ສສຊ-ສສນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ພະນັກງານຢູ່ເມືອງນາຊາຍທອງ.

    ວັນທີ 30 ສິງຫາ 2022 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ໄດ້ມີພິທີຕ້ອນຮັບ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼງວຽງຈັນ ຊູດທີ2 (ສສຊ-ສສນວ) ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສສຊ ຊຸດທີ 9 ແລະ ສສນວ ຊຸດທີ 2 ເຊິ່ງນໍາພາໂດຍ ທ່ານ ທະ​ນົງສິດ ເມືອງ​ຈັນ ສ​ສ​ຊ ທ່ານ ​ແສງວິ​ໄລ ສີ​ລັດ​ຕະ​ນະ ສ​ສນວ ແລະ ທ່ານ ດ​ຣ ບຸນ​ທະ​ວີ ເດດ​ບັນ​ດິດ ສ​ສນວ ເປັນກຽດຕ້ອນຮັບຂອງທ່ານ ນາງ ແກ້ວ​ມະ​ນີ ແກນ​ປະ​ເສີດ ຄະ​ນະ​ປະ​ຈຳ​ພັກ​ເມືອງ ປະ​ທານ​ໂຄ​ສະ​ນາ​ອົບ​ຮົມເມືອງນາຊາຍທອງ ມີບັນດາຫ້ອງການ ຕະຫຼອດຮອດພະນັກງານສະມາຊິກພັກພະນັກງານລັດຖະກອນເຂົ້າຮ່ວມ.

    ໂອກາດດັ່ງກ່າວ ໄດ້ຮັບຟັງລາຍງານຫຍໍ້ ສະພາບລວມຂອງເມືອງນາຊາຍທອງ ເປັນຕົ້ນ: ຂົງເຂດວຽກງານເສດຖະກິດ ໄດ້ເອົາໃຈໃສ່ນໍາພາປະຊາຊົນເຮັດການຜະລິດ ແລະ ປະກອບການຕາມກົນໄກເສດຖະກິດຕະຫຼາດ ທີ່ມີການນໍາພາຂອງພັກ ການຄຸ້ມຄອງຂອງລັດ ເຮັດໃຫ້ເສດຖະກິດຂອງເມືອງນາຊາຍທອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລາຍຮັບສະເລ່ຍຕໍ່ຫົວຄົນ 18.500.000 ກີບ/ຄົນ/ປີ ເທົ່າກັບ 2.100 ໂດລາ/ຄົນ/ປີ ໄດ້ຕັ້ງໜ້າຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເພື່ອພັດທະນາເສດຖະກິດຕາມທິດຫັນປ່ຽນເປັນອຸດສາຫະກໍາ ແລະ ທັນສະໄໝ ສົ່ງເສີມຊາວກະສິກອນຫັນຈາກການຜະລິດແບບທໍາມະຊາດໄປສູ່ການຜະລິດສິນຄ້າ ສາມາດ ຜະລິດເຂົ້າໄດ້ 49.221 ໂຕນ/ປີ ໃນເນື້ອທີ່ 12.605 ສະເລ່ຍສະມັດຕະພາບ 4,40 ໂຕນ/ເຮັກຕາ ທົ່ວເມືອງນາຊາຍທອງ ມີຄອບຄົວຕົວແບບ 201 ຄອບຄົວ ກຸ່ມຜະລິດ 11 ກຸ່ມ ຟາມລ້ຽງສັດທັງໝົດ 248 ຟາມ ສາມາດຕອບສະໜອງຊັ້ນໄດ້ 20.397 ໂຕນ/ປີ ແລະ ພືດຜັກ 7,468 ໂຕນ/ປີ ສໍາລັບການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2002 ມາຮອດປັດຈຸບັນ ຈັດເກັບລາຍຮັບໄດ້ 8,66 ຕື້ກີບ ເທົ່າກັບ 43,14% ຂອງແຜນການ 19,50 ຕື້ກີບ.

    ສັງລວມແລ້ວ ເມືອງນາຊາຍທອງແມ່ນມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ ສັງຄົມມີຄວາມສະຫງົບ ແລະ ມີການພັດທະນາ ລະດັບຊີວິດການເປັນຢູ່ຂອງປະຊາຊົນກໍເຫັນວ່າດີຂຶ້ນເລື້ອຍໆ ເຖິງຈະຊັກຊ້າແດ່ ແຕ່ກໍມີທ່າອ່ຽງທີ່ດີຂຶ້ນ ແຕ່ແນວໃດກໍ່ດີ ຄຽງຄູ່ກັບດ້ານຕັ້ງໜ້ານັ້ນ ກໍຍັງມີບັນຫາຫຼາຍດ້ານທີ່ຕ້ອງໄດ້ເອົາໃຈໃສ່ນໍາພາແກ້ໄຂຢ່າງເອົາຈິງເອົາຈັງ ເປັນຕົ້ນແມ່ນບັນຫາປາກົດການຫຍໍ້ທໍ້ຍັງສືບຕໍ່ເກີດຂຶ້ນຢູ່ເລື້ອຍໆເຊັ່ນ: ບັນຫາຢາເສບຕິດ ຂີ້ລັກງັດແງະ ແລະ ອື່ນໆ.

    ຈາກນັ້ນ ສສຊ ແລະ ສສນວ ຍັງໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 9 ແລະ ສະພາປະຊາຊົນ ນວ ຊຸດທີ 2 ພ້ອມນັ້ນ ກໍໄດ້ໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄິດຄໍາເຫັນ ແລະ ສະເໜີບັນຫາທີ່ໃຫ້ຄວາມສົນໃຈເພື່ອສະເໜີໄປຍັງພາກສ່ວນກ່ຽວຂ້ອງແກ້ໄຂ ໃນນັ້ນ ບັນຫາ ກ່ຽວ​ກັບ​ການ​ກຳ​ນົດ​ອາ​ຍຸ​ຂອງ​ບັດ​ປະ​ຈຳ​ຕົວ ໃບ​ຂັບ​ຂີ່ 5 ປີ ​ເຫັນ​ວ່າ​ມີ​ຫ​ຍຸ້ງ​ຍາກ ສະ​ເໜີໃຫ້ນຳ​ໃຊ້​ຖາ​ວອນ​​ໄດ້​ບໍ ການ​ແກ້​ໄຂ​ບັນ​ຫາ​ຂອງ​ສັງ​ຄ​ົມ​ຍັງ​ຊັກ​ຊ້າ ໂດຍ​ສະ​ເພາະ​ ການ​ແກ້​ໄຂ​ບັນ​ຫາ​ຂໍ້​ຂັດ​ແຍ່ງ​ອ່າງ​ນ້ຳ​ຫຸມ ເຫັນ​ວ່າ​ມີ​ຄວາມ​ຊັກ​ຊ້າ ແລະ ແກ່​ຍາວ​ເວ​ລາ ​ໃຫ້​ເພີ່ມ​ເງິນ​ເດືອນ​ຂອງ​ພະ​ນັກ​ງານໃຫ້​ເໝາະ​ສົມ​ກັບ​ຄ່າ​ຄອງ​ຊີບ​ທີ່​ແພງ​ໃນ​ປັດ​ຈຸ​ບັນ ໃຫ້​ຄວບ​ຄຸມ​ລາ​ຄາ​ສິນ​ຄ້າ ເພາະ​ລາ​ຄາ​ສິນ​ຄ້າ​ມີ​ການ​ເໜັງ​ຕິງຫຼາຍ ໃຫ້​ຍາດ​ເອົາ​​ທຶນ​ພັດ​ທະ​ນາພື້ນ​ຖານ​ໂຄງ​ລ່າງ ​ທຶນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ທຶນ​ອາ​ນຸຮັກ​ໃຫ້​ມີ​ຄວາມ​ຍືນ​ຍົງ.

#  ຂ່າວ – ພາບ :ວຽງມາ

error: Content is protected !!