ເມືອງສັງທອງ ຕິດຕາມກວດກາ-ແນະນໍາຜູ້ປະກອບການທຸລະກິດບັນເທິງ

    ວັນທີ 2 ກັນຍາ 2022 ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງສັງທອງ ໄດ້ລົງຕິດຕາມກວດກາ ແລະ ແນະນໍາຜູ້ປະກອບການທຸລະກິດບັນເທິງສາຍແຂງ 168 ຢູ່ທີ່ບ້ານໃຫ່ຍນາຈະເລີນ ຂອງເມືອງດັ່ງກ່າວ ເພື່ອປະຕິບັດໃຫ້ມັນສອດຄ່ອງກັບລະບຽບກົດໝາຍ ແລະ ການຄຸ້ມຄອງທີ່ພັກ-ລັດ ວາງອອກຢ່າງເຂັ້ມງວດ.

    ການລົງຄິດຕາມກວດກາຄັ້ງນີ້ ທາງຄະນະກໍາມະການຂັ້ນເມືອງ ຍັງໄດ້ເຜີຍແຜ່ເອກກະສານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 315/ລບ ນວ ລົງວັນທີ 2/10/2017 ວ່າດ້ວຍການບັນເທິງ ໂດຍສະເພາະແມ່ນຢູ່ໃນມາດຕາ 2 ວ່າດ້ວຍການບັນເທິງ ມາດຕາທີ 26 ວ່າດ້ວຍສິດ ແລະ ພັນທະຂອງຫົວໜ່ວຍທຸລະກິດບັນເທິງ ແລະ ໃນມາດຕາທີ 28 ວ່າດ້ວຍຂໍ້ຫ້າມສໍາລັບຫົວໜ່ວຍທຸລະກິດບໍລິຫານບັນເທິງ ແລະ ຂໍ້ຫ້າມຂອງຜູ້ປະກອບການອື່ນໆອີກ.

    ທັ້ງນີ້ ກໍເພື່ອເຮັດໃຫ້ຮັບປະກັນມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເຊິ່ງນໍາພາໂດຍທ່ານ ສະແຫວງ ຊາໃນ ຫົວໜ້າຫ້ອງການ ຖວທ ເມືອງສັງທອງ ມີບັນດາຄະນະກໍາມະການຂັ້ນເມືອງ ພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.

error: Content is protected !!