ສ້າງຄວາມເຂົ້າໃຈ ການແຂ່ງຂັນສິ່ງປະດິດໃນທາງທຸລະກິດ

ກອງປະຊຸມສໍາມະນາ ແລະ ການແຂ່ງຂັນສິ່ງປະດິດໃນທາງທຸລະກິດ ໃນຫົວຂໍ້: ການສຶກສາ ຄົ້ນຄວ້າ ແລະ ເຜີຍແຜ່ຂໍ້ມູນສິດທິບັດ ຈັດຂຶ້ນວັນທີ 1-2 ກັນຍາ 2022 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ນາງ ສີດາ ຢູຕຼີຈັນທະຈັກ ຮັກສາການແທນຫົວໜ້າກົມສັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຫົວໜ້າໂຄງການ ERIA ຜູ້ຊ່ຽວຊານ ຕາງໜ້າຈາກຂະແໜງການ ພະນັກງານ ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ທ່ານ ນາງ ສີດາ ຢູຕຼີຈັນທະຈັກ ກ່າວວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕໍ່ກັບການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ກໍຄື ການສ້າງເສດຖະກິດແຫ່ງຊາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຍົກສູງຄວາມອາດສາມາດໃນການແຂ່ງຂັນ ທາງດ້ານຊັບສິນທາງປັນຍາ ເຊິ່ງຊັບສິນທາງປັນຍາກໍ ເປັນເຄື່ອງມືອັນໜຶ່ງທີ່ສໍາຄັນ ໃນການກະຕຸກຊຸກຍູ້ ແລະ ຂັບເຄື່ອນເສດຖະກິດແຫ່ງຊາດ ໃຫ້ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມຈໍາເປັນຢ່າງຍິງ ໃນການສ້າງຄວາມອາດ ສາມາດ ສ້າງຄວາມຮູ້ຄວາມເຂົ້າໃຈໂດຍພື້ນຖານກ່ຽວກັບຊັບສິນທາງປັນຍາໂດຍສະເພາະ ແມ່ນວຽກງານສິດທິບັດ ຊຶ່ງເປັນເຕັກໂນໂລຊີທີ່ໄດ້ຮັບການຄົ້ນຄວ້າ ແລະ ພັດທະນາ ໂດຍບັນດານັກຄົ້ນຄວ້າຈາກຫຼາກຫຼາຍຂົງເຂດ ເຮັດໃຫ້ສາມາດນໍາເອົາແນວຄິດເຫຼົ່ານັ້ນໄປຕໍ່ຍອດ ເພື່ອສ້າງສິ່ງປະດິດໃໝ່ໄດ້.

ກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກສະຖານບັນສະ ຖາບັນວິໄຈເສດຖະກິດຂອງບັນດາປະເທດອາຊຽນ ແລະ ອາຊີຕາເວັນອອກ (ERIA) ຈາກສໍານັກງານສິດທິບັດຍີ່ປຸ່ນ (JPO) ເຊິ່ງໂຄງການ ERIA ແມ່ນສະຖາບັນວິໄຈເສດຖະກິດຂອງ ບັນດາປະເທດອາຊຽນ ແລະ ອາຊີຕາເວັນອອກ ໂຄງການດັ່ງກ່າວ ໄດ້ສ້າງຕັ້ງຂຶ້ນໃນປີ 2007 ໂດຍການຮັບຮອງຈາກ 16 ປະເທດຢູ່ໃນອາຊີຕາເວັນອອກທີ່ກອງປະຊຸມສຸດຍອດອາຊີຕາເວັນ ອອກຄັ້ງທີ 3 ທີ່ປະເທດ ສິງກະໂປ ກົມຊັບສິນທາງປັນຍາແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ໂຄງການແຕ່ປີ 2020 ເປັນໄລຍະເວລາ 2 ປີ ໂຄງການ ERIA ໄດ້ດໍາເນີນກ່ຽວກັບການສະໜັບສະໜູນໃນການເກັບກໍາຂໍ້ມູນການວິໄຈຈາກແຕ່ລະປະເທດ ແລະໃຫ້ຄໍາແນະນໍາກ່ຽວກັບ ການວິໄຈ ແລະ ການສະເໜີນະໂຍບາຍຂອງ ERIA ສົ່ງເສີມການເຜີຍແຜ່ຜົນງານວິໄຈຂອງ ERIA ERIA ຄົ້ນຫາງານວິໄຈທີ່ດີທີ່ສຸດ ແລະ ການມີສ່ວນຮ່ວມສະມາຊິກ ERIA.

ໃນສະພາບການທີ່ມີຄວາມກ້າວໜ້າໃນແຕ່ລະວັນ ວຽກງານສິດທິບັດກໍ່ແມ່ນວຽກງານໜຶ່ງທີ່ສາມາດສ້າງຄວາມຮູ້ກ່ຽວກັບການນໍາໃຊ້ຂໍ້ມູນສິດທິບັດ ກໍ່ຄືເຕັກໂນໂລຊີໃຫມ່ທີ່ຈະເກີດ ຂຶ້ນໃນອະນາຄົດ ການສ້າງຍຸດທະສາດແຫ່ງຊາດ ຍຸດທະສາດດ້ານການຄົ້ນຄວ້າ ແລະ ພັດທະນາ ຊຸກຍູ້ປັດໃຈການຄົ້ນຄວ້າ ຢູ່ໃນບັນດາ ສະຖາບັນການສຶກສາ ແລະ ສະຖາບັນ ຄົ້ນຄວ້າ.

ການສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບວຽກງານການໃຫ້ແກ່ຄອາຈານຈາກ ມະຫາວິທະຍາໄລ ສະຖາບັນ ແລະ ສູນຄົ້ນຄວ້າຕ່າງໆ ກໍ່ເປັນອີກປັດໃຈໜຶ່ງທີ່ສາມາດຖ່າຍ ທອດຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານສິດທິບັດ ໃຫ້ແກ່ນັກຮຽນນັກສຶກສາ ນອກຈາກນັ້ນ ກໍ່ມີການແຂ່ງຂັນຄົ້ນຫາຂໍ້ມູນສິດທິບັດເພື່ອຊິງລາງວັນ ສໍາລັບຜູ້ເຂົ້າຮ່ວມ ທ່ານໃດທີ່ມີຜົນການຄົ້ນຫາທີ່ຖືກຕ້ອງ ແລະ ມີປະສິດທິພາບ.

error: Content is protected !!