ບົດ ຄື: ບັນຫາພື້ນຖານຂອງວຽກງານໂຄສະນາ ເຕັກນິກການຂຽນເອກະສານ ຄຸນລັກສະນະ ສີລະປະໃນການປາກເວົ້າ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ ພ້ອມນັ້ນ ກໍຈະໄດ້ມີການຄົ້ນຄວ້າສົນທະນາ ແລະ ແລກປ່ຽນບົດຮຽນລະຫວ່າງນັກເຝີກອົບຮົມດ້ວຍກັນ ແລະ ນັກເຝີກອົບຮົມກັບວິທະຍາກອນ. ຊຸດເຝີກອົບຮົມຄົ້ງນີ້ ຈະໃຊ້ເວລາພຽງແຕ່ 5 ວັນ ນັບທັງການຮັບຟັງການບັນຍາຍຂອງອາຈານ ການຄົ້ນຄວ້າສົນທະນາ ແລກປ່ຽນບົດຮຽນ ດັ່ງນັ້ນ ຮຽກຮ້ອງມາຍັງຄະນະຮັບຜິດຊອບ ແລະ ບັນດາທ່ານທີ່ເຂົ້າຮ່ວມເຝີກອົບຮົມ ຈົ່ງໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບ ຄວາມເປັນເຈົ້າການໃຫ້ຢູ່ໃນລະດັບສູງ ເພື່ອແນໃສ່ເຮັດໃຫ້ຊຸດອົບຮົມວຽກງານດັ່ງກ່າວໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

.

# ຂ່າວ – ພາບ :  ລັດເວລາ

error: Content is protected !!