ກຽມພົບງານສັບປະດາຫັດຖະກໍາຊົນເຜົ່າ ວັນທີ 8-18 ກັນຍາ 2022 ທີ່ສູນການຄ້າພາກຊັນ

    ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດ ມິສທິນ ກ້າວໜ້າ ລາວ ຈໍາກັດ ບໍລິສັດ ທະເວວພັດທະນາກະສິກໍາຄົບວົງຈອນ ແລະ ຜະລິດຕະພັນລາວ ສູນລວມອາຫານລາວ ຮ້ານຂອບໃຈຊາບູ ຜະລິດຕະພັນລາວຄີມກັນແດດຊັນເລີບ ແລະ ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ສະມາຄົມຫັດຖະກໍາລາວ ຮ່ວມກັບບໍລິສັດ ມິສທີນ ກ້າວໜ້າລາວ ຈໍາກັດ ຈະໄດ້ຈັດງານສັບປະດາຫັດຖະກໍາຊົນເຜົ່າຂຶ້ນວັນທີ 8-18 ກັນຍາ 2022 ທີ່ສູນການຄ້າພາກຊັນ ຖະໜົນຄູວຽງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີຈຸດປະສົງເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຫັດຖະກຳລາວ 1 ພະຈິກ ຄົບຮອບ 25 ປີ ແລະ ເປັນການກະກຽມໃຫ້ແກ່ການຈັດງານມະຫະກໍາສີມືຖະກຳລາວ ຄັ້ງທີ 21 ເຊິ່ງຈະຈັດຂຶ້ນໃນທ້າຍເດືອນຕຸລາ 2022 ທີ່ຈະມາເຖິງນີ້ ເພື່ອຈັດຫາກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າຜູ້ມາທ່ຽວຊົມ ທ່ຽວຊື້ ໄດ້ເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາຊົນເຜົ່າໃນ ສປປ ລາວ ສ້າງຄວາມປະທັບໃຈ ແລະ ຫຼົງໄຫຼໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງນາຍຊ່າງຫັດຖະກຳລາວເຮົາ ພ້ອມນັ້ນ ເພື່ອເປັນການປະກອບສ່ວນອະນຸຮັກ ສົ່ງເສີມວຽກງານຫັດຖະກຳໃນຂອບເຂດທົ່ວປະເທດ ເປັນການຕໍ່ຍອດມູນເຊື້ອຫັດຖະກຳຂອງຮຸ່ນຕາຍາຍໃຫ້ມີຄວາມຍືນຍົງຢູ່ຄູ່ກັບຊາວລາວເຮົາຕະຫຼອດໄປ ແລະ ເພື່ອເປັນການຍົກລະດັບປະສົບການດ້ານການວາງສະແດງ ແລະ ການຂາຍໃຫ້ແກ່ບັນດາຊາວຊ່າງ ແລະ ຫົວໜ່ວຍທຸລະກິດດ້ານຫັດຖະກຳໃຫ້ໄດ້ຮັບບົດຮຽນ ປະສົບການໃນການປັບປຸງການຂາຍໃຫ້ເປັນລະບົບແບບມືອາຊີບ ນອກນີ້ ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດຫັດຖະກຳຊົນເຜົ່າໃນ ສປປ ລາວ ສາມາດຂະຫຍາຍການຕະຫຼາດໃຫ້ນັບມື້ກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດຕະພັນຂອງຕົນອອກໄປສູ່ຕະຫຼາດສາກົນ ເນື່ອງຈາກວ່າສູນການພາກຊັນ ເປັນສູນການຄ້າທີ່ມີເຄືອຄ່າຍເຖິງ 100 ກວ່າສາຂາໃນທົ່ວໂລກ ແລະ ຍັງມີສາຂາຍ່ອຍຢູ່ໃນຫຼາຍປະເທດຕື່ມອີກ.

    ພິທີຖະແຫຼງຂ່າວ ງານສັບປະດາຫັດຖະກໍາຊົນເຜົ່າ ໄດ້ມີຂຶ້ນວັນທີ 4 ກັນຍາ 2022 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໂດຍການຖະແຫຼງຂອງທ່ານນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ແລະ ທ່ານນາງ ອານິດ ສີວິໄຊ ຮອງປະທານບໍລິສັດ ມິສທີນ ກ້າວໜ້າລາວ ຈໍາກັດ ປະທານ ສູນຝາກຂາຍໂອດ໋ອບ ລາວ ມີທ່ານ ສົມສະໜຸກ ມີໄຊ ທີ່ປຶກສາສະມາຄົມຫັດຖະກໍາລາວ ທ່ານ ຕົງ ເສິງ ປິ່ງ ຮອງຜູ້ບໍລິຫານສູນການຄ້າພາກຊັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ຜະລິດຕະພັນຫັດຖະກໍາຊົນເຜົ່າທີ່ຈະນຳມາວາງສະແດງ ແລະ ຂາຍໃນງານດັ່ງກ່າວ ປະກອບມີ ແຜ່ນແພ ແລະ ເຄື່ອງນຸ່ງຊົນເຜົ່າ ເຄື່ອງປະດັບ ເຄື່ອງຈັກສານ ເຄື່ອງປັ້ນດິນເຜົາ ຮູບແຕ້ມ ໄມ້ແກະສະຫຼັກ ອາຫານສຳເລັດຮູບພື້ນເມືອງ ເສື້ອຜ້າ-ລາຄາໂຮງງານ ສິນຄ້າ ໂອດ໋ອບລາວ (ODOP) ແລະ ອື່ນໆ ທີ່ກ່ຽວກັບຫັດຖະກໍາຊົນເຜົ່າ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!