KOTRA ຮ່ວມມືກບບັນດາຮ້ານຄ້າ ນໍາສະເໜີຜະລິດຕະພັນຄຸນນະພາບ

    ອົງການ KOTRA (ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫຼີ) ປະຈໍາ ນະຄອນຫຼວງວຽງຈັນ ຮ່ວມມືກັບບັນດາຮ້ານຄ້າຊັ້ນນໍາໃນລາວ ເພື່ອນໍາສະເໜີຜະລິດຕະພັນຄຸນນະພາບປະເພດ ເຄື່ອງອຸປະໂພກ-ບໍລິໂພກ ແລະ ຜະລິດຕະພັນອື່ນໆ ຈາກເກົາຫຼີມາສູ່ຜູ້ບໍລິໂພກລາວ.

    ເມື່ອບໍ່ດົນມານີ້ຮ້ານຄ້າ Parkson Supermarket ແລະ ຮ້ານ Muanjai Beauty ໄດ້ເລີ່ມກະຈາຍສິນຄ້າທີ່ໄດ້ປະຊຸມທາງອອນລາຍກັບບັນດາບໍລິສັດຈາກ ສ ເກົາຫຼີ ເຊິ່ງທັງສອງຮ້ານຄ້າໄດ້ນໍາເຂົ້າສິນຄ້າຈາກບໍລິສັດເກົາຫລີຫຼາຍກວ່າ 40 ບໍລິສັດ ທີ່ປະກອບມີຫຼາຍປະເພດສິນຄ້າຫຼາຍກວ່າ 100 ລາຍການເປັນຕົ້ນ ເຄື່ອງສໍາອາງ ຜະລິດຕະພັນເບິ່ງແຍງເສັ້ນຜົມ ອາຫານເສີມ ແລະ ຜະລິດຕະພັນບໍລິ ໂພກ ທີ່ຈະຈັດວາງໃນໂຊນສິນຄ້າສຸຂະພາບ ແລະ ຄວາມງາມຂອງ.

     ທ່ານ Pil Seong Kim ຜູ້ອຳນວຍການໃຫຍ່ ອົງການ KOTRA ວຽງຈັນໄດ້ກ່າວວ່າ: KOTRA ວຽງຈັນ ຈະສືບຕໍ່ໃຫ້ການສະໜັບສະໜູນກັບບັນດາຮ້ານຂາຍຄ້າຕ່າງໆໃນການສົ່ງເສີມການນຳເຂົ້າ ແລະ ຈັດຈຳໜ່າຍຜະລິດຕະພັນທີ່ມາຈາກ ສ.ເກົາຫຼີ ຍ້ອນວ່າປະເທດລາວມີໂຄງການທາງລົດໄຟ ແລະ ການເປີດດ່ານຊາຍແດນຄືນໃໝ່ ສປປ ລາວ ຄວນເພີ່ມທະວີການສະໜອງສິນຄ້າທີ່ມີຄຸນນະພາບເຂົ້າສູ່ຕະຫຼາດລາວ ເພື່ອດຶງດູດບັນດານັກທ່ອງທ່ຽວ ອົງການ KOTRA ບໍ່ໄດ້ພຽງແຕ່ສະໜັບສະໜູນກັບບັນດາຮ້ານຂາຍຄ້າທີ່ແຈກຢາຍຜະລິດຕະພັນຂອງເກົາຫຼີໃຕ້ເທົ່ານັ້ນ ແຕ່ຍັງສົ່ງເສີມຜູ້ຜະລິດໃນລາວທີ່ມີທ່າແຮງທີ່ຈະສົ່ງອອກໄປເກົາຫລີໃຕ້ໂດຍພວກເຮົາມີແຜນທີ່ຈະລິເລີ່ມໂຄງການສ້າງ Startup ການຄ້າໃນຕົ້ນປີໜ້າ”.

error: Content is protected !!