ອີງຕາມຂໍ້ມູນ ປກສ ນະຄອນຫຼວງວຽງຈັນ (ນວ) ວັນທີ 2 ມິຖຸນາ 2020 ທ່ານ ພັທ ບຸນມີ ແກ້ວພົມມາ ຫົວໜ້າພະແນກຕຳຫຼວດ ປກສ ເມືອງໄຊທານີ ນວ ໄດ້ໃຫ້ສຳພາດວ່າ: ວັນທີ 6 ພຶດສະພາ 2020 ເຈົ້າໜ້າທີ່ໜ່ວຍງານສືບຂ່າວຄະດີອາຍາ ປກສ ເມືອງໄຊທານີ ໄດ້ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ ຄື: ທ້າວ ວີລີ ອາຍຸ 26 ປີ ອາຊີບກຳມະກອນ ຢູ່ບ້ານນາສາລາ ເມືອງໄຊທານີ ພ້ອມຂອງກາງຢາບ້າ 21 ມັດ ລວມມີ 42.000 ເມັດ ຢູ່ເຂດບ້ານໄຊສະຫວ່າງ ເມືອງໄຊທານີ ມາຮອດວັນທີ 7 ພຶດສະພາ 2020 ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ສາມາດກັກຕົວເປົ້າໝາຍໄດ້ອີກ 3 ຄົນ ຢູ່ຫ້ອງແຖວບ້ານນາທົ່ມ ເມືອງໄຊທານີ ມີທ້າວ ໄຊພອນ ອາຍຸ 32 ປີ ທ້າວ ສີວ້າ ອາຍຸ 19 ປີ ທັງສອງຄົນ ຢູ່ບ້ານນາທົ່ມ ແລະ ທ້າວ ວິກິດ ມາລາວັນ ອາຍຸ 21 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ ຕາມການຊັດທອດ ພ້ອມຂອງກາງຢາບ້າ 42 ມັດ 1 ຖົງນ້ອຍ ລວມມີ 84.181 ເມັດ ແລະ ເງິນ 2 ລ້ານກີບ.

ຜ່ານການສືບສວນ-ສອບສວນ ທ້າວ ວີລີ ໃຫ້ການສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໄດ້ເລີ່ມພົວພັນຄ້າຂາຍຢາບ້າມາແຕ່ປີ 2019 ສ່ວນຢາບ້າທີ່ນຳມາຂາຍເບື້ອງຕົ້ນ ໄດ້ຊື້ມາຈາກຊາຍຄົນໜຶ່ງ ໂດຍຕິດຕໍ່ທາງໂທລະສັບ ແລະ ຊື້ຄັ້ງລະ 1 ມັດ (ມີ 2.000 ເມັດ) ເມື່ອໄດ້ຢາບ້າມາແລ້ວ ໄດ້ຂາຍຕໍ່ໃຫ້ລູກຄ້າທີ່ຕິດຕໍ່ຊື້ທາງໂທລະສັບ ແລະ ໃນວັນທີ 6 ພຶດສະພາ 2020 ເວລາປະມານ 12:00 ໂມງ ທ້າວ ໄຊພອນ ໄດ້ໂທຕິດຕໍ່ຂາຍຢາບ້າໃຫ້ຜູ້ກ່ຽວຕໍ່ມາຜູ້ກ່ຽວໄດ້ຂັບລົດເກັງ ເລກທະບຽນ ກມ 7069 ກຳແພງນະຄອນ ເພື່ອໄປຫາທ້າວ ໄຊພອນ ຢູ່ຫ້ອງແຖວ ບ້ານນາທົ່ມ ເມື່ອຜູ້ກ່ຽວມາຮອດຫ້ອງແຖວກໍພົບເຫັນທ້າວ ໄຊພອນ ພ້ອມດ້ວຍເມຍ ແລະ ລູກນ້ອຍຢູ່ນຳກັນ ຈາກນັ້ນ ໄດ້ລົມກັນເລື່ອງຊື້-ຂາຍຢາບ້າ ປະມານ 10 ນາທີ ທ້າວ ໄຊພອນ ກໍເອົາຢາບ້າອອກຈາກຫ້ອງນອນມາໃຫ້ຜູ້ກ່ຽວ 21 ມັດ ມີ 42.000 ເມັດ ແຕ່ບໍ່ທັນໄດ້ຈ່າຍເງິນໃຫ້ກັນເທື່ອ ສ່ວນຢາບ້າທີ່ໄດ້ແມ່ນເອົາເຊື່ອງໄວ້ຢູ່ທ້າຍລົດເກັງຮອດເວລາປະມານ 20:00 ໂມງ ຂອງວັນດຽວກັນ ຜູ້ກ່ຽວໄດ້ໂທລະສັບຕິດຕໍ່ນັດຂາຍຢາບ້າໃຫ້ກັບລູກຄ້າຢູ່ເຂດບ້ານດອນໜູນ-ໄຊສະຫວ່າງ ຫຼັງຈາກນັ້ນ ກໍນຳຢາບ້າໄປສົ່ງຢູ່ຈຸດນັດໝາຍ ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວພ້ອມດ້ວຍຂອງກາງ.
ປັດຈຸບັນ ຄະດີດັ່ງກ່າວເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ໄດ້ກັກຕົວຜູ້ຖືກຫາທັງ 4 ຄົນໄວ້ ເພື່ອສືບສວນ-ສອບສວນຂະຫຍາຍຜົນນຳຈັບຕົວຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມຂະບວນຍຸຕິທຳ.