ສ້າງ ສປປ ລາວ ໃຫ້ເປັນປະເທດ ສີຂຽວ ສະອາດ ງາມຕາ

ເພື່ອ​ສ້າງ​ຂະ​ບວນ​ການ​ປູກ​ຈິດ​ສຳ­ນຶກ​ປູກ​ຕົ້ນ­ໄມ້ ແລະ ປົກ​ປັກ​ຮັກ­ສາ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ​ໃຫ້​ມີ​ບັນ­ຍາ­ກາດ​ຟົດ­ຟື້ນ ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຂອງ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ 1 ມິ­ຖຸ­ນາ 2020 ວັນ​ສິ່ງ­ແວ­ດລ້ອມ​ແຫ່ງ​ຊາດ ຄົບ­ຮອບ 21 ປີ ກໍ​ຄື​ວັນ​ສິ່ງ­ແວ­ດລ້ອມ​ໂລກ 5 ມິ­ຖຸ­ນາ ຄົບ­ຮອບ 48 ປີ ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ວັນ​ທີ 5 ມິ­ຖຸ­ນາ 2020 ວ່າ: ຕໍ່​ກັບ​ວຽກ​ງານ​ດັ່ງ­ກ່າວ​ນີ້ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ໄດ້​ສຳ­ເລັດ​ການ​ສ້າງ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ ໃນ​ນັ້ນ ໄດ້​ກຳ­ນົດ​ຮັກ­ສາ​ເຂດ​ເນື້ອ­ທີ່​ຂອງ​ການ​ປົກ​ຫຸ້ມ​ປ່າ­ໄມ້​ໃນ​ທົ່ວ​ປະ­ເທດ ໃຫ້​ໄດ້ 70% ນີ້​ແມ່ນ​ໄດ້​ກຳ­ນົດ​ໃນ​ມະ­ຕິ 26 ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ​ກ່ຽວ​ກັບ​ວຽກ​ງານ​ທີ່​ດິນ ແລະ ໃນ​ກົດ­ໝາຍ​ທີ່​ດິນ ທີ່​ປະ­ກາດ​ໃຊ້​ແລ້ວ​ກໍ​ໄດ້​ກຳ­ນົດ​ໄວ້​ເຊັ່ນ​ດຽວ​ກັນ ສະ­ນັ້ນ ທຸກ​ໂຄງ­ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ຈະ​ຕ້ອງ​ອີງ­ໃສ່​ແຜນ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ ແລະ ຢູ່​ໃນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ກໍ​ຕ້ອງ​ໄດ້​ມີ​ແຜນ­ການ​ນຳ​ໃຊ້​ທີ່​ດິນ​ໃນ​ທຸກ​ຂະ­ແໜງ­ການ.

ປັດ­ຈຸ­ບັນ ການ​ປ່ຽນ­ແປງ​ສະ­ພາບ​ດິນ​ຟ້າ​ອາ­ກາດ ມັນ​ມີ​ຜົນ​ກະ­ທົບ​ອັນ​ຮ້າຍ​ແຮງ​ຕໍ່​ຊີ­ວິດ ແລະ ຊັບ​ສິນ​ຂອງ​ປະ­ຊາ­ຊົນ ສະ­ນັ້ນ ກະ­ຊວງ​ໄດ້​ເອົາ­ໃຈ­ໃສ່​ປັບ­ປຸງ​ວຽກ​ງານ​ອຸ­ຕຸ­ນິ­ຍົມ-ອຸ​ທົກ​ກະ​ສາດ ໃຫ້​ມີ​ຄວາມ​ຊັດ​ເຈນ​ຂຶ້ນ​ກວ່າ​ເກົ່າ ສາ­ມາດ​ປະ​ເມີນ​ສະ­ພາບ​ອາ­ກາດ​ໄດ້​ລ່ວງ​ໜ້າ​ກ່ອນ 10 ວັນ ພ້ອມ​ກັນ​ນັ້ນ ອີກ​ວຽກ​ໜຶ່ງ​ທີ່​ກະ­ຊວງ​ຕ້ອງ​ໄດ້​ດຳ­ເນີນ​ການ​ສ້າງ​ປະ­ເທດ​ລາວ​ໃຫ້​ເປັນ​ປະ­ເທດ ສີ­ຂຽວ ສະ­ອາດ ງາມ​ຕາ ໃນ​ນີ້​ໄດ້​ລົງ​ເລິກ​ກັບ​ໂຮງ­ຮຽນ ສຳ­ນັກ­ງານ-ອົງ​ການ­ຈັດ­ຕັ້ງ​ຕ່າງໆ ນອກ​ນີ້ ກະ­ຊວງ​ໄດ້​ຕິດ­ຕາມ​ກວດ­ກາ​ຄຸນ​ນະ​ພາບ​ຂອງ​ອາ­ກາດ ໂດຍ​ສະ­ເພາະ​ຄ່າ PM 2,5 ຄຽງ​ຄູ່​ກັນ​ນັ້ນ ກະ­ຊວງ​ຍັງ​ໄດ້​ພະ­ຍາ­ຍາມ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ສາຍ​ຕັ້ງ​ຂອງ​ຕົນ​ຢູ່​ບັນ­ດາ​ແຂວງ ແລະ ເມືອງ ໂດຍ​ໄດ້​ມອບ​ສິດ​ງົບ­ປະ­ມານ ແລະ ອຸ­ປະ­ກອນ​ເຄື່ອງ­ມື​ວັດ­ແທກ ເພື່ອ​ໃຫ້​ດຳ­ເນີນ​ວຽກ​ງານ​ຂອງ​ຕົນ​ຕາມ​ສາຍ​ຕັ້ງ​ຢ່າງ​ສະ­ດວກ.

ສຳ­ລັບ​ແຜນ­ການ​ຕໍ່­ໜ້າ ກະ­ຊວງ​ຈະ​ຂຶ້ນ​ແຜນ​ຈັດ​ສັນ​ທີ່​ດິນ ແລະ ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ໃນ​ບັນ­ດາ​ແຂວງ​ໃຫ້​ສຳ­ເລັດ ຂຶ້ນ​ແຜນ​ຮັບ​ມື​ກັບ​ຄວາມ​ບອບ​ບາງ​ທາງ​ດ້ານ​ໄພ​ທຳ​ມະ​ຊາດ​ໃນ​ແຂວງ​ທົ່ວ​ປະ­ເທດ ເພື່ອ​ຮັບ​ມື​ກັບ​ໄພ­ພິ­ບັດ​ທີ່​ອາດ​ຈະ​ເກີດ​ໃນ​ອະ­ນາ­ຄົດ ແລະ ອື່ນໆ.

error: Content is protected !!