ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບອຸປະກອນການແພດໃຫ້ກັບພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ວັນທີ 8 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າຮັບຂອງທ່ານ ສົມພອນ ສອນດາລາ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອຸປະກອນການແພດມອບໃຫ້ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນຄັ້ງນີ້ ປະກອບມີ ຜ້າອັດປາກ-ອັດດັງ 1.180 ກັບ ມີ 59.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 50 ອັນ ເຊິ່ງແມ່ນສ່ວນໜຶ່ງຂອງອຸປະກອນການແພດທີ່ບັນດາບຸກຄົນ ນິຕິບຸກຄົນ ແລະ ຫົວໜ່ວຍທຸລະກິດ ໄດ້ມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ໄລຍະຜ່ານມາ ເພື່ອໃຫ້ມອບຕໍ່ຫ້ອງການສຶກສາທິການ ແລະ ກີລາ 9 ຕົວເມືອງ ນຳໄປແຈກຢາຍໃຫ້ກັບບັນດາໂຮງຮຽນໃນທົ່ວນະຄອນຫຼວງວຽງຈັນ ນຳໃຊ້ເຂົ້າໃນການປະຕິບັດມາດຕະການ ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ທັງເປັນການປະກອບສ່ວນໃຫ້ແກ່ການເປີດໂຮງຮຽນ ຕາມນະໂຍບາຍຂອງລັດຖະບານ.
# ຂ່າວ & ພາບ: ຂັນທະວີ