ປະຊາຊົນເມືອງຫາດຊາຍຟອງ ສະເໜີໃຫ້ແກ້ໄຂຫຼາຍບັນຫາທີ່ຕິດພັນໃນການດຳລົງຊີວິດ

    ຄະນະສະມາຊິກສະພາແຫ່ງຊາດຊຸດທີ IX ເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໄດ້ລົງພົບປະພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງຢູ່ຫຼາຍບ້ານຂອງເມືອງຫາດຊາຍຟອງ ພາຍຫຼັງທີ່ສຳເລັດວາລະການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ນຳພາໂດຍທ່ານ ຄໍາຜອງ ແສງສະຫວ່າງ ສະມາຊິກສະພາແຫ່ງຊາດຊຸດທີ IXເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ ຮອງປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ທ່ານ ສຸກສະຫວັນ ບຸດຕະວົງ ສະມາຊິກສະພາ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະຈໍາເຂດເລືອກຕັ້ງເມືອງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງຫາດຊາຍຟອງ

     ການລົງພົບປະຄັ້ງນີ້ ເປັນການນຳເອົາເນື້ອໃນຜົນສຳເລັດຂອງກອງປະຊຸມດັ່ງກ່າວມາເຜີຍແຜ່ໃຫ້ກັບພໍ່ແມ່ປະຊາຊົນໄດ້ຮັບຊາບ ຮັບຟັງຕໍ່ການສະເໜີລາຍງານຂອງລັດຖະບານ ແລະ ການພິຈາລະນາຮັບຮອງເອົາບັນຫາສຳຄັນຕ່າງໆຂອງຊາດ ຂອງນະຄອນຫຼວງ ແລະ ການປັບປຸງແກ້ໄຂບັນຫາອື່ນໆທີ່ເຫັນວ່າຍັງບໍ່ທັນສອດຄ່ອງປານໃດ ເພື່ອຄົ້ນຄວ້າຫາວິທີທາງແກ້ໄຂປັບປຸງໃຫ້ເໝາະສົມກັບສະພາບຄວາມເປັນຈິງ ພ້ອມນີ້ ກໍມີຄວາມຍິນດີທີ່ຈະຮັບຟັງ ແລະ ແລກປ່ຽນຂໍ້ຄິດຂໍ້ສະເໜີຕ່າງໆຈາກປະຊາຊົນ ໂດຍສະເພາະ ຫຼາຍບັນຫາທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນທີ່ກຳລັງປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເປັນຕົ້ນ ບັນຫາສິນຄ້າທີ່ມີລາຄາແພງ ຄ່າຄອງຊີບສູງ ບັນຫາເງີນເຟີ້ ແລະ ອື່ນໆ ທີ່ເປັນສິ່ງທ້າທາຍຢ່າງໜັກໜ່ວງ ແລະ ຈະກະທົບໂດຍກົງຕໍ່ປາກທ້ອງຂອງພໍ່ແມ່ປະຊາຊົນ ຖ້າຫາກບໍ່ໄດ້ຮັບການແກ້ໄຂ

    ວັນທີ 31 ສິງຫາ 2022 ຄະນະດັ່ງກ່າວໄດ້ລົງພົບປະນຳພະນັກງານຫຼັກແຫຼ່ງຂອງເມືອງຫາດຊາຍຟອງ ຢູ່ທີ່ສະໂມສອນປົກຄອງເມືອງ ເຊິ່ງຕ້ອນຮັບໂດຍທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງພ້ອມຄະນະ ໂອກາດນີ້ ທ່ານຮອງເຈົ້າເມືອງຫາດຊາຍຟອງ ໄດ້ລາຍງານສະພາບລວມໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຈາກນັ້ນ ກໍຍັງໄດ້ຮັບຟັງການສະເໜີບັນຫາຕ່າງໆຈາກຜູ້ເຂົ້າຮ່ວມ ເປັນຕົ້ນ ສະເໜີໃຫ້ສ້ອມແປງເສັ້ນທາງເຂົ້າຫາຄ້າຍທະຫານກອງບັນຊາການ ປກຊ ເມືອງ ແລະ ປັບປຸງອາຄານເກົ່າທີ່ເປ່ເພໃຫ້ດີຂື້ນ ນອກນີ້ ໃນຜ່ານມາ ຄະນະດັ່ງກ່າວຍັງໄດ້ລົງພົບປະກັບພໍ່ແມ່ປະຊາຊົນຢູ່ຫຼາຍບ້ານພາຍໃນເມືອງຫາດຊາຍຟອງ  ແລະ ໄດ້ຮັບຟັງການສະເໜີຫຼາຍບັນຫາ ເພື່ອໃຫ້ຊ່ວຍແກ້ໄຂ ເຊັ່ນ: ລາຄາສິນຄ້າ ເງິນກີບອ່ອນຄ່າ ຫົນທາງເປ່ເພ ປະຊາຊົນໄປມາພົບຄວາມຫຍຸ້ງຍາກ ໄຟຟ້າບໍ່ພຽງພໍໃຊ້ຢູ່ເຂດບ້ານຫ້ອມ ຄ່າໄຟຟ້າແພງ ເຮັດໃຫ້ຜູ້ຊົມໃຊ້ນໍ້າຊົນລະປະທານເພື່ອການຜະລິດພົບບັນຫາ ການອອກໃບຕາດິນຊັກຊ້າ ພົບກິ່ນຂິວທີ່ມີການປ່ອຍສານເຄມີອອກຈາກໂຮງງານ ແລະ ບັນຫາອື່ນໆອີກທີ່ຢາກໃຫ້ສະມາຊິກສະພາຊ່ວຍແກ້ໄຂ

# ພາບ-ຂ່າວ : ຂັນທະວີ

error: Content is protected !!