ຈະທົດລອງປ່ອຍຍຸງລາຍທີ່ມີເຊື້ອ Wolbachia ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍຢູ່ 2 ເມືອງເປົ້າໝາຍ

     ກອງປະຊຸມແນະນໍາໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອແບັກທີເຣຍ ໂວລບັກເຄຍ (Wolbachia) ເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 2 ກັນຍາ 2022 ທີ່ໂຮງແຮມຄຣາວ ພລາຊາ ນວ ໂດຍເປັນປະທານຮ່ວມຂອງທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ທ່ານ ນາງ DeborahLeaver ຜູ້ອຳນວຍການອົງການຊ່ວຍເຫຼືອເດັກສາກົນປະຈຳ ສປປ ລາວ ມີທ່ານສາດສະດາຈານ Cameron Simmons ຜູ້ອຳນວຍການ ໂຄງການຄວບຄຸມປະຊາກອນຍຸງໂລກ (WMP) ທ່ານ ດຣ  Breeanna McLean ຫົວໜ້າໂຄງການຄວບຄຸມປະຊາກອນຍຸງໂລກ ຮັບຜິດຊອບໂຄງການຢູ່ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ໂຄງການດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນທຶນຈາກໂຄງການຄວບຄຸມປະຊາກອນຍຸງໂລກ (WMP) ປະເທດອົດສະຕຣາລີ ໂດຍແມ່ນກະຊວງສາທາລະນະສຸກເປັນຜູ້ຊີ້ນຳລວມ ກົມຄວບຄຸມພະຍາດຕິດຕໍ່ ແລະ ອົງການຊ່ວຍເຫຼືອເດັກສາກົນ ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳ ຈຸດປະສົງຫຼັກໂຄງການແມ່ນເພື່ອປະກອບສ່ວນໃນການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍຢູ່ ສປປ ລາວ ແລະ ສະໜັບສະໜູນເປົ້າໝາຍແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນແຜນປະຕິບັດງານກ່ຽວກັບການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍນໍາໃຊ້ມາດຕະການເຊື່ອມສານແບບຄົບຊຸດ ກິດຈະກໍາຫຼັກຂອງໂຄງການ ແມ່ນຈະມີການສື່ສານ ແລະ ການມີສ່ວນຮ່ວມຂອງຊຸມຊົນ ແນະນໍາວິທີການປ່ອຍຍຸງລາຍບ້ານທີ່ມີເຊື້ອໂວລບັກເຄຍ ແລະ ການເກັບກໍາຂໍ້ມູນເພື່ອຕິດຕາມອັດຕາຂອງເຊື້ອໂວລບັກເຄຍຢູ່ປະຊາກອນຍຸງຢູ່ພາກສະໜາມໃນໄລຍະຫຼັງການປ່ອຍຍຸງ ໃນນີ້ ຈະເລັ່ງໃສ່ຈັດຕັ້ງປະຕິບັດຢູ່ 32 ບ້ານເປົ້າໝາຍຂອງເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ເຊິ່ງການປະຕິບັດຕົວຈິງ ແມ່ນພາຍຫຼັງຊຸມຊົນເຂດເປົ້າໝາຍດັ່ງກ່າວເຫັນດີ ແລະ ຮັບຮອງໂຄງການຈາກພາກສ່ວນກ່ຽວຂ້ອງ ແມ່ນຈະເລີ່ມປ່ອຍຍຸງທີ່ມີເຊື້ອ Wolbachia ໂດຍຈະຮ່ວມມືຮ່ວມເຮັດວຽກກັບອາສາສະໝັກສາທາລະນະສຸກຂັ້ນບ້ານໃນຕົ້ນປີ 2023 ນີ້ ຄາດວ່າພື້ນທີ່ປ່ອຍຍຸງຈະກວມເອົາເນື້ອທີ່ປະມານ 12 ຕາຕະລາງກິໂລແມັດ ຈະສາມາດຊ່ວຍປ້ອງກັນການຕິດເຊື້ອໄຂ້ຍຸງລາຍເຖິງ 86.000 ຄົນ ຢູ່ໃນ 2 ເມືອງເປົ້າໝາຍດັ່ງກ່າວ.

       ທ່ານ ດຣ ລັດຕະນະໄຊ ເພັດສຸວັນ  ກ່າວວ່າ: ພວກເຮົາໄດ້ຮັບເອົາວິທີການໃໝ່ນີ້ເຂົ້າມາທົດລອງປະຕິບັດຢູ່ໃນ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ໂຄງການທົດລອງຈັດຕັ້ງປະຕິບັດວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອແບັກທີເຣຍ Wolbachia ຈະປະສົບຜົນສຳເລັດ ແລະ ໄດ້ຮັບໝາກຜົນດີ ໂດຍການຕໍ່ສູ້ກັບພະຍາດໄຂ້ຍຸງລາຍຢູ່ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ພວກເຮົາຫວັງວ່າ ໂຄງການດັ່ງກ່າວຈະຊ່ວຍຫຼຸດຜ່ອນອັດຕາການເກີດພະຍາດ ແລະ ອັດຕາການເສຍຊີວິດຢູ່ໃນປະເທດລາວ ຂ້າພະເຈົ້າຢາກໃຫ້ປະຊາຊົນລາວເຂົ້າໃຈແຈ້ງຕໍ່ກັບເຊື້ອ Wolbachia ນີ້ ແມ່ນເກີດຂຶ້ນໂດຍທຳມະຊາດ ແລະ ປອດໄພຕໍ່ກັບຄົນເຮົາ ເຊິ່ງເຊື້ອ Wolbachia ນີ້ ມີຢູ່ນຳແມງໄມ້ຫຼາຍຊະນິດ ລວມທັງຍຸງ ຖ້າຫາກໂຄງການທົດລອງດັ່ງກ່າວໄດ້ຮັບໝາກຜົນສຳເລັດທີ່ເປັນໜ້າເພິ່ງພໍໃຈ ພວກເຮົາພ້ອມແລ້ວ ທີ່ຈະໃຫ້ການສະໜັບສະໜູນໃນການສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໂຄງການຢູ່ໃນຫຼາຍພາກຂອງປະເທດລາວໃຫ້ຫຼາຍຂຶ້ນ.

      ທ່ານ ດຣ Claudia Surjacjaja ຫົວໜ້າໂຄງການ WMP ປະຈຳອາຊີ ກ່າວວ່າ: ໂຄງການ WMP ມີຄວາມຍິນດີທີ່ໄດ້ແນະນຳວິທີການ Wolbachia ມາສູ່ປະເທດລາວ ໂດຍແນໃສ່ບ່ອນທີ່ມີການລະບາດຂອງໄຂ້ຍຸງລາຍໃນເຂດເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນວ ເຊິ່ງຫຼັກຖານຈາກຫຼາຍປະເທດໃນອາຊີ ແລະ ທົ່ວໂລກ ສະແດງໃຫ້ເຫັນວ່າ ວິທີການ Wolbachia ສາມາດເປັນວິທີແກ້ໄຂໄຂ້ຍຸງລາຍທີ່ມີຄວາມປອດໄພ ມີປະສິດທິຜົນ ແລະ ໃນໄລຍະຍາວ ພວກເຮົາຮູ້ສຶກຕື່ນເຕັ້ນທີ່ຈະໄດ້ເຫັນຄວາມຄືບໜ້າໃນປະເທດລາວ.

      ທ່ານ ນາງ Deborah Leaver  ກໍໄດ້ກ່າວວ່າ: ອົງການຊ່ວຍເຫຼືອເດັກສາກົນ ຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍ ທີ່ໄດ້ນຳເອົາໂຄງການ ຄວບຄຸມປະຊາກອນຍຸງໂລກ ມາຈັດຕັ້ງປະຕິບັດຢູ່ປະເທດລາວ ວິທີການ Wolbachia ນີ້ໄດ້ຖືກພິສູດແລ້ວວ່າມີປະສິດທິຜົນຢູ່ໃນປະເທດອື່ນໆໃນພາກພື້ນ ແລະ ມີຜົນທາງບວກຢ່າງບໍ່ໜ້າເຊື່ອຕໍ່ລະບົບສາທາລະນະສຸກ ແລະ ຕໍ່ປະຊາຊົນ ນີ້ແມ່ນຄວາມຫວັງໃໝ່ທີ່ຈະຊ່ວຍໃຫ້ປະຊາຊົນຫຼຸດຜ່ອນການເຈັບປ່ວຍຍ້ອນພະຍາດໄຂ້ຍຸງລາຍ  ແລະ ມີການຢັ້ງຢືນຈາກ ຄວິນສແລນ ເໜືອ ປະເທດອົດສະຕຣາລີວ່າ ບັນຫາໄຂ້ຍຸງລາຍບໍ່ໄດ້ເປັນເລື່ອງທີ່ໜ້າກັງວົນຂອງພາກສ່ວນສາທາລະນະສຸກອີກຕໍ່ໄປແລ້ວ ຂອບໃຈ Wolbachia ທີ່ສາມາດຊ່ວຍແກ້ໄຂບັນຫາໄຂ້ຍຸງລາຍໄດ້ ນອກຈາກນີ້ ຍັງມີປະເທດຫວຽດນາມ ບຣາຊີນ ແລະ ໂກລົມບີ ທີ່ສະແດງໃຫ້ເຫັນວ່າ ການເກີດພະຍາດໄຂ້ຍຸງລາຍໄດ້ຫຼຸດລົງຢ່າງຫຼວງຫຼາຍ ໂດຍສະເພາະແມ່ນເຂດພື້ນທີ່ໄດ້ປ່ອຍຍຸງລາຍບ້ານທີ່ມີເຊື້ອ Wolbachia.

# ຂ່າວ – ພາບ : ລັດເວລາ

error: Content is protected !!