ສືບຕໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມໃນແຕ່ລະວັນ

    ພະຍາດໂຄວິດ-19 ເປັນພະຍາດໜຶ່ງທີ່ຍັງສືບຕໍ່ພົບຜູ້ຕິດເຊື້ອໃໝ່ໃນແຕ່ລະວັນ ສະແດງໃຫ້ເຫັນໃນວັນ 1 ກັນຍາ 2022 ອີງຕາມການລາຍງານຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ໃນວັນດັ່ງກ່າວ ພົບຜູ້ຕິດເຊື້ອໂຄວິດ-19ໃໝ່ ຈຳນວນ 130 ຄົນ ໃນທົ່ວປະເທດ ເຊິ່ງຖືວ່າເປັນຕົວເລກທີ່ສູງສົມຄວນ ໃນນັ້ນ ນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອໂຄວິດ-19 ໃໝ່ ຈຳນວນ 53 ຄົນ ສະຫວັນນະເຂດ 22 ຄົນ ຫຼວງພະບາງ 14 ຄົນ ແຂວງວຽງຈັນ ແລະ ອຸດົມໄຊ ແຂວງລະ 8 ຄົນ ຈຳປາສັກ ແລະ ຫົວພັນ ແຂວງລະ 7 ຄົນ ຄຳມ່ວນ 4 ຄົນ ຊຽງຂວາງ 2 ຄົນ ໄຊສົມບູນ ບໍລິຄຳໄຊ ອັດຕະປື ບໍ່ແກ້ວ ໄຊຍະບູລີ ແຂວງລະ 1 ຄົນ ເວົ້າລວມແລ້ວ ນັບແຕ່ເລີ່ມການລະບາດມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມທົ່ວປະເທດ 214.169 ຄົນ ເສຍຊີວິດສະສົມ 664 ຄົນ.

    ຈາກຕົວເລກທີ່ພົບຜູ້ຕິດເຊື້ອໃນວັນທີ 1 ກັນຍາ 2022 ໄດ້ບົ່ງບອກໃຫ້ເຫັນວ່າ ປັດຈຸບັນພະຍາດດັ່ງກ່າວຍັງສືບຕໍ່ມີການລະບາດ ດັ່ງນັ້ນ ທຸກຄົນຈຶ່ງບໍ່ຄວນຖືເບົາໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນຕົນເອງ ໂດຍສືບຕໍ່ໃສ່ຜ້າປິດປາກ-ດັງ ໝັ່ນລ້າງມື ແລະ ຄວນຮັກສາໄລຍະຫ່າງ ປັດຈຸບັນນີ້ ແມ່ນໄດ້ເປີດສົກຮຽນແລ້ວ ບັນດາໂຮງຮຽນຕ່າງໆແມ່ນໄດ້ເປີດໃຫ້ນັກຮຽນເຂົ້າຮຽນເປັນປົກກະຕິ ດັ່ງນັ້ນ ບັນດາໂຮງຮຽນຈຶ່ງຄວນສືບຕໍ່ປະຕິບັດມາດຕະການປ້ອງກັນດ້ວຍການສືບຕໍ່ກວດອຸນຫະພູມໃຫ້ນັກຮຽນ ແລະ ຄູອາຈານໃສ່ຜ້າປິດປາກ-ດັງ ສ່ວນຜູ້ທີ່ຮອດກຳນົດສັກວັກຊີນ ກໍຄືຜູ້ທີ່ຍັງບໍ່ໄດ້ສັກວັກຊີນ ກໍຄວນເຂົ້າໄປສັກວັກຊີນຕາມຫ້ອງການສາທາລະນະສຸກເມືອງ ແລະ ສະຖານທີ່ທີ່ກຳນົດໄວ້ .

error: Content is protected !!