ທູດລາວປະຈໍາ ສສ ຫວຽດນາມ ເຂົ້າອວຍພອນການນຳເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ

     ວັນທີ 31 ສິງຫາ 2022 ສະຫາຍ ຈັນທະພອນ ຄຳມະນີຈັນ ທີ່ປຶກສາ ຮອງຫົວໜ້າສຳນັກງານສະຖານທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ນຳພາຄະນະ ແລະ ພະນັກງານສະຖານທູດລາວ ເຂົ້າອວຍພອນ ສະຫາຍນາງ ຫງວຽນ ທິ ຫ່ວງ ເວີນ ຮອງຫົວໜ້າຜູ້ປະຈຳການຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ມິງ ຫວູ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 77 ປີ (02/09/1945-02/09/2022) ແລະ ວັນສ້າງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022).

    ໂອກາດນີ້ ສະຫາຍ ຈັນທະພອນ ຄຳມະນີຈັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງ ຫວຽດນາມໃນຕະຫລອດໄລຍະ 77 ປີຜ່ານມາ ສະຫາຍໄດ້ກ່າວວ່າ: ຕະຫຼອດໄລຍະ 77 ປີຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ປະເທດຫວຽດນາມອ້າຍນ້ອງ ໄດ້ຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດຢ່າງພິລະອາດຫານ ຈົນສາມາດຍາດເອົາເອກະລາດແຫ່ງຊາດ ໃນວັນທີ 2 ກັນຍາ 1945 ແລະ ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975 ຢ່າງສະຫງ່າອົງອາດ.

    ນັບແຕ່ນັ້ນເປັນຕົ້ນມາ ສສ ຫວຽດນາມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ຕະຫຼອດໄລຍະ 35 ກວ່າປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່ ຫວຽດນາມບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ເຊັ່ນ: ການເມືອງມີສະຖຽນລະພາບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມໜັກແໜ້ນ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ ເສດຖະກິດມີການຂະຫຍາຍຕົວໄວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ ການພົວພັນກັບຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ນັບມື້ເປີດກວ້າງ ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ນັບມື້ສູງເດັ່ນຂື້ນໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ ພ້ອມທັງເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ການບໍລິຫານຂອງລັດຖະບານຫວຽດນາມ ການຕິດຕາມກວດກາຢ່າງໃກ້ຊິດຂອງສະພາແຫ່ງຊາດ ຫວຽດນາມ ຈະສາມາດຈັດຕັ້ງປະຕິບັດບັນດາແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ (2021-2025) ກໍຄືວິໄສທັດຮອດປີ 2030 ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 100 ປີ ສ້າງຕັ້ງພັກກອມມູນິດຫວຽດນາມ  ຈະນຳພາປະເທດຫວຽດນາມໃຫ້ກາຍເປັນປະເທດກຳລັງພັດທະນາ   ຕາມທິດອຸດສາຫະກໍາທັນສະໄໝ ມີລາຍຮັບປານກາງສູງ ແລະ ວິໄສທັດຮອດປີ 2045 ໃນໂອກາດສະເຫຼີມສະຫຼອງຄົບຮອບ 100 ປີ ສ້າງຕັ້ງປະເທດຫວຽດນາມກາຍເປັນປະເທດທີ່ພັດທະນາ ມີລາຍຮັບສູງ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມວາງອອກຢ່າງມີໄຊ.

    ໂອກາດດຽວກັນ ສະຫາຍ ນາງ ຫງວຽນ ທິ ຫ່ວງ ເວີນ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງລາວທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະແດງຄວາມເຫັນໃຈຕໍ່ສະພາບຄວາມຫຍຸ້ງຍາກຂອງລາວ ແລະ ຫວັງວ່າ ສປປ ລາວ ຈະສາມາດຜ່ານຜ່າທຸກອຸປະສັກຢ່າງສຳເລັດຜົນ ພ້ອມກັນນີ້ ທັງສອງຝ່າຍໄດ້ຕີລາຄາວ່າ: ການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ທີ່ໄດ້ຮັບການກໍ່ສ້າງໂດຍປະທານ ໂຮ່ຈິມິງ ຜູ້ຍິ່ງໃຫຍ່ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ແລະ ໄດ້ສືບຕໍ່ຖະນຸຖະໜອມ ເພີ່ມພູນຄູນສ້າງຜ່ານບັນດາການນຳ ນັກຮົບປະຕິວັດຮຸ່ນຕ່າງໆຂອງສອງປະເທດ ຈະສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

    ໃນວັນດຽວກັນ ສະຫາຍ ຈັນທະພອນ ຄຳມະນີຈັນ ພ້ອມຄະນະ ຍັງໄດ້ໄປອວຍພອນຄະນະນຳກະຊວງການຕ່າງປະເທດ ໂດຍການຕ້ອນຮັບຂອງສະຫາຍ ຫງວຽນ ມິງ ຫວູ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂອກາດນີ້ ສະຫາຍຫງວຽນ ມິງ ຫວູ ໄດ້ສະແດງຂອບໃຈຢ່າງຈິງໃຈມາຍັງສະຫາຍ ຈັນທະພອນ ຄຳມະນີຈັນ ແລະ ພະນັກງານສະຖານທູດລາວ ທີ່ໄດ້ເຂົ້າອວຍພອນວັນຊາດຫວຽດນາມ ຄົບ 77 ປີ ວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ ແລະ ຫວຽດນາມ ຄົບຮອບ 60 ປີ ທັງສອງຝ່າຍຢືນຢັນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ໃນການປະສານງານ ແລະ ຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຫວຽດນາມ-ລາວ ໃຫ້ນັບມື້ນັບສະໜິດແໜ້ນ ເຂົ້າສູ່ລວງເລິກ ແທດຕົວຈິງ ແລະ ມີປະສິດທິຜົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາຢູ່ແຕ່ລະປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

error: Content is protected !!