ເສືອໂຄ່ງລຸຍໄຟ ຜະລິດຂຶ້ນເພື່ອສົ່ງເສີມອາຫານພື້ນເມືອງລາວ ໂດຍຄົນລາວ ເພື່ອຄົນລາວ ແລະ ກ້າວສູ່ສາກົນ ທີ່ເປັນຄຳຂວັນຂອງຜູ້ຜະລິດແຕ່ຈະປະສົບຜົນສຳເລັດໄດ້ນັ້ນ ພວກເຮົາທຸກຄົນຕ້ອງຊຸກຍູ້ສົ່ງເສີມຜະລິດຕະພັນທີ່ຜະລິດຈາກຄົນລາວ ພ້ອມກັນຫັນມາບໍລິໂພກທີ່ຜະລິດຢູ່ພາຍໃນຫຼາຍຂຶ້ນ ຮັກສາເງິນຕາບໍ່ໃຫ້ຮົ່ວໄຫຼອອກນອກປະເທດ ແລະ ຫຼຸດຜ່ອນບໍລິໂພກສິນຄ້ານຳເຂົ້າຫຼາຍຂຶ້ນ.

ທ່ານນາງ ບົວຈັນ ໄຊຍະລາດ ເຈົ້າຂອງວິສາຫະກິດສ່ວນບຸກຄົນໂຮງງານບົວຈັນແປຮູບ (ບົວຈັນຟູດ) ໃຫ້ສຳພາດວັນທີ 2 ມິຖຸນາ 2020 ວ່າ: ຕົນເອງມີຖິ່ນກຳເນີດຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ ແລະ ເປັນຄົນມັກເຮັດອາຫານພື້ນເມືອງ ໂດຍສະເພາະໜັງຍຳຫຼວງພະບາງ ພາຍຫຼັງໄດ້ຍົກຍ້າຍໄປຢູ່ແຂວງອຸດົມໄຊ ກໍສືບຕໍ່ເຮັດໜັງຍຳໜັງຄວາຍເປັນສິນຄ້າສ້າງລາຍຮັບໃຫ້ຄອບຄົວ ຖືວ່າມີຄວາມຊຳນິຊຳນານ ດ້ານປຸງແຕ່ງຖືກໃຈຜູ້ບໍລິໂພກເປັນຢ່າງດີ ໃນໄລຍະນີ້ຍັງບໍ່ທັນເປັນຜະລິດຕະພັນສຳເລັດຮູບເທື່ອ ເວລາຈະຮັບປະທານຕ້ອງໄດ້ເອົາໄປປຸງແຕ່ງຕື່ມ ຕໍ່ມາໄດ້ມາຢູ່ນຳລູກຊາຍຢູ່ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອເປັນການສົ່ງເສີມໜັງຍຳທີ່ເປັນອາຫານກັບແກ້ມດັ່ງເດີມ ທີ່ຂຶ້ນຊື່ລືຊາຂອງແຂວງຫຼວງພະບາງ ມີຣົດຊາດແຊບທີ່ເປັນເອກະລັກ ດັ່ງນັ້ນ ລູກຊາຍຈຶ່ງໄດ້ມາປະຍຸກໃຫ້ມີຫຼາຍຮູບແບບ ທີ່ຮັບປະທານງ່າຍແຕ່ຮັກສາຣົດຊາດແບບດັ່ງເດີມ ແລະ ປັບປຸງໃຫ້ເປັນຜະລິດຕະພັນສຳເລັດຮູບ ມີການຫຸ້ມຫໍ່ເປັນຢ່າງດີຮັກສາໄວ້ 6 ເດືອນບໍ່ໄດ້ໃສ່ສານກັນບູດ ຂັ້ນຕອນການຜະລິດແມ່ນໃຊ້ເຄື່ອງຈັກ ແລະ ແຮງງານຄົນ 3 ຄົນທີ່ຜະລິດຢູ່ເຮືອນ ເຊິ່ງສ່ວນປະສົມຂອງຜະລິດຕະພັນມີ ໜັງຄວາຍ ນ້ຳມັນປາມ ເກືອໄອໂອດິນ ໝາກເຜັດ ແລະ ໃບຂີ້ຫູດ ເລີ່ມຜະລິດປີ 2019 ເບື້ອງຕົ້ນໄດ້ລອງຜິດລອງຖືກ ເອົາການຕຳນິສົ່ງຂ່າວຂອງລູກຄ້າມາປັບປຸງເປັນເວລາ 1 ປີຈຶ່ງສຳເລັດ ແລະ ມີຄວາມສາມາດຜະລິດໄດ້ 500-1.000 ຖົງຕໍ່ວັນ ປັດຈຸບັນມີຂາຍຢູ່ບັນດາຮ້ານຄ້າຕ່າງໆພາຍໃນນະຄອນຫຼວງວຽງຈັນ ເປັນຕົ້ນ ຮ້ານມິນີມາກບິກຊີ ແລະ ຮ້ານມິນີມາກໂຊກໄຊ.

ທ່ານ ຫຸມພັນ ໄຊຍະລາດ ຜູ້ອຳນວຍການບໍລິສັດ ປະເມີນຊັບສິນລາວວາລູ ຈຳກັດ ໄດ້ກ່າວຕື່ມວ່າ: ປັດຈຸບັນ ຕົນເອງກໍມີທຸລະກິດຢູ່ແລ້ວ ແຕ່ຢາກຊ່ວຍແມ່ໃຫ້ມີວຽກເຮັດງານທຳ ແລະ ຢາກຮັກສາສີມືປຸງແຕ່ງອາຫານຂອງແມ່ ໄວ້ໃຫ້ຄົນລາວໄດ້ບໍລິໂພກໜັງຍຳຫຼວງພະບາງ ຈຶ່ງໄດ້ຄົ້ນຄິດສ້າງເປັນຜະລິດຕະພັນສຳເລັດຮູບໃຫ້ສົມບູນແບບ ເປັນຂອງກັບແກ້ມຊັ້ນຍອດ ເຖິງວ່າຈະເປັນຜະລິດຕະພັນໃໝ່ ແຕ່ກໍເຫັນວ່າເລີ່ມເປັນທີ່ຍອມຮັບຂອງຜູ້ບໍລິໂພກ ໃນອະນາຄົດຍັງມີແຜນຈຳໜ່າຍທົ່ວປະເທດ ພ້ອມທັງເພີ່ມໃຫ້ມີຜະລິດຕະພັນຍຳໜັງງົວສຳລັບກັບແກ້ມປະເພດຕຳ ແລະ ອື່ນໆຕື່ມອີກ ເພື່ອໃຫ້ມີຫຼາກຫຼາຍຜະລິດຕະພັນ ເພີ່ມທາງເລືອກສ້າງຄວາມສະດວກໃຫ້ຜູ້ບໍລິໂພກ ບໍ່ຈຳເປັນຕ້ອງໄປປຸງແຕ່ງຕື່ມອີກ ຜູ້ທີ່ຕ້ອງການເປັນຕົວແທນຈຳໜ່າຍ ສາມາດຕິດຕໍ່ໄດ້ທາງເຟສບຸກຂຽນເຂົ້າໄປເສືອໂຄ່ງລຸຍໄຟ.