ສອງທະນາຄານລາວ-ຫວຽດນາມ ແລກປ່ຽນວິຊາການກິລາ ແລະ ວັດທະນະທໍາ

    ວັນທີ 29 ສິງຫາ 2022 ທີ່ແຂວງກວາງບິ່ງ ສສ ຫວຽດນາມ ຄະນະນໍາຂັ້ນສູງຂອງທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມທະວິພາຄີປະຈຳປີ 2022 ລະຫວ່າງ ທຫລ ຕາງໜ້າໂດຍທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດຫວຽດນາມ ຕາງໜ້າໂດຍທ່ານ ນາງ ຫງວຽນ ທິ ຮົງ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ພ້ອມດ້ວຍຄະນະຈາກກົມກ່ຽວຂ້ອງຂອງສອງທະນາຄານກາງ ໄດ້ໃຫ້ກຽດເຂົ້າຮ່ວມ ເຊິ່ງກອງປະຊຸມພາຍໃຕ້ການເປັນເຈົ້າພາບຂອງທະນາຄານແຫ່ງລັດຫວຽດນາມ.

    ກອງປະຊຸມທະວິພາຄີລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດຫວຽດນາມ ປະຈຳປີ 2022 ຈັດຂຶ້ນເພື່ອເປັນເວທີໃນການປຶກສາຫາລືແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບເສດຖະກິດມະຫາພາກ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ສະຫຼຸບຕີລາຄາໝາກຜົນການຮ່ວມມືຂອງສອງທະນາຄານກາງໃນວຽກງານຂະແໜງການທະນາຄານ-ເງິນຕາ ລະຫວ່າງສອງທະນາຄານກາງໄລຍະໜຶ່ງປີຜ່ານມາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.

    ໃນວາລະກອງປະຊຸມທະວິພາຄີ ປະຈໍາປີ 2022 ຄັ້ງນີ້ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດຫວຽດນາມ ໄດ້ລົງເລິກປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫຼາຍບັນຫາສຳຄັນຕົ້ນຕໍຄື: ບັນຫາສະພາບເສດຖະກິດມະຫາພາກ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ການກໍານົດອັດຕາແລກປ່ຽນ ລວມເຖິງການປຶກສາຫາລືກ່ຽວກັບບັນດາມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ເງິນຕາ ທີ່ ສປປ ລາວ ກໍາລັງປະເຊີນໜ້າປັດຈຸບັນ ພ້ອມນີ້ ທັງສອງຝ່າຍກໍ່ໄດ້ເປັນເອກະພາບກັນຕໍ່ທິດທາງການຮ່ວມມືສອງຝ່າຍ ລະຫວ່າງສອງທະນາຄານກາງ ປະຈຳປີ 2023 ແລະ ບັນຫາອື່ນ ທີ່ທັງສອງຝ່າຍສົນໃຈຮ່ວມກັນ ເຊັ່ນ: ຕໍ່ອາຍຸແຜນງານ ໂຄງການກວດສຸຂະພາບປະຈໍາປີ (2022-2026) ໃຫ້ແກ່ການນໍາ ທຫລ ຂັ້ນຫົວໜ້າກົມຂຶ້ນໄປ ພາຍໃຕ້ທຶນການຊ່ວຍເຫຼືອຂອງ ທຫວ ແລະໂຄງການທຶນການສຶກສາໃນໄລຍະ 05 ປີ ນັບຕັ້ງແຕ່ປີ 2022-2026 ຈັດຕັ້ງປະຕິບັດໂຄງການທ່ອງທ່ຽວຢ້ຽມຢາມ ສປປ ລາວ ຂອງການນໍາທະນາຄານແຫ່ງລັດຫວຽດນາມ ພາຍໃຕ້ຄວາມຮັບຜິດຊອບຂອງ ທຫລ ຊຸກຍູ້ການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການຊຳລະເງິນ ແລະ ນະວັດຕະກຳທາງການເງິນ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ໃນໂອກາດການພົບປະຂັ້ນລັດຖະບານສອງປະເທດ ສປປ ລາວ-ສສ.ຫວຽດນາມ ຢ່າງເປັນທາງການໃນທ້າຍປີ 2022 ນອກນີ້ ໃນວາລະໂອກາດດັ່ງກ່າວ ທັງສອງຝ່າຍໄດ້ມີການຮັບຟັງການລາຍງານສະພາບການດໍາເນີນທຸລະກິດຂອງທະນາຄານທຸລະກິດ ສສ. ຫວຽດນາມ ທີ່ມາດໍາເນີນເສດຖະກິດຢູ່ ສປປ ລາວ. ຄຽງຄູ່ກັບກອງປະຊຸມທະວິພາຄີດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ໄດ້ຮ່ວມກັນຈັດກິດຈະກໍາແລກປ່ຽນທາງດ້ານວິຊາການ ວັດທະນະທໍາ ແລະ ກິລາມິດຕະພາບ ຄັ້ງທີ IX ປະຈໍາປີ 2022 ຂຶ້ນໃນລະຫວ່າງວັນທີ 27-28 ສິງຫາ 2022 ທີ່ແຂວງ ກວາງບິ່ງ ສສ. ຫວຽດນາມ ເພື່ອຈຸດປະສົງໃນເພີ່ມທະວີສາຍພົວພັນອັນສະໜິດແໜ້ນຂອງຄະນະພັກ ຄະນະນໍາ ແລະ  ພະນັກງານຂອງສອງທະນາຄານກາງ  ໃຫ້ມີຄວາມສະໜິດສະໜົມ ແລະ ແໜ້ນແຟ້ນຫຼາຍຍິ່ງຂຶ້ນກວ່າເກົ່າ ແລະ ນັບມື້ນັບເພີ່ມພູນຂຶ້ນຢ່າງບໍ່ຢຸດຢັ້ງ.

    ຜົນສໍາເລັດຂອງກອງປະຊຸມທະວິພາຄີ ແລະ ການເຂົ້າຮ່ວມງານແລກປ່ຽນທາງດ້ານວິຊາການ ວັດທະນະທໍາ ແລະ ກິລາມິດຕະພາບ ຄັ້ງທີ IX ປະຈໍາປີ 2022 ທີ່ແຂວງກວາງບິ່ງ ສສ. ຫວຽດນາມ ຄັ້ງນີ້ ຖືເປັນຂີດໝາຍສຳຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ ເວົ້າສະເພາະກໍຄືສອງທະນາຄານກາງໃຫ້ນັບມື້ນັບເພີ່ມທະວີຄວາມສະໜິດແໜ້ນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງສອງຊາດ ລາວ-ຫວຽດນາມ ພ້ອມທັງເປັນການສະເຫຼີມສະຫຼອງປີສາມັກຄີພິເສດຫວ່າງສອງຊາດ ລາວ-ຫວຽດນາມ ປີ 2022 ແລະ ເປັນການສະເຫຼີມສະຫຼອງວັນປະຫວັດສາດແຫ່ງການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນກາທູດ ຄົບຮອບ 60 ປີ.

.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!