ສໍາມະນາວິຊາການໜ່ວຍງານຮັບຜິດຊອບ ແລະ ຂະແໜງການທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງຄວາມປອດໄພຈາກລັງສີ-ນິວເຄລຍ

     ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກີລາ (ສສກ) ຮ່ວມກັບສະຖານທູດສະຫະລັດອາເມຣິກາປະຈໍາ ສປປ ລາວ ຈັດສໍາມະນາວິຊາການສໍາລັບໜ່ວຍງານຮັບຜິດຊອບ ແລະ ຂະແໜງການທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງຄວາມປອດໄພຈາກລັງສີ ແລະ ນິວເຄລຍ ໃນການຈັດຕັ້ງປະຕິບັດສັນຍາສາກົນວ່າດ້ວຍການປົກປ້ອງ ຫຼື ຄໍ້າປະກັນ ວັດສະດຸນິວເຄລຍແບບເຊິ່ງໜ້າ ແລະ ລະບົບທາງໄກ ລະຫວ່າງວັນທີ 30-31 ສິງຫາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ ສຸຣິອຸດົງ ສູນດາລາ ຮອງລັດຖະມົນຕີ ສສກ ແລະ ທ່ານ Peter M Haymond ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາລາວ ມີທ່ານ Margot Mininni ຫົວໜ້າກົມພະລັງງານ ປະເທດສະຫະລັດອາເມຣິກາ ພ້ອມດ້ວຍຫົວໜ້າໜ່ວຍງານຄໍ້າປະກັນວັດສະດຸນິວເຄລຍ ອົງການປະລໍາມະນູສາກົນ ບັນດາຜູ້ຊ່ຽວຊານ ຕາງໜ້າຈາກກົມພະລັງງານ USA ອົງການ IAEA ແລະ ອົງການປະລໍາມະນູເພື່ອສັນຕິແຫ່ງລາຊະອານາຈັກໄທ ຄະນະກົມ ຄະນະພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນກອງປະຊຸມ ທ່ານ ປອ ສຸຣິອຸດົງ ສູນດາລາ ໃນນາມເປັນຜູ້ຊີ້ນໍາຂັ້ນກະຊວງ ຂອງວຽກງານຄຸ້ມຄອງຄວາມປອດໄພຈາກລັງສີ ແລະ ນິວເຄລຍ ກ່າວວ່າ: ເພື່ອຮັບຮູ້ເຖິງບົດບາດຄວາມສໍາຄັນຂອງວຽກງານປົກປ້ອງ ຫຼື ຄໍ້າປະກັນວັດສະດຸນິວເຄລຍ ແນໃສ່ຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານຮັບຜິດຊອບຂອງ ສປປ ລາວ ແລະ ແລກປ່ຽນບົດຮຽນ ຄວາມຮູ້ ປະສົບການໃນການຈັດຕັ້ງປະຕິບັດວຽກງານຄໍ້າປະກັນວັດສະດຸນິວເຄລຍກັບສາກົນ ປຶກສາຫາລືໃນການກຳນົດຄວາມຕ້ອງການ ແລະ ແຜນວຽກໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດພັນທະຂອງ ສປປ ລາວ ຕໍ່ສັນຍາສາກົນທີ່ລາວເປັນພາຄີ ນອກຈາກນີ້ ຍັງເປັນການສືບຕໍ່ພົວພັນ-ຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ເຊັ່ນ: ອົງການປະລໍາມະນູສາກົນ ກົມພະລັງງານ ປະເທດສະຫະລັດອາເມຣິກາ ແລະ ອົງການປະລໍາມະນູເພື່ອສັນຕິຂອງປະເທດໄທ ທີ່ມີບົດຮຽນ ແລະ ປະສົບການໃນຂົງເຂດວຽກງານດັ່ງກ່າວ ປັດຈຸບັນ ປະເທດເຮົາໄດ້ເຂົ້າຮ່ວມເປັນພາຄີຂອງຫຼາຍສົນທິສັນຍາ ແລະ ສັນຍາສາກົນທີ່ກ່ຽວພັນກັບກອງປະຊຸມພວກເຮົາຄັ້ງນີ້ ແມ່ນສົນທິສັນຍາວ່າດ້ວຍການບໍ່ແຜ່ຜາຍອາວຸດນິວເຄລຍ ປະເທດເຮົາຈັດໃນກຸ່ມປະເທດທີ່ບໍ່ມີອາວຸດນິວເຄລຍ ຖືກກໍານົດໃຫ້ມີສັນຍາການຄໍ້າປະກັນ CSA ກັບອົງການ IAEA ໃນການຈັດຕັ້ງປະຕິບັດຕາມຄວາມຮັບຜິດຊອບບໍ່ແຜ່ຜາຍອາວຸດຂອງສົນທິສັນຍາດັ່ງກ່າວ ດັ່ງນັ້ນ ລັດຖະບານແຫ່ງ ສປປ ລາວ ແມ່ນຫາກໍໃຫ້ສັດຕະຍາບັນຕໍ່ອະນຸສັນຍາສໍາລັບລັດທີ່ມີວັດສະດຸນິວເຄລຍໃນປະລິມານໜ້ອຍ ຫຼື SQP ໃນທ້າຍເດືອນມິຖຸນາ 2022 ໃນການຄວບຄຸມວັດສະດຸນິວເຄລຍ ແລະ ກິດຈະກຳທີ່ກ່ຽວຂ້ອງ ແມ່ນຕ້ອງມີກົນໄກການຄຸ້ມຄອງເພື່ອປົກປ້ອງພົນລະເຮືອນ ລວມໄປເຖິງປະເທດໄກ້ຄຽງທີ່ອາດໄດ້ຮັບຜົນກະທົບເມື່ອເກີດອຸປະຕິເຫດທາງນິວເຄລຍ ການກະທໍາທີ່ເປັນອັນຕະລາຍ ການຄ້າທີ່ຜິດກົດໝາຍ ແລະ ການແຜ່ຂະຫຍາຍອາວຸດນິວເຄລຍ.

    ທ່ານ ປອ ສຸຣິອຸດົງ ສູນດາລາ ກ່າວຕື່ມອີກວ່າ: ສໍາລັບກົມຄຸ້ມຄອງວິທະຍາສາດ ແມ່ນຮັບຜິດຊອບປະສານງານດ້ານວິຊາການກັບອົງການ IAEA ໃນຂົງເຂດວຽກງານຄຸ້ມຄອງຄວາມປອດໄພຈາກລັງສີ ແລະ ນິວເຄລຍ ເປັນໜ່ວຍງານຮັບຜິດຊອບຮ່ວມກັບຂະແໜງການ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຄວາມປອດໄພຈາກລັງສີ ສະບັບເລກທີ 61/ສພຊ ລົງວັນທີ 14 ທັນວາ 2018 ເພື່ອເປັນຂໍ້ມູນໃຫ້ບັນດາຂະແໜງການ ທາງກະຊວງ ສສກ ໄດ້ອອກແຈ້ງການ ເລກທີ 669/ສສກ ລົງວັນທີ 14 ກໍລະກົດ 2022 ຂອງທ່ານລັດຖະມົນຕີ ເຖິງບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ ໃຫ້ຮັບຊາບວ່າ ພາຍຫຼັງທີ່ມີການປັບປຸງກົງຈັກລັດ ວ່າດ້ວຍການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 06/ກມສພ ລົງວັນທີ 25 ກຸມພາ 2021 ສັບຊ້ອນວຽກວິທະຍາສາດ ລວມທັງກົງຈັກ ແລະ ພະນັກງານລັດຖະກອນ ໄປຂຶ້ນກັບກະຊວງ ສສກ ໃນນັ້ນ ລວມມີວຽກງານຄຸ້ມຄອງຄວາມປອດໄພຈາກລັງສີ ແລະ ນິວເຄລຍ ທີ່ມີການມອບໂອນວຽກງານດັ່ງກ່າວ ເຊິ່ງຢູ່ໃນພາລະບົດບາດ ແລະ ຄວາມຮັບຜິດຊອບຂອງພະແນກຄຸ້ມຄອງຄວາມປອດໄພຈາກລັງສີ ແລະ ນິວເຄລຍ ພາຍໄຕ້ກົມຄຸ້ມຄອງວິທະຍາສາດ.

error: Content is protected !!