ສະມາຄົມມິດຕະພາບ ລາວ-ກູບາ ໄດ້ຮັບຫຼຽນໄຊສາມັກຄີ ແລະ ຫຼຽນກາລະນຶກ 60 ປີ

    ພິທີມອບຫຼຽນໄຊສາມັກຄີ ຈາກລັດຖະບານ ສ ກູບາ ແລະ ຫຼຽນກາລະນຶກ 60 ປີ ຈາກສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ (ICAP) ໃຫ້ແກ່ສະມາຄົມມິດຕະພາບ ລາວ-ກູບາ ຈັດຂຶ້ນວັນທີ 4 ກັນຍາ 2022 ທີ່ຫໍສະພາແຫ່ງຊາດ ຕາງໜ້າມອບໂດຍສະຫາຍ ເກີຣາ ໂດ ເປນາລເວ ປໍຕາລ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 1 ແຫ່ງ ສ ກູບາ ແລະ ຕາງໜ້າຄະນະບໍລິຫານສະມາຄົມມິດຕະພາບຕະພາບ ລາວ-ກູບາ ຮັບໂດຍ ສະຫາຍ ຈະເລີນ ເຢຍປາວເຮີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ກູບາ ໂດຍມີສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສະຫາຍນາງ ເອັນນາ ເອເທີ ວຽງ ວາລເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ກູບາ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຂອງລາວ ແລະ ກູບາ ເຂົ້າຮ່ວມ.

    ພັກ ລັດຖະບານ ແລະ ປະຊາຊົນ ກູບາ ແລະ ສະຖາບັນກູບາເພື່ອມິດຕະພາບກັບນານາຊາດ ມອບຫຼຽນໄຊສາມັກຄີ ແລະ ສະຖາບັນກູບາເພື່ອມິດຕະພາບກັບນາໆຊາດ ມອບຫຼຽນກາລະນຶກ 60 ປີ ໃຫ້ສະມາຄົມມິດຕະພາບ ລາວ-ກູບາ ໃນຄັ້ງນີ້ ເພື່ອສະແດງຄວາມຂອບໃຈ ຍ້ອງຍໍ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ເຄື່ອນໄຫວປະກອບສ່ວນຂອງສະມາຄົມມິດຕະພາບ ລາວ-ກູບາ ໃນການຕໍ່ສູ້ເພື່ອທວງເອົາຄວາມເປັນທຳໃຫ້ແກ່ປະຊາຊົນກູບາຢູ່ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ແມ່ນການປະກອບສ່ວນຕໍ່ສູ້ທວງເອົາຄວາມເປັນທຳໃຫ້ແກ່ 5 ວິລະຊົນກູບາຈົນໄດ້ຮັບອິດສະລະພາບ ແລະ ກັບຄືນມາສູ່ດິນແດນ ແລະ ອ້ອມກອດຂອງຄອບຄົວ ສະໜັບສະໜູນການຕໍ່ສູ້ຕ້ານການປິດລ້ອມທຸກຮູບແບບຂອງອິດທິກໍາລັງປໍລະປັກທີ່ມີຕໍ່ກູບາ ພ້ອມນັ້ນ ກໍຍັງເຄື່ອນໄຫວປະກອບສ່ວນເຂົ້າໃນການປົກປັກຮັກສາ ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ກູບາ ໃຫ້ນັບມື້ເກີດດອກອອກຜົນ ສວຍສົດງົດງາມ ແລະ ໝັ້ນຄົງຖາວອນ.

    ໂອກາດນີ້ ສະຫາຍ ຈະເລີນ ເຢຍປາວເຮີ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ກູບາ ສະແດງຄວາມຂອບໃຈ ແລະ ຢືນຢັນວ່າ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງສຸດຄວາມສາມາດຂອງຕົນ ຮ່ວມກັບສະຫາຍກູບາ ໃນການຕໍ່ສູ້ທວງເອົາຄວາມເປັນທຳ ຄວາມຍຸຕິທໍາຈາກອິດທິກໍາລັງປໍລະປັກ ເພື່ອສິດທິໃນການສ້າງສາພັດທະນາດ້ວຍຕົນເອງ ພ້ອມນີ້ ສະມາຄົມມິດຕະພາບ ລາວ-ກູບາ ມີຄວາມຍິນດີ ແລະ ພ້ອມທີ່ຈະຮ່ວມມືກັບບັນດາສະຫາຍກູບາ ໂດຍສະເພາະ ບັນດາສະຫາຍໃນສະຖາບັນກູບາເພື່ອມິດຕະພາບກັບນານາຊາດ ແລະ ສະມາຄົມມິດຕະພາບກູບາ-ລາວ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານຂອງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ກູບາ ໃຫ້ແຕກດອກອອກຜົນ ເສີມຂະຫຍາຍການທູດປະຊາຊົນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ.

# ຂ່າວ – ພາບ :  ໄຊບັນດິດ

error: Content is protected !!