ສ້າງຄວາມເຂົ້າໃຈກ່ຽວກັບການຄົ້ນຄວ້າ ການຂຽນບົດສະເໜີີໂຄງການຄົ້ນຄວ້າ

      ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ຈັດຊຸດເຝິກອົບຮົມວິທີວິທະຍາກອນການຄົ້ນຄວ້າ ການຂຽນບົດສະເໜີີໂຄງການຄົ້ນຄວ້າ ລະຫວ່າງວັນທີ 2-23 ກັນຍາ 2022 ທີ່ໂຮງແຮມແລນມາກ ເປັນປະທານຮ່ວມຂອງທ່ານ ບຸນຖົມ ຊາມຸນຕຣີ ອະທິການບໍດີ ມວສ ທ່ານ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມວສ ຜູ້ປະສານງານໂຄງການຄົ້ນຄວ້າ ການຂຽນບົດສະເໜີີໂຄງການຄົ້ນຄວ້າ ແລະ ທ່ານນາງ Alexo Esperato ຕາງໜ້າທະນາຄານ ADB ມີວິທະຍາກອນ ແລະ ສຳມະນກອນຈາກກົມກອງອ້ມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ.

                ມວສ ເປັນມະຫາວິທະຍາໄລທີ່ບໍລິການທາງດ້ານສຸຂະພາບ ການຄົ້ນຄວ້າວິທະນາສາດ ການສ້າງບຸກຄະລນກອນທາງການເພດອອກຮັບໃຊ້ສັງຄົມ ສະນັ້ນ ເພື່ອເປັນການຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຄົ້ນຄວ້າ ການຂຽນບົດສະເໜີີໂຄງການຄົ້ນຄວ້າ ໂດຍສະເພາະບົດໂຄງການຂໍທຶນສະໜັບສະໜູນຈາກທະນາຄານ ADB ເພື່ອນຳໃຊ້ເຂົ້າໃນວຽກງານຕ່າງໆຂອງຂະແໜງສາທາລະນະສຸກ ໂຄງການດັ່ງກ່າວ ທະນາຄານ ADB ຈະໃຫ້ທຶນການຄົ້ນຄວ້າໃຫ້ແກ່ນັກຄົ້ນຄວ້າວິທະຍາສາດຮຸ້ນໃໝ່ຂອງ ມວສ 30-60 ທຶນ ໃນໄລຍເວລາ 2 ປີ ເຊິ່ງການສະໜັບສະໜູນດັ່ງກ່າວຈະເປັນການສ້າງບຸກຄະລາກອນທາງການແພດ ແລະ ວຽກງານອື່ນໆທີ່ຕິດພັນກັບຂະແໜງສາທາລະນະສຸກໄດ້ຢ່າງຫຼວງຫຼາຍ ການເຝິກອົບຮົມຄັ້ງນີ້ສຳມະນາກອນຈະໄດ້ຮຽນຮູ້ການນຳສະເໜີການເຮັດບົດ ແລະ ຄວາມສຳຄັນຂອງການຄົ້ນຄວ້າ ນຳສະເໜີການຂໍທຶນ ນຳໃຊ້ຟອມຂອງ ມວສ ເພື່ອຂໍທຶນ.

error: Content is protected !!