ປີນີ້ ລັດຖະບານອົດສະຕຣາລີ ຈະເນັ້ນການຊ່ວຍເຫຼືອໃນຂົງເຂດພື້ນຖານໂຄງລ່າງໃນ ສປປ ລາວ

    ວັນທີ 2 ກັນຍາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ຜທ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂອງທ່ານ Mr Paul Kelly ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ພ້ອມຄະນະ.

    ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ເພື່ອປຶກສາຫາລືກ່ຽວກັບບັນຫາເສດຖະກິດມະຫາພາກ ເຊິ່ງວຽກງານດັ່ງກ່າວ ແມ່ນໄດ້ຕິດພັນກັບຂະແໜງເສດຖະກິດມະຫາພາກ ບັນດາສະພາບການ ນອກຈາກນີ້ ຍັງໄດ້ປຶກສາຫາລືບັນດາໂຄງການຕ່າງໆທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານອົດສະຕຣາລີ ໃນຊຸມປີຜ່ານມາ ເຊິ່ງຂົງເຂດການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ແມ່ນໄດ້ເນັ້ນໃສ່ຂົງການການສຶກສາ ພັດທະນາຫຼັກສູດການຮຽນໃນຊັ້ນປະຖົມ ພັດທະນາຊັບພະຍາກອນມະນຸດ (ທຶນປະລິນຍາໂທ ແລະ ເອກ) ການພັດທະນາສິ່ງອໍານວຍຄວາມສະດວກດ້ານການຄ້າ ໃນປີນີ້ ລັດຖະບານອົດສະຕຣາລີ ແມ່ນຫັ້ນໄປໃຫ້ການຊ່ວຍເຫຼືອໃນຂົງເຂດພື້ນຖານໂຄງລ່າງ ພ້ອມກັນນັ້ນ ຍັງໄດ້ສົນທະນາຂົງເຂດການຊ່ວຍເຫຼືອໃນອະນາຄົດ ແລະ ອື່ນໆ.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!