ນອນບໍ່ຫຼັບ ຊ້ຳກັບໄປກະທຳຜິດອີກ

ໃນ​ທ່າມ­ກາງ​ບັນ­ຍາ­ກາດ​ເດິກ​ດື່ນ​ທ່ຽງ​ຄືນ ຄົນ​ທັງ​ບ້ານ​ທັງ​ເມືອງ​ພາ­ກັນ​ນອນ​ຫຼັບ​ໄຫຼ ແຕ່​ໃນ​ຂະ­ນະ​ດຽວ​ກັນ ກໍ​ມີ​ຄົນ​ຈຳ­ນວນ​ໜຶ່ງ ສວຍ­ໂອ­ກາດ​ໄປ​ກະ­ທຳ​ຜິດ​ຫຼາຍ​ຢ່າງ ຍ້ອນ​ນອນ​ບໍ່​ຫຼັບ ຄຳ​ບູ­ຮານ​ໄດ້​ກ່າວ​ໄວ້​ວ່າ: ຄົນ​ມັກ​ທ່ຽວ​ບໍ່​ທ່ຽວ​ມັນ​ວອນ ຄົນ​ມັກ​ນອນ​ບໍ່​ນອນ​ມັນ​ໄຂ້ ຄົນ​ຂີ້­ໄຮ້​ບໍ່​ອົ່ງ​ມັນ​ຕາຍ ນີ້​ມັນ​ຖືກ​ສະ­ພາບ​ຕົວ​ຈິງ​ຂອງ​ຄົນ​ບາງ​ກຸ່ມ​ບາງ​ພວກ ທີ່​ຫາ​ທ່ຽວ​ສ້າງ​ຄວາມ​ເດືອດ­ຮ້ອນ ສ້າງ​ຄວາມ​ຈິບ­ຫາຍ​ໃຫ້​ແກ່​ຜູ້​ອື່ນ ໝາຍ​ຄວາມ​ວ່າ​ຄົນ​ເຄີຍ​ລັກ ເຄີຍ​ປຸ້ນ ເຄີຍ​ຈີ້ ເຄີຍ​ຊີງ​ຊັບ ຫາກ​ບໍ່​ໄດ້​ກະ­ທຳ​ຜິດ ບໍ່​ໄດ້​ໄປ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ຜູ້​ອື່ນ​ແມ່ນ​ນອນ​ບໍ່​ຫຼັບ ຄວາມ​ເປັນ​ຈິງ​ມັນ​ເປັນ​ດັ່ງ​ທີ່​ພວກ​ເຮົາ​ເຫັນ​ນຳ​ກັນ​ທຸກ​ມື້­ນີ້​ແຫຼະ ຜູ້​ກະ­ທຳ​ຜິດ​ສ່ວນ​ຫຼາຍ​ລ້ວນ​ແຕ່​ມີ​ຊື່​ສຽງ​ຮຽງ​ນາມ​ເກົ່າໆ ຄົນ​ຜູ້​ເກົ່າ ທີ່​ເຄີຍ​ກະ­ທຳ​ຜິດ​ແລ້ວ​ຫຼາຍ​ຄັ້ງ ຫຼາຍ​ຫົນ ສານ​ໄດ້​ຕັດ­ສິນ​ໄປ​ແລ້ວ ປະ­ຕິ­ບັດ​ໂທດ​ສິ້ນ​ສຸດ​ແລ້ວ ອອກ​ມາ​ແລ້ວ ກໍ​ຄືນ​ໄປ​ກະ­ທຳ​ຜິດ​ໃໝ່ ຊຶ່ງ​ກໍ​ມີ​ຈຳ­ນວນ​ຫຼາຍ ໂດຍ​ສະ­ເພາະ​ພວກ​ປຸ້ນ​ຈີ້ ຊີງ​ຊັບ ພວກ​ຂີ້­ລັກ ຂີ້​ຢາ​ທັງ­ຫຼາຍ ປາ­ກົດ​ວ່າ​ຕາຍ​ບໍ່​ຫຼາບ ປາບ​ບໍ່​ໝົດ ສຶກ​ສາ​ອົບ­ຮົມ​ລົງ­ໂທດ​ດົນ​ນານ​ປານ­ໃດ​ກໍ​ບໍ່​ປ່ຽນ ບໍ່​ແປງ​ຕົນ​ເອງ​ຈັກ​ເທື່ອ ຄົນ​ຈຳ­ນວນ​ນີ້ ສັງ­ຄົມ​ບອກ​ວ່າ​ຕ້ອງ​ຕັດ​ຕີນ ຕັດ​ມື​ມັນ ຄື​ບາງ​ປະ­ເທດ​ຕາ­ເວັນ​ອອກ ເມືອງ​ນອກ​ເມືອງ​ນາ​ເຂົາ​ລົງ­ໂທດ​ຜູ້​ກະ­ທຳ​ຜິດ​ກັນ​ນັ້ນ ມັນ​ຈຶ່ງ​ສົມ​ໃຈ​ຄັກ ຄວາມ​ຈິງ​ກໍ​ຕ້ອງ​ເຮັດ​ປານ​ນັ້ນ​ພຸ້ນ​ລະ ມັນ​ຈຶ່ງ​ຊິ​ຫຼາບ​ຊິ​ຈື່​ແດ່ ແຕ່​ຍ້ອນ​ວ່າ​ກົດ­ໝາຍ​ເຮົາ​ແມ່ນ​ຫັນ​ເອົາ​ນະ­ໂຍ­ບາຍ​ຂອງ​ພັກ ຂອງ​ລັດ​ມາ​ເປັນ​ຂໍ້​ກຳ­ນົດ ມາ​ເປັນ​ກົດ­ໝາຍ​ແຕ່​ລະ​ສະ­ບັບ ສະ­ນັ້ນ ມັນ​ຈຶ່ງ​ມີ​ທັງ​ມາດ​ຕະ­ການ​ຕັກ­ເຕືອນ ລົງ​ວິ­ໄນ ສຶກ​ສາ​ອົບ­ຮົມ ປົດ​ຊັ້ນ​ປົດ​ຕຳ­ແໜ່ງ ລົງ­ໂທດ​ແຕ່​ເບົາ​ຫາ​ໜັກ, ແຕ່​ຕ່ຳ​ຫາ​ສູງ ມີ​ທັງ​ປັບ​ໃໝ ລວມ​ທັງ​ວິ­ທີ​ການ​ລົງ­ໂທດ​ແບບ​ອື່ນໆ​ທີ່​ມີ​ໃນ​ກົດ­ໝາຍ ເພາະ​ກົດ­ໝາຍ​ພວກ​ເຮົາ​ເນັ້ນ​ເລື່ອງ​ມະ­ນຸດ­ສະ­ທຳ​ເປັນ​ຫຼັກ ທັງ​ນີ້​ກໍ​ຍ້ອນ​ວ່າ ຜູ້​ກະ­ທຳ​ຜິດ​ບາງ​ຄົນ​ລົງ­ມື​ກະ­ທຳ​ຜິດ ຍ້ອນ​ຄວາມ­ທຸກ​ຍາກ ຍ້ອນ​ຄວາມ​ໂກດ ຄວາມ​ໂລບ​ມາກ​ໂລ­ພາ ຍ້ອນ​ຄວາມ​ຫຼົງ ສາ­ເຫດ​ຍ້ອນ​ມີ​ສິ່ງ​ຊັກ​ຈູງ ຍ້ອນ​ຖືກ​ບັງ­ຄັບ​ຂົ່ມ­ຂູ່ ເວົ້າ​ແທ້​ແມ່ນ​ມີ​ທັງ​ກະ­ທຳ​ຜິດ​ໂດຍ​ເຈດ​ຕະ​ນາ ຫຼື​ດ້ວຍ​ຄວາມ​ບໍ່​ລະ­ມັດ­ລະ­ວັງ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ຫາກ​ຜູ້​ກະ­ທຳ​ຜິດ​ໄດ້​ກະ­ທຳ​ຜິດ​ທີ່​ມີ​ລັກ­ສະ­ນະ​ໂຫດ­ຮ້າຍ​ປ່າ​ເຖື່ອນ ຂ້າ​ຫຼາຍ​ຄົນ ຂ້າ​ແມ່­ຍິງ​ຖື­ພາ ຂ້າ​ຄົນ​ພິ­ການ ຂ້າ​ຜູ້​ເຖົ້າ ຫຼື​ຂ້າ​ແບບ​ຕັດ​ຫົວ ຕັດ​ຂາ ຕັດ​ຄໍ ຫຼື​ລອກ​ເນື້ອ​ເຖືອ​ໜັງ​ກ່ອນ​ຈະ​ຂ້າ​ໃຫ້​ຕາຍ ຫຼື​ທຸບ​ຕີ​ທໍ­ລະ­ມານ​ໃຫ້​ຕາຍ​ຢ່າງ​ຊ້າໆ ການ​ລົງ­ໂທດ​ກໍ​ຍ່ອມ​ຫຼີກ​ລ່ຽງ​ບໍ່​ໄດ້​ທີ່​ຈະ​ຕ້ອງ​ລົງ​ໜັກ ອາດ​ຈະ​ຕະ­ຫຼອດ​ຊີ­ວິດ ຫຼື​ປະ­ຫານ​ຊີ­ວິດ ເພື່ອ​ບໍ່​ໃຫ້​ຄົນ​ອື່ນ​ເອົາ​ເປັນ​ແບບ­ຢ່າງ​ການ​ກະ­ທຳ​ຜິດ​ນັ້ນ ສຳ­ລັບ​ຜູ້​ກະ­ທຳ​ຜິດ​ແລ້ວ ກະ­ທຳ​ຜິດ​ອີກ ຫຼື​ກົດ­ໝາຍ​ກຳ­ນົດ​ວ່າ​ເປັນ​ຜູ້​ກະ­ທຳ​ຜິດ​ຊ້ຳ ກະ­ທຳ​ຜິດ​ຊ້ອນ ການ​ກະ­ທຳ​ຜິດ​ທີ່​ມີ​ການ­ຈັດ­ຕັ້ງ​ເປັນ​ກຸ່ມ ການ​ກະ­ທຳ​ຜິດ​ເປັນ​ອາ​ຈິນ ການ​ກະ­ທຳ​ຜິດ​ທີ່​ບໍ່​ເຂັດ​ຫຼາບ ຊຶ່ງ​ການ​ລົງ­ໂທດ​ໃສ່​ແຕ່​ລະ​ການ​ກະ­ທຳ​ຜິດ​ກໍ​ມີ​ລັກ­ສະ­ນະ​ແຕກ​ຕ່າງ​ກັນ ຕົວ­ຢ່າງ ທ້າວ ກໍ ຕົກ​ເປັນ​ຜູ້​ຖືກ​ຫາ​ລັກ​ຊັບ​ຂອງ​ພົນ­ລະ­ເມືອງ ສະ­ນັ້ນ ໃນ​ມາດ­ຕາ 231 ຂອງ​ປະ­ມວນ​ກົດ­ໝາຍ​ອາ­ຍາ​ໄດ້​ກຳ­ນົດ​ວ່າ: ບຸກ­ຄົນ​ໃດ​ຫາກ​ໄດ້​ເອົາ​ຊັບ​ຂອງ​ຜູ້​ອື່ນ​ມາ​ເປັນ​ຂອງ​ຕົນ​ໂດຍ​ບໍ່​ຖືກ­ຕ້ອງ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່​ສາມ​ເດືອນ​ຫາ​ສາມ​ປີ ຫຼື​ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 1.000.000 ກີບ​ຫາ 5.000.000 ກີບ.

ໃນ​ກໍ­ລະ­ນີ​ທີ່​ຜູ້​ກະ­ທຳ​ຜິດ​ຫາກ​ລັກ​ດ້ວຍ​ການ​ງັດ​ແງະ ມ້າງ­ເພ ຮົ້ວ​ຮາວ ປະ­ຕູ ຫີບ ຕູ້ ແລະ ອື່ນໆ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່​ສາມ​ເດືອນ​ຫາ​ສາມ​ປີ ຫຼື​ດັດ​ສ້າງ​ໂດຍ​ບໍ່​ຕັດ​ອິດ­ສະ­ຫຼະ­ພາບ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 1.000.000 ກີບ​ຫາ 5.000.000 ກີບ.

ໃນ​ກໍ­ລະ­ນີ​ທີ່​ຜູ້​ກະ­ທຳ​ຜິດ​ຫາກ​ໄດ້​ເອົາ​ການ​ກະ­ທຳ​ເປັນ​ອາ​ຈິນ ມີ​ການ­ຈັດ­ຕັ້ງ​ເປັນ​ກຸ່ມ ຫຼື​ໃນ​ກໍ­ລະ­ນີ​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຫຼວງ­ຫຼາຍ ຈະ​ຖືກ​ລົງ­ໂທດ​ຕັດ​ອິດ­ສະ­ຫຼະ­ພາບ​ແຕ່​ສາມ​ປີ​ຫາ​ແປດ​ປີ ແລະ ຈະ​ຖືກ​ປັບ​ໃໝ​ແຕ່ 5.000.000 ກີບ​ຫາ 15.000.000 ກີບ ຄວາມ​ພະ­ຍາ­ຍາມ​ກໍ່​ການ​ກະ­ທຳ​ຜິດ ກໍ​ຈະ​ຖືກ​ລົງ­ໂທດ.

ການ​ກະ­ທຳ​ຜິດ​ທີ່​ມີ​ການ­ຈັດ­ຕັ້ງ​ເປັນ​ກຸ່ມ ແມ່ນ​ການ​ກະ­ທຳ​ຜິດ​ຂອງ​ກຸ່ມ​ຄົນ​ແຕ່​ສາມ​ຄົນ​ຂຶ້ນ​ໄປ ຊຶ່ງ​ມີ​ການ­ຈັດ­ຕັ້ງ​ໃນ​ກຳ­ນົດ​ເວ­ລາ​ໃດ​ໜຶ່ງ ແລະ ມີ​ການ​ວາງ​ແຜນ​ເພື່ອ​ກະ­ທຳ​ຜິດ​ໃນ​ສະ­ຖານ​ໂທ­ສາ­ນຸ­ໂທດ​ຂຶ້ນ​ໄປ (ແຕ່​ເບົາ​ຫາ​ໜັກ).

ການ​ກະ­ທຳ​ຜິດ​ເປັນ​ອາ​ຈິນ ແມ່ນ​ການ​ກະ­ທຳ​ຜິດ​ໃນ​ສະ­ຖານ​ດຽວ​ກັນ ຫຼື​ຄ້າຍ­ຄື​ກັນ​ແຕ່​ສາມ​ຄັ້ງ​ຂຶ້ນ​ໄປ ຊຶ່ງ​ສານ​ຍັງ​ບໍ່​ທັນ​ໄດ້​ພິ­ຈາ­ລະ­ນາ​ຕັດ­ສິນ ເມື່ອ​ກົດ­ໝາຍ​ໄດ້​ກຳ­ນົດ​ໄວ້​ສະ­ເພາະ​ແຕ່​ລະ​ການ​ກະ­ທຳ​ຜິດ​ຄື​ແນວ​ນີ້ ເຖິງ​ແມ່ນ​ວ່າ​ຜູ້​ກະ­ທຳ​ຜິດ​ຈະ​ກະ­ທຳ​ຜິດ​ແລ້ວ​ກະ­ທຳ​ຜິດ​ອີກ ສານ​ກໍ​ບໍ່​ສາ­ມາດ​ທີ່​ຈະ​ລົງ​ໃສ່​ຜູ້​ກະ­ທຳ​ຜິດ​ຕາມ​ຈິດ­ໃຈ​ທີ່​ທຸກ​ຄົນ​ຕ້ອງ­ການ​ຄື ຕ້ອງ​ຕັດ​ຕີນ​ຕັດ​ມື ຫຼື​ເອົາ​ໄປ​ເກືອ​ແຂ້​ເກືອ​ປາ ຫຼື​ເອົາ​ໄປ​ຂ້າ​ໃຫ້​ຕາຍ​ກໍ​ຍັງ​ບໍ່​ສົມ​ໃຈ​ໄດ້ ແລະ ຕ້ອງ​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ເທົ່າ​ນັ້ນ ສິ່ງ​ທີ່​ພວກ​ເຮົາ​ຕ້ອງ​ເຮັດ ຕ້ອງ​ປ້ອງ​ກັນ​ບໍ່​ໃຫ້​ມັນ​ເກີດ​ຂຶ້ນ ກໍ​ຕ້ອງ​ເພີ່ມ​ສະ­ຕິ ເພີ່ມ​ຄວາມ​ລະ­ວັງ ເພີ່ມ​ການ​ປ້ອງ​ກັນ​ຊັບ​ສິນ ຊີ­ວິດ​ອິນ​ຊີ​ຂອງ​ຕົນ ສັດ­ສາ​ວາ​ສິ່ງ​ຂອງ​ຕົນ​ໃຫ້​ດີ ໃຫ້​ປອດ​ໄພ ໃຫ້​ລອດ​ພົ້ນ​ເງື່ອມ​ຂອງ​ຄົນ​ພານ ຄົນ​ບໍ່​ດີ ຄົນ​ບໍ່​ຮູ້​ບາບ​ຮູ້​ກຳ​ທັງ­ຫຼາຍ​ເຫຼົ່າ­ນັ້ນ ຍ້ອນ​ວ່າ​ເຂົາ​ນອນ​ບໍ່​ຫຼັບ ເຂົາ​ເສບ​ຢາ ເຂົາ​ມັກ​ທ່ຽວ ພໍ່​ແມ່ ອ້າຍ​ເອື້ອຍ​ນ້ອງ ຈະ​ຖີ້ມ​ກໍ​ເສຍ­ດາຍ ຈະ​ບາຍ​ກໍ​ຂີ້­ດຽດ ກືນ​ບໍ່​ເຂົ້າ​ຄາຍ​ບໍ່​ອອກ​ກໍ​ວ່າ​ເປັນ​ຄົນ ສະ­ນັ້ນ ເຖິງ​ມັນ​ຍາກ ເຖິງ​ມັນ​ລຳ­ບາກ​ກໍ​ຕ້ອງ​ໄດ້​ເຮັດ ໄດ້​ເອົາ­ໃຈ­ໃສ່ ໄດ້​ອົດ­ທົນ​ນຳ​ກັນ ຈະ​ຂ້າ​ຈະ​ແກງ​ເຂົາ​ເຮົາ​ກໍ​ຜິດ ເພາະ​ກົດ­ໝາຍ​ບໍ່​ອະ­ນຸ­ຍາດ, ແມ່ນ​ກະ​ທັ້ງ​ຄົນ​ລ້ຽງ​ເປັດ​ລ້ຽງ​ໄກ່ ເອົາ​ສາຍ​ໄຟ­ຟ້າ​ໄປ​ລັດ​ໄປ​ເນັ່ງ ເພື່ອ​ປ້ອງ​ການ​ລັກ ແຕ່​ຖ້າ​ຫາກ​ຜູ້​ໄປ​ລັກ​ໄປ​ລອບ​ຫາກ​ຖືກ​ໄຟ​ຊອດ​ເສຍ​ຊີ­ວິດ ເຈົ້າ​ຂອງ​ເຮືອນ ໂດຍ​ສະ­ເພາະ​ຜູ້​ເອົາ​ສາຍ​ໄຟ­ຟ້າ​ໄປ​ລັດ ໄປ​ເນັ່ງ ກໍ​ຕ້ອງ​ຖືກ​ດຳ­ເນີນ​ຄະ­ດີ ແລະ ຕ້ອງ​ຮັບ­ຜິດ­ຊອບ​ຄ່າ​ເສຍ​ຫາຍ​ຍ້ອນ​ການ​ລົ້ມ ການ​ຕາຍ​ຂອງ​ຜູ້​ເປັນ​ໂຈນ ຜູ້​ເປັນ​ຄົນ​ຂີ້­ລັກ​ນັ້ນ ບາດ​ສຸດ​ທ້າຍ​ກໍ​ຖີ້ມ​ໂທດ​ໃສ່​ກົດ­ໝາຍ ວ່າ​ກົດ­ໝາຍ​ພ້ອມ​ຄົນ​ຜິດ ຜູ້​ຜິດ​ເປັນ​ຖືກ ຜູ້​ຖືກ​ເປັນ​ຜິດ ແລະ ອື່ນໆ.

ໂດຍ: ໄມ້​ງັດ

error: Content is protected !!