ມອບ-ຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່

    ໂດຍອີງຕາມຄວາມຮຽກຮ້ອງຕ້ອງການໃນໜ້າທີ່ວຽກງານຂອງກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ແລະ ອີງຕາມທິດປັບປຸງກົງຈັກການຈັດຕັ້ງຂອງລັດຖະບານເວົ້າລວມ ເວົ້າສະເພາະ ກົງຈັກການຈັດຕັ້ງຂອງບັນດາກະຊວງໃຫ້ກະທັດຮັດ ສົມເຫດສົມຜົນ ແລະ ເຄື່ອນໄຫວຢ່າງມີປະສິດທິພາບສູງ ຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງ ຄຸນນະພາບການເຄື່ອນໄຫວຂອງກົງຈັກການຈັດຕັ້ງ ແລະ ການບັນຈຸຊັບຊ້ອນລັດຖະກອນ ບົນຈິດໃຈຄະນະພັກ ຄະນະນໍາກະຊວງ ຮສສ ແລະ ການເຫັນດີຂອງລັດຖະບານ ໃຫ້ໂຮມກົມປະກັນສັງຄົມ ແລະ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ມາເປັນອົງການປະກັນສັງຄົມແຫ່ງຊາດ ຕາມດໍາລັດວ່າດ້ວຍການໂຮມກົມປະກັນສັງຄົມ ແລະ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ສະບັບເລກທີ 303/ນຍ ລົງວັນທີ 16 ຕຸລາ 2019.

    ດັ່ງນັ້ນ ໃນວັນທີ 3 ມິຖຸນາ 2020 ຈິ່ງໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບຮັບຫົວໜ້າອົງການປະກັນສັງຄົມແຫ່ງຊາດຄົນໃໝ່ ເປັນກຽດເຂົ້າຮວ່ມຂອງທ່ານ  ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມີບັນດາຮອງລັດຖະມົນຕີ ຫົວໜ້າກົມ ພ້ອມດວ້ຍສະມາຊິກພັກ-ພະນັກງານ.

    ໃນພິທີ ທ່ານ ຄຳຂານ ພິນສະຫວັນ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານດຳລັດນາຍົກລັດຖະມົນຕີ ວ່າດ້ວຍການໂຮມກົມປະກັນສັງຄົມ ແລະ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດມາເປັນອົງການປະກັນສັງຄົມແຫ່ງຊາດ ມີຖານະເທົ່າກັບກົມສັງກັດໃນໂຄງປະກອບກົງຈັກຂອງກະຊວງກະຊວງ ຮສສ ສະບັບເລກທີ 363/ນຍ ນະຄອນຫຼວງວຽງຈັນ ວັນທີ 16/10/2019 ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໂດຍແຕ່ງຕັ້ງທ່ານ ນາງ ແກ້ວ ຈັນທະວີໄຊ ເປັນຫົວໜ້າອົງການປະກັນສັງຄົມແຫ່ງຊາດ (ອປຊ) ແລະ ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ຈຳນວນ 4 ທ່ານຄືທ່ານ ເພັດສະໝອນ ສຸກທະວີພອນ ທ່ານ ບຸນຍອດ ຈັນທະວອນ ທ່ານ ນາງ ບົວຫອມ ພົມມະຈັນ ແລະ ທ່ານ ນາງ ວັນໄຊ ສຸວັນນະເມທີ ເປັນຮອງຫົວຫນ້າ ອປຊ.

    ນອກຈາກນີ້ຍັງໄດ້ອ່ານຜ່ານຂໍ້ຕົກລົງແຕ່ງຕັ້ງ ຍົກຍ້າຍ ຊັບຊ້ອນຫົວໜ້າພະແນກ ຮອງພະແນກ ແລະ ວິຊາການຈຳນວນໜຶ່ງໄປປະຈຳການຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢ່າງເໝາະສົມອີກດ້ວຍ.

error: Content is protected !!