ລາວ-ຫວຽດນາມ ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື

    ວັນທີ 30 ສິງຫາ 2022 ທີ່ສຳນັກງານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິງ ການນໍານະຄອນໂຮ່ຈີມິງ ສສ ຫວຽດນາມ ໄດ້ຈັດພິທີຕ້ອນຮັບການເຂົ້າພົບປະຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ນຳໂດຍສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນວຽງຈັນ ແຂວງສະຫວັນນະເຂດ ນຳໂດຍສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ນຳໂດຍສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນນການພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ເນື່ອງໃນໂອກາດທີ່ຄະນະຜູ້ແທນນະຄອນ ແລະ ແຂວງແຮກສ່ຽວຂອງລາວ ແລະ ນະຄອນໂຮ່ຈີມິງ ເດີນທາງມາຢ້ຽມຢາມເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດປີ 2022 ຈັດຂຶ້ນຢູ່ນະຄອນໂຮ່ຈີມິງ ຖືກຕ້ອນຮັບໂດຍສະຫາຍ ຟານ ວັນໝາຍ ກຳມະການສູນກາງພັກ ຮອງເລຂາຄະນະພັກ ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິງ ພ້ອມຄະນະ. 

    ໂອກາດນີ້ ສະຫາຍ ຟານ ວັນມາຍ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມນະຄອນໂຮ່ຈີມິງຂອງຄະນະຜູ້ແທນ 1 ນະຄອນຫຼວງ ແລະ 2 ແຂວງຂອງລາວຄັ້ງນີ້ ເຊິ່ງນອນຢູ່ໃນກິດຈະກຳສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ ປີ 2022 ທັງເປັນການປະກອບສ່ວນອັນສຳຄັນເຂົ້າການພົວພັນຮ່ວມມືພິເສດຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽນາມ ເວົ້າລວມ ເວົ້າສະເພາະ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງວຽງຈັນ ແຂວງສະຫວັນນະເຂດ ແຂວງຈຳປາສັກ ທີ່ມີມູນເຊື້ອມາແລ້ວນັ້ນໃຫ້ນັບມື້ຈະເລີນງອກງາມຍິງຂຶ້ນ ພ້ອມນີ້ ສະຫາຍຍັງໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍທີ່ໄດ້ເຊັນບົດບັນທຶກຮ່ວມກັນໃນຜ່ານມາ ແລະ ວຽກງານທີ່ຈະຕ້ອງໄດ້ຮ່ວມກັນຈັດຕັ້ງປະຕິບັດໃນຕໍ່ໜ້າແຕ່ນີ້ຫາປີ 2026 ໂດຍລວມແລ້ວ ຕະຫຼອດໄລຍະຜ່ານມາ ສອງຝ່າຍໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດຕ່າງ ເປັນຕົ້ນ ຝ່າຍນະຄອນໂຮ່ຈີມິງ ໄດ້ໃຫ້ການຊ່ວຍເຫຼືອຫຼາຍໂຄງການໃຫ້ນະຄອນ ແລະ ຫຼາຍແຂວງຂອງລາວ ເປັນຕົ້ນ ຂົງເຂດການສຶກສາ ສາທາ ກະສິກຳ ການເງິນ ການທ່ອງທ່ຽວ ຊາວໜຸ່ມ ແມ່ຍິງ ແລະ ອື່ນໆ ອັນເປັນການປະກອບສ່ວນພັດທະນາປະເທດລາວ ກໍຄືບັນດານະຄອນ ແລະ ແຂວງແຮກສ່ຽວ ນອກນີ້ ຍັງໄດ້ຊຸກຍູ້ສົ່ງເສີມບັນດານັກທຸລະກິດຫວຽດນາມ ກໍຄືນັກທຸລະກິດນະຄອນໂຮ່ຈີມິງ ໄປລົງທຶນຢູ່ລາວໃຫ້ຫຼາຍຂຶ້ນຕື່ມອີກ. 

    ຈາກນັ້ນ ສະຫາຍຮອງເລຂາພັກນະຄອນຫຼວງວຽງຈັນ ສະຫາຍເລຂາພັກແຂວງສະຫວັນນະເຂດ ແລະ ສະຫາຍເລຂາພັກແຂວງຈຳປາສັກ ໄດ້ຕາງໜ້າໃຫ້ຄະນະຜູ້ແທນຂັ້ນສູງ ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນໍານະຄອນໂຮ່ຈີມິງ ໃນການມາຢ້ຽມຢາມຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນຮ່ວມມືຂອງສອງປະເທດ ເຊິ່ງເຫັນວ່າ ການຮ່ວມມືສອງຝ່າຍ ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນໃນທຸກຂົງເຂດວຽກງານທີ່ມີການຮ່ວມມື ພ້ອມນີ້ຍັງສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງພັກ-ລັດຖະບານ ກໍຄືຄະນະພັກ ຄະນະປົກຄອງນະຄອນໂຮ່ຈີມິງ ທີ່ຊ່ວຍເຫຼືອໃນຜ່ານມາ ອັນເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ແລະ ສອງແຂວງ. 

    ໂດຍລວມແລ້ວ ການພົບປະຄັ້ງນີ້ ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືໃນໄລຍະຜ່ານມາ ພ້ອມທັງຢືນຢັນຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປຢ່າງບໍ່ຢຸດຢັ້ງ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ທ້ອງຖິ່ນຂອງຕົນໃຫ້ຈະເລີນກ້າວໜ້າເລື້ອຍໆ.

.

error: Content is protected !!