ຫາດຊາຍຟອງ ຕັ້ງໜ້າພັດທະນາການສຶກສາທັນສະໄໝ ໄປສູ່ຄຸນນະພາບໃໝ່

    ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່າວງາຍງານໃນພິທີໄຂສົກຮຽນໃໝ່ ປະຈຳສົກປີ 2022-2023 ວັນທີ 30 ສິງຫາ ຜ່ານມາທີ່ໂຮງຮຽນ ມປາຍ ບໍ່ໂອ ໂດຍການເຂົ້າຮ່ວມຂອງທ່ານ ຖາວອນ ສີຫາມາຍາ ຮອງເຈົ້າເມືອງຫາດຊາຍຟອງ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ບໍລິຫານການສຶກສາ ຄູອາຈານ ຜູ້ປົກຄອງ ແລະ ນ້ອງນັກຮຽນ.

    ທ່ານ ສົມສີ ເທບພະວົງ ໄດ້ກ່າວວ່າ: ຕາມໜັງສືແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການພັກສິ້ນປີຮຽນ ສົກຮຽນ 2021-2022 ແລະ ກ້າວສູ່ການກະກຽມຄວາມພ້ອມກ່ອນການໄຂສົກຮຽນໃໝ່ 2022-2023 ຂອງສາຍສາມັນ ແລະ ແຜນຍຸດທະສາດການພັດທະນາການສຶກສາປະຈຳປີ ຂອງຫ້ອງການສຶກສາທິການ ແລະ ກິລາ ເມືອງຫາດຊາຍຟອງ ເພື່ອກະກຽມຄວາມພ້ອມຮອບດ້ານກ່ອນການໄຂປີຮຽນ ແລະ ສາມາດໄຂການຮຽນ-ການສອນປະຈຳປີ ຕາມໂຄງການຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ນັບແຕ່ຂັ້ນການສຶກສາກ່ອນໄວຮຽນ ແລະ ສາຍສາມັນສຶກສາ ທັງພາກລັດ ເອກະຊົນໃຫ້ເປັນເອກະພາບກັນທົ່ວເມືອງ ແນໃສ່ເພື່ອກະຕຸກຊຸກຍູ້ວຽກງານການຮຽນ-ການສອນໃຫ້ເປັນໄປຕາມລະບົບຕໍ່ເນື່ອງ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ໄປພ້ອມກັບການຈັດຕັ້ງປະຕິບັດວຽກງານສິດສອນຕາມຫຼັກການ ລະບຽບການທີ່ກຳນົດເປົ້າໝາຍ ເພື່ອຕັ້ງພັດທະນາການສຶກສາໃຫ້ໄດ້ມາດຕະຖານ ທັງມີຄຸນນະພາບໃໝ່ທີ່ດີ ທັນສະໄໝ ໄປເທື່ອລະກ້າວ ແລະ ຍືນຍົງ ຕາມທິດທາງທີ່ພັກ-ລັດໄດ້ກຳນົດ ແລະ ຖືເອົາການສຶກສາເປັນໃຈກາງໃນການພັດທະນາຄົນໃຫ້ມີຄວາມຮູ້ ຖ້າຢາກເຮັດໄດ້ແນວນັ້ນ ກໍຕ້ອງຄຳນຶງ ຖືສຳຄັນ ແລະ ສ້າງຄວາມເຂົ້າໃຈໃຫ້ໄດ້ ຕໍ່ການປະຕິບັດຫຼັກການຂອງກະຊວງສຶກສາ ກິລາ ວາງອອກ ນັ້ນກໍຄື 3 ລັກສະນະຊາດ 3 ຂໍ້ແຂ່ງຂັນ ແລະ 5 ຫຼັກມູນການສຶກສາ ທີ່ປະກອບເຂົ້າໃນກິດຈະກຳການຮຽນ-ການສອນປະຈຳວັນ ສິ່ງດັ່ງກ່າວ ຈະເປັນຕົວຕັດສິນຊີ້ບອກຕໍ່ການປະເມີນຜົນການຮຽນ-ການສອນຂອງຄູ ແລະ ນ້ອງນັກຮຽນກໍຈະສາມາດຮັບຮູ້ໄດ້ເປັນຢ່າງດີເຖິງຜົນການ ຮຽນດີ ຮຽນເກັ່ງຂອງນັກຮຽນ ໂດຍຄຽງຄູ່ກັບການຈັດຕັ້ງປະຕິບັດມາດຕະຖານຄຸນນະພາບການສຶກສາໃນການສ້າງໂຮງຮຽນຕົວແບບ 6 ອົງປະກອບ ແລະ 45 ຕົວຊີ້ວັດ ເພື່ອສ້າງສະພາບແວດລ້ອມທີ່ດີໃຫ້ເປັນໂຮງຮຽນຂຽວສະອາດ ຄຸນນະພາບດີ ຕາມທິດ 6 ຂອງນະຄອນຫຼວງວຽງຈັນ ສຳລັບສົກຮຽນ 2021-2022 ຜ່ານມາເມືອງຫາດຊາຍຟອງສາມາດສ້າງໄດ້ຜົນງານໂດດເດັ່ນກັບໂຄງການສອບເສັງ ຄັດເລືອກນັກຮຽນເກັ່ງທີ່ຕິດໄດ້ອັນດັບສອງຂອງນະຄອນຫຼວງວຽງຈັນ ແລະ ຍັງສາມາດສ້າງນັກຮຽນເກັ່ງທີ່ສາມາດຍາດໄດ້ໃບປະກາດສະນີຍະບັດແດງຂັ້ນນະຄອນຫຼວງວຽງຈັນ ຈຳນວນ 5 ໃບດ້ວຍກັນ ໃນນັ້ນຊັ້ມ ມ4 ຈຳນວນ 3 ໃບ ຈາກໂຮງຮຽນ ມສ ວຽງສະຫວັນ 2 ແລະ ຊັ້ນ ມ 7 ຈຳນວນ 2 ໃບຈາກໂຮງຮຽນ ມສ ວຽງສະຫວັນ 2 ນອກນັ້ນ ຜົນການສອບເສັງຈົບຊັ້ນທັງ ປະຖົມ ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ກໍຖືວ່າໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄດ້ ສາມາດປະຕິບັດໄດ້ທັງໝົດ 100%.

#  ຂ່າວ – ພາບ : ຫ້ອງການ ຖວທ ເມືອງຫາດຊາຍຟອງ

error: Content is protected !!