ນວ ເນັ້ນ 4 ບັນຫາຫຼັກໃນການສຸມໃສ່ພັດທະນາຂະແໜງການສຶກສາ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີໄຂສົກຮຽນໃໝ່ 2022-2023 ໃນວັນທີ 2 ກັນຍາ 2022 ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກີລາ ປະຈໍາສົກຮຽນ 2021-2022 ແລະ ແຜນພັດທະນາການສຶກສາ ແລະ ກີລາ ປະຈໍາສົກຮຽນໃໝ່ 2022-2023 ໂດຍເປັນປະທານຂອງທ່ານ ນາງ ລໍາພອຍ ສີອັກຄະຈັນ ກຳມະການພັກ ນວ ຮອງປະທານສະພາປະຊາຊົນ ນວ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍທ່ານຮອງຫົວໜ້າພະແນກ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ແຂກຖືກເຊີນ ພະ ນັກງານຄູ-ອາຈານ ແລະ ຕາງໜ້ານັກຮຽນຈຳນວນໜຶ່ງເຂົ້າຮ່ວມ.

    ທ່ານ ສົມພອນ ສອນດາລາ ກ່າວວ່າ: ສົກຮຽນ 2021-2022 ວຽກງານການສຶກສາໄດ້ມີການຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບ ຈໍານວນໂຮງຮຽນ ຫ້ອງຮຽນ ຄູສອນ ແລະ ນັກຮຽນມີຈຳນວນເພີ່ມຂຶ້ນ ການສຶກສາໄດ້ຮັບການພັດທະນາຄົບຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ໄດ້ຂະຫຍາຍຕາໜ່າງໄປສູ່ທ້ອງຖິ່ນເຂດຊົນນະບົດຫ່າງໄກ ແລະ ມີຫຼາຍໂຄງການໄດ້ນຳໄປຈັດຕັ້ງປະຕິບັດຢູ່ບັນດາເມືອງ ບ້ານ ແລະ ກຸ່ມບ້ານພັດທະນາ ເປັນຕົ້ນແມ່ນ ການຂະຫຍາຍໂຮງຮຽນອະນຸບານ ຫຼືຫ້ອງກຽມປະຖົມ ເຊິ່ງເຮັດໃຫ້ຈຳນວນໂຮງຮຽນ ສະຖານທີ່ຮຽນ ຫ້ອງຮຽນໄດ້ເພີ່ມຂຶ້ນ ແລະ ໄດ້ເປັນເງື່ອນໄຂໃຫ້ແກ່ປະຊາກອນໃນແຕ່ລະກຸ່ມເປົ້າໝາຍ ມີໂອກາດໄດ້ຮັບການສຶກສາຫຼາຍຂຶ້ນ ໃນສົກຮຽນ 2021-2022 ທົ່ວ ນວ ມີໂຮງຮຽນພາກລັດ ແລະ ເອກະຊົນທັງໝົດ 1.100 ແຫ່ງ ທຽບໃສ່ສົກຜ່ານມາ ຫຼຸດລົງ 57 ແຫ່ງ ມີນັກຮຽນທັງໝົດ 189.097 ຄົນ ເປັນຍິງ 93.459 ຄົນ ຖ້າທຽບໃສ່ສົກຮຽນຜ່ານມາ ຫຼຸດລົງ 16.112 ຄົນ ຄິດເປັນເປີເຊັນ 8,81% ໃນນັ້ນ ມີໂຮງຮຽນລ້ຽງເດັກ ແລະ ອະນຸບານມີ 368 ແຫ່ງ ຫຼຸດລົງ 57 ແຫ່ງ ເທົ່າກັບ 13,41 % ໂຮງຮຽນປະຖົມມີ 545 ແຫ່ງ ເພີ່ມຂຶ້ນ 1 ແຫ່ງ ເທົ່າກັບ 0,18% ໂຮງຮຽນມັດທະຍົມ 187 ແຫ່ງ ຫຼຸດລົງ 1 ແຫ່ງ ເທົ່າກັບ 0,18% (ໃນນີ້ ລວມທັງໂຮງຮຽນສົງ 6 ແຫ່ງ) ອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ປະຕິບັດໄດ້ 82.94 ຄົນ ທຽບໃສ່ສົກຮຽນຜ່ານມາຫຼຸດລົງ 15.85% (ຄາດໝາຍ 98.5%) ອັດຕາການປະລະການຮຽນຂອງນັກຮຽນ ປ1 ປະຕິບັດໄດ້ 7,53% ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 4.36% (ຄາດໝາຍ 3%) ອັດຕາການປະລະຊັ້ນປະຖົມສຶກສາ ປະຕິບັດໄດ້ 3.77% ທຽບໃສ່ສົກຮຽນຜ່ານມາເພີ່ມຂຶ້ນ 2.53% (ຄາດໝາຍ 1.2%) ສຳລັບອັດຕາການປະລະຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 99.2% ທຽບໃສ່ສົກຮຽນຜ່ານມາເທົ່າເດີມ 99.2% (ຄາດໝາຍ 100%); ສ່ວນອັດຕາການປະລະຊັ້ນມັດທະຍົມຕອນປາຍ ປະຕິບັດໄດ້ 4.86% ທຽບໃສ່ສົກຮຽນຜ່ານມາຫຼຸດລົງ 0.05% (ຄາດໝາຍ 4%).

    ໂອກາດນີ້ ທ່ານ ນາງລຳພອຍ ສີອັກຄະຈັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນສົກຮຽນຜ່ານມາ ທີ່ສາມາດຍາດມາໄດ້ ພ້ອມທັງໃຫ້ເສີມຂະຫຍາຍຜົນງານມູນເຊື້ອດັ່ງກ່າວ ແລະ ໄດ້ກ່າວເນັ້ນ  4 ບັນຫາຫຼັກ ທີ່ຂະແໜງການສືກສາຈະຕ້ອງໄດ້ພ້ອມກັນທີ່ຕະຕ້ອງສຸມໃສ່ສືບຕໍ່ປັບປຸງຈັດຕັ້ງຜັນຂະຫຍາຍໃຫ້ດີກວ່າເກົ່າ ຄື: 1 ຕໍ່ຜູ້ບໍລິຫານການສຶກສາ ຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ  ການຄຸ້ມຄອງບໍລິຫານໂຮງຮຽນ ລວມທັງການກະກຽມພື້ນຖານໂຄງລ່າງຮອບດ້ານ ການຈັດກອງປະຊຸມປະຈຳປິ ປະສານສົມທົບກັບການສຶກສາຂັ້ນຕ່າງໆ ລະດົມຜູ້ປົກຄອງນັກຮຽນ ແລະ ຈັດການນິເທດໃຫ້ຄູສອນໃນສາຍວິຊາຕ່າງໆ 2 ຕໍ່ກັບຄູ-ອາຈານ ສະເໜີໃຫ້ສິດສອນຢ່າງໝົດຈິດ ໝົດໃຈ ຈິງໃຈແລກປ່ຽນຄວາມຮູ້ ຕ້ອງມີການວັດປະເມີນຜົນຢ່າງຕໍ່ເນື່ອງ 3 ຕໍ່ນັກຮຽນ ຕ້ອງເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ແລະ ເຝິກຝົນຫຼໍ່ຫຼອມຄຸນສົມບັດ ຮັບປະກັນໃຫ້ໄດ້ 5 ຫຼັກມູນການສຶກສາ ແລະ 4 ຕໍ່ອຳນາດການປົກຄອງ ແລະ ຜູ້ປົກຄອງ ຕ້ອງເພີ່ມທະວີບົດບາດຂອງຕົນຕໍ່ການຮຽນຂອງລູກຫຼານໃຫ້ຫຼາຍຂຶ້ນ ຊຸກຍູ້ ແລະ ຕິດຕາມກວດກາ ພ້ອມຕິດຕາມພືດຕິກຳ ປະສານສົມທົບເນັ້ນກັບໂຮງຮຽນ ຄູ-ອາຈານ ແລະ ຄູປະຈຳຫ້ອງ ຖືເອົາການສຶກສາເປັນໜ້າທີ່ຂອງປວງຊົນ ແລະ ທຸກຄົນແມ່ນມີສ່ວນຮ່ວມໃນການພັດທະນາການສຶກສາ ເພື່ອແນໃສ່ເຮັດໃຫ້ການພັດທະນາການສຶກສາມີທັງປະລິມານ ແລະ ຄຸນນະພາບ.

error: Content is protected !!