ປະທານສະຫະພັນປິ່ງປ່ອງອາຊີ ພ້ອມຈະສະໜັບສະໜູນການພັດທະນາກີລາປິ່ງປ່ອງລາວ ກ້າວສູ່ສາກົນ

    ທ່ານ Khalil Al Mohannadi ປະທານສະຫະພັນປິ່ງປ່ອງອາຊີ  ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄໍານັບທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມຕີລາຄາສູງຕໍ່ການພັດທະນາກີລາປິ່ງປ່ອງລາວ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ຍັງຢືນຢັນຈະໃຫ້ການສະໜັບສະໜູນການພັດທະນາວົງການກີລາປິ່ງປ່ອງລາວຢ່າງເຕັມທີ່ ໂດຍສະເພາະ ການຈັດເຝິກອົບຮົມຍົກລະດັບຄູເຝິກ ແລະ ຈັດຝຶກອົບຮົມດ້ານການບໍລິຫານການຈັດການດ້ານວຽກງານຕ່າງໆໃນໄວໆນີ້.

     ໃນຕອນເຊົ້າວັນທີ 5 ກັນຍາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບທ່ານ Khalil Al Mohannadi ປະທານສະຫະພັນປິ່ງປ່ອງອາຊີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ພ້ອມເຂົ້າຮ່ວມຊົມການແຂ່ງຂັນງານກີລາປິ່ງປ່ອງເຍົາວະຊົນ ແລະ ຊາວໜຸ່ມ ຊີງແຊັມອາຊີ ຄັ້ງທີ 26 ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຫຼື ລາຍການ 26th Asian Junior​ and​ Cadet​ Table​ Tennis​ Championships​ 1-6 September 2022 ເຂົ້າຮ່ວມມີທ່ານນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມຂອງທ່ານ Khalil Al Mohannadi ປະທານສະຫະພັນປິ່ງປ່ອງອາຊີ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດດັ່ງກ່າວ ຕາງໜ້າລັດຖະບານ ສປປ ລາວ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງສະຫະພັນປິ່ງປ່ອງອາຊີ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຂງແຮງ ເຮັດໃຫ້ ສປປ ລາວ ໄດ້ຮັບມອບໝາຍເປັນເຈົ້າພາບຈັດແຂ່ງຂັນກີລາປິ່ງປ່ອງເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ແລະ ໄດ້ໄຂຂຶ້ນຢ່າງມີຜົນສຳເລັດຈົບງາມ ແນວໃດກໍດີ ທາງລັດຖະບານ ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາກີລາໄປຕາມທິດທາງທີ່ໄດ້ກຳນົດໄວ້ ແລະ ໄດ້ໃຫ້ກະຊວງສຶກສາທິການ ແລະ ກີລາ ເປັນຜູ້ຊີ້ນໍາ ນຳພາການພັດທະນາເປັນຕົ້ນຕໍ ແລະ ໜຶ່ງໃນກີລາຕ່າງໆທີ່ໄດ້ຈັດການແຂ່ງຂັນຢ່າງຕໍ່ເນື່ອງນັ້ນ ກໍແມ່ນກິລາປິ່ງປ່ອງ ແລະ ການຈັດແຂ່ງຂັນໃນຄັ້ງນີ້ ກໍໄດ້ຮັບຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນນັກກີລາໄດ້ຮັບການພັດທະນາທາງດ້ານສີມື ທາງດ້ານເຕັກນິກຈັດການແຂ່ງຂັນ ແລະ ອື່ນໆ ໂດຍສະເພາະ ໄດ້ເພີ່ມພູນຄວາມສາມັກຄີຄວາມເຂົ້າອົກເຂົ້າໃຈກັນຂອງບັນດາປະເທດທີ່ຢູ່ອ້ອມຂ້າງ ໂດຍສະເພາະແມ່ນອາຊີຂອງພວກເຮົາ ແນວໃດກໍດີ ຕໍ່ການສະໜັບສະໜູນຢ່າງແຂງແຮງຂອງສະຫະພັນປິ່ງປ່ອງອາຊີ ເຊື່ອໝັ້ນວ່າ ໃນໂອກາດຕໍ່ໄປ ທາງ ສປປ ລາວ ຈະສາມາດທີ່ຈະກ້າວຂຶ້ນບວກກັບປະສົບການທີ່ຮັບກ້າວຂຶ້ນ ເພື່ອຈັດແຂ່ງຂັນທີ່ສູງກວ່າເກົ່າໄດ້ຢ່າງມີປະສິດທິພາບ.

    ໂອກາດດັ່ງກ່າວ ທ່ານ Khalil Al Mohannadi ກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຕາມການເຊື້ອເຊີນຂອງທ່ານປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ ການແຂ່ງຂັນປິ່ງປ່ອງເຍົາວະຊົນຊີງແຊັມອາຊີ ຄັ້ງທີ 26 ລາຍການນີ້ ເປັນໜຶ່ງໂຄງການທີ່ສະຫະພັນປິ່ງປ່ອງອາຊີ ໄດ້ປຶກສາຫາລື ແລະ ຢາກໃຫ້ ສປປ ລາວ ເປັນເຈົ້າພາບ ເພື່ອເປັນການແຂ່ງຂັນມີຄວາມສຳຄັນ ຈະເຮັດໃຫ້ກີລາປິ່ງປ່ອງລາວກ້າວຂຶ້ນໃນລະດັບສາກົນໃນອະນາຄົດ ແນວໃດກໍຕາມ ພວກເຮົາຈະສືບຕໍ່ໃຫ້ມີການສະໜັບສະໜູນໃຫ້ມີການແຂ່ງຂັນເກີດຂຶ້ນອີກ ໃນຝ່າຍຂອງ ເອທີທີຢູ ພ້ອມທັງຢືນຢັນຈະໃຫ້ການສະໜັບສະໜູນການພັດທະນາວົງການກີລາປິ່ງປ່ອງລາວ ຢ່າງເຕັມທີ່ ໂດຍສະເພາະ ຈະຈັດການຝຶກອົບຮົມຍົກລະດັບຄູເຝິກ ແລະ ຈັດເຝິກອົບຮົມດ້ານການບໍລິຫານການຈັດການດ້ານວຽກງານຕ່າງໆໃນໄວໆນີ້.

# ຂ່າວ – ພາບ : ສີພອນ

error: Content is protected !!