ຮັບຮອງຂັ້ນພື້ນຖານ ແຜນຄຸ້ມຄອງອ່າງຮັບນ້ຳເຊໂດນ-ເຊກອງ

    ກົມຊັບພະຍາກອນນ້ຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບອົງການປົກຄອງແຂວງສາລະວັນ ຈັດກອງປະຊຸມຮັບຮອງຂັ້ນພື້ນຖານ ແຜນຄຸ້ມຄອງອ່າງຮັບນໍ້າເຊໂດນ ແລະ ນໍ້າເຊກອງ ຂຶ້ນວັນທີ 29 ສິງຫາ ຜ່ານມາ ຢູ່ແຂວງສາລະວັນ ໂດຍເປັນປະທານຮ່ວມຂອງທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງ ແຂວງສາລະວັນ ທ່ານ ຈັນທະເນດ ບົວລະພາ  ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ  ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ອັດຕະປື ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ຈຸດປະສົງເພື່ອຮັບຮອງເອົາແຜນຄຸ້ມຄອງອ່າງຮັບນໍ້າເຊໂດນ ແລະ ນໍ້າເຊກອງຂັ້ນພື້ນຖານ ເພື່ອກະກຽມນຳສະເໜີຂັ້ນເທິງພິຈາລະນາຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ  ຮັບຟັງການລາຍງານກ່ຽວກັບ ຂະບວນການສ້າງແຜນຄຸ້ມຄອງອ່າງຮັບນໍ້າ ນໍ້າເຊໂດນ ແລະ ນໍ້າເຊກອງ ຮ່ວມກັບທຸກພາກສ່ວນຈົນສ້າງແຜນດັ່ງກ່າວສຳເລັດໃນຂັ້ນພື້ນຖານ.

    ທ່ານ ພອນໄຊ ສິມມາລາວົງ ຮອງຫົວໜ້າກົມຊັບພະຍາກອນນໍ້າ ກ່າວວ່າ:  ອ່າງຮັບນໍ້າ ເຊໂດນ ມີເນື້ອທີ່ທັງໝົດ 7.229 ກິໂລຕາແມັດ ກວມເອົາ 4 ແຂວງ 16 ເມືອງ ໃນນັ້ນແຂວງສາລະວັນກວມເນື້ອທີ່ໃນອ່າງຮັບນໍ້າ 72% ແຂວງເຊກອງ 9,7% ແຂວງຈໍາປາສັກ 18% ແລະ ສ່ວນໜຶ່ງໃນແຂວງສະຫວັນນະເຂດ 0,3%  ແມ່ນໍ້າເຊໂດນມີຄວາມຍາວ 228 ກິໂລແມັດ ມີ 16 ສາຍນໍ້າສາຂາ ສຳລັບອ່າງຮັບນໍ້າເຊກອງ ເນື້ອທີ່ທັງໝົດ 29.000 ກິໂລຕາແມັດ ກວມເອົາເນື້ອທີ່ຂອງ 3 ປະເທດ (ສປປ ລາວ ຫວຽດນາມ ແລະ ກໍາປູເຈຍ) ໃນນັ້ນ ພື້ນທີ່ສ່ວນໃຫຍ່ແມ່ນນອນໃນດິນແດນຂອງ ສປປ ລາວ ມີເນື້ອທີ່ທັງໝົດ 22.202 ກິໂລຕາແມັດ ກວມເອົາ 4 ແຂວງ 14 ເມືອງ ໃນນີ້ ແຂວງອັດຕະປືກວມເອົາເນື້ອທີ່ 42.98% ຂອງເນື້ອທີ່ທັງໝົດຂອງອ່າງຮັບນໍ້າແຂວງເຊກອງ 36.63% ແຂວງຈໍາປາສັກ 17.79% ແລະ ສ່ວນໜຶ່ງໃນແຂວງສາລະວັນກວມ 2.60%  ແມ່ນໍ້າເຊກອງມີຄວາມຍາວ 400 ກິໂລແມັດ ແລະ ມີິ 18 ສາຍນໍ້າສາຂາ  ແຜນຄຸ້ມຄອງອ່າງຮັບນໍ້າເຊໂດນ ແລະ ເຊກອງສະບັບນີ້ ແມ່ນເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອຮັບປະກັນໃຫ້ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍຄືຊັບພະຍາກອນນໍ້າ ໃຫ້ໄປຕາມທິດສີຂຽວ ແລະ ມີຄວາມຍືນຍົງ ໄດ້ສ້າງຂຶ້ນໂດຍການຮ່ວມມືຂອງບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງບັນດາຜູ້ພັດທະນາໂຄງການ ແລະ ຊຸມຊົນ.

      ຫຼັງຈາກໄດ້ຮັບຟັງການລາຍງານສະພາບການສ້າງແຜນຄຸ້ມຄອງອ່າງຮັບນໍ້າດັ່ງກ່າວ ຈາກນັ້ນ ໄດ້ມີການປຶກສາຫາລືກັນນໍາພາກສ່ວນກ່ຽວຂ້ອງ ໂດຍບັນດາທ່ານຮອງເຈົ້າແຂວງ ແລະ ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ມີຄວາມເປັນເອກະພາບກັນລົງນາມຮັບຮອງຂັ້ນພື້ນຖານເອົາແຜນຄຸ້ມຄອງອ່າງຮັບນ້ຳ ເຊໂດນ ແລະເຊກອງດັ່ງກ່າວເພື່ອເປັນບ່ອນອີງໃນການນຳໄປຈັດຕັ້ງປະຕິບັດວຽກງານຕົວຈິງຂັ້ນຕໍ່ໄປ.

      ໂອກາດນີ້ ໃນພິທີຍັງໄດ້ມີການມອບ-ຮັບອຸປະກອນວັດແທກກະແສນ້ຳ ແລະ ເຄື່ອງ GPS ຈຳນວນໜຶ່ງໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງສາລະວັນ ແລະ ແຂວງອັດຕະປື ເຊິ່ງຕາງໜ້າມອບໂດຍທ່ານ ພອນໄຊ ສິມມາລາວົງ ຮອງຫົວໜ້າກົມຊັບພະຍາກອນນ້ຳ ແລະ ຕາງໜ້າຮັບໂດຍ ທ່ານ ສັກດາ ແກ້ວດວງສີ ຫົວໜ້າ ພຊສ ແຂວງສາລະວັນ ແລະ ທ່ານ ຫັດສະໄນ ສີບຸນເຫຼືອງ ຫົວໜ້າ ພຊສ ແຂວງອັດຕະປື ສຳລັບ ພຊສ ແຂວງເຊກອງ ແລະ ພຊສ ແຂວງຈຳປາສັກ ແມ່ນໄດ້ມີພິທີມອບ-ຮັບອຸປະກອນດັ່ງກ່າວສຳເລັດໃນກ່ອນໜ້ານີ້ແລ້ວ.

(ຂ່າວ-ພາບ: ກຊສ)

error: Content is protected !!