ເນັ້ນປະຕິບັດມາດຕະການປ້ອງກັນໂຄວິດ ຮັບຜິດຊອບຕໍ່ຕົນເອງ

ໂຮງ­ຮຽນ​ການ­ເມືອງ ແລະ ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ຕັ້ງ­ໜ້າ​ປະ­ຕິ­ບັດ​ມາດ​ຕະ­ການ​ປ້ອງ​ກັນ​ພະ­ຍາດ COVID-19 ໂດຍ​ປະ­ຕິ­ບັດ​ຕາມ​ການ​ຊີ້​ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ສູນ​ກາງ ກໍ​ຄື​ຂັ້ນ ນວ ຢ່າງ​ເຂັ້ມ​ງວດ ປະ­ຕິ­ບັດ​ເປັນ​ປະ­ຈຳ ເຂົ້າ​ໃນ​ການ­ເຄື່ອນ­ໄຫວ​ໃນ​ຊີ­ວິດ​ສັງ­ຄົມ ເວ­ລາ​ຢູ່​ຫໍ​ພັກ ແລະ ເວ­ລາ​ຢູ່​ຫ້ອງ​ຮຽນ.

ທ່ານ ນາງ ວຽງ​ພອນ ແກ້ວ​ຄູນ​ສີ ອຳ­ນວຍ​ການ​ໂຮງ­ຮຽນ​ການ­ເມືອງ ແລະ ການ​ປົກ­ຄອງ ນວ ໃຫ້​ສຳ­ພາດ​ວັນ​ທີ 6 ມິ­ຖຸ­ນາ 2020 ວ່າ: ໂຮງ­ຮຽນ​ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ຄຳ​ສັ່ງ ແລະ ຄຳ​ແນະ­ນຳ​ຢ່າງ​ເຄັ່ງ​ຄັດ ແລະ ເຂັ້ມ​ງວດ ກ່ອນ​ມີ​ຄຳ​ສັ່ງ​ເລກ​ທີ 06/ນຍ ໂຮງ­ຮຽນ​ໄດ້​ຈັດ​ຕັ້ງ​ໃຫ້​ຂໍ້​ມູນ​ພື້ນ­ຖານ​ເບື້ອງ​ຕົ້ນ ໂດຍ​ເຊີນ​ກົມ​ສົ່ງ­ເສີມ​ສຸ­ຂະ­ພາບ ແລະ ອະ­ນາ­ໄມ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ມາ​ເຜີຍ­ແຜ່​ວິ­ທີ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ ຫຼັງ​ຈາກ​ນັ້ນ​ມາ​ໄດ້​ຕັ້ງ­ໜ້າ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ເລກ​ທີ 06/ນຍ ກໍ​ຄື​ຄະ­ນະ​ສະ­ເພາະ​ກິດ​ໃຫ້​ໂຈະ​ການ​ຮຽນ-ການ​ສອນ​ຊົ່ວ­ຄາວ ຖື​ວ່າ​ໂຮງ­ຮຽນ​ມີ​ຄວາມ​ຮັບ­ຜິດ­ຊອບ​ສູງ​ຕໍ່​ພະ­ນັກ­ງານ​ສະ­ມາ­ຊິກ​ພັກ ຄູ-ອາ­ຈານ ກໍ​ຄື​ຄົນ​ໃກ້­ຊິດ​ຂອງ​ຄູ-ອາ­ຈານ ແລະ ນັກ​ສຶກ​ສາ ໃນ​ໄລ­ຍະ​ພັກ​ຮຽນ​ຊົ່ວ­ຄາວ ໂຮງ­ຮຽນ​ໄດ້​ດຳ­ເນີນ​ການ​ຮຽນ-ການ​ສອນ​ໂດຍ​ໄດ້​ມອບ​ວຽກ­ບ້ານ ແລະ ວຽກ​ຕຳ­ລາ​ຮຽນ​ຜ່ານ​ສື່​ອອນ​ລາຍ​ໃຫ້​ນັກ​ສຶກ​ສາ​ແຕ່​ລະ​ຫ້ອງ ແຕ່​ລະ­ວິ​ຊາ ມອບ​ໃຫ້​ຄູ­ປະ­ຈຳ­ຫ້ອງ ແລະ ອາ­ຈານ​ສອນ​ວິ­ຊາ​ນັ້ນ​ເປັນ​ຜູ້​ຮັບ­ຜິດ­ຊອບ​ໂດຍ​ກົງ ແລະ ນັກ​ສຶກ​ສາ​ກໍ​ມີ​ຄວາມ​ຮັບ­ຜິດ­ຊອບ​ເປັນ​ເຈົ້າ​ການ​ສົ່ງ​ວຽກ­ບ້ານ​ໃຫ້​ກັບ​ຄູ-ອາ­ຈານ​ເປັນ​ປົກ­ກະ­ຕິ.

ພາຍ­ຫຼັງ​ທີ່​ມີ​ແນະ­ນຳ​ແຈ້ງ​ການ​ການ​ຜ່ອນ­ຜັນ​ແຕ່​ລະ​ໄລ­ຍະ ໂຮງ­ຮຽນ​ໄດ້​ຕິດ­ຕາມ​ຢ່າງ​ໃກ້­ຊິດ ສຳ­ລັບ​ການ­ຈັດ­ຕັ້ງ​ການ​ຮຽນ-ການ​ສອນ​ຄືນ­ໃໝ່ ຢູ່​ໂຮງ­ຮຽນ​ຂອງ​ພວກ​ເຮົາ​ໄດ້​ແບ່ງ​ອອກ​ເປັນ 3 ໄລ­ຍະ​ຄື: ໄລ­ຍະ​ທຳ​ອິດ​ດຳ­ເນີນ​ການ​ຮຽນ-ການ​ສອນ​ວັນ​ທີ 18 ພຶດ­ສະ­ພາ 2020 ໃຫ້​ຫ້ອງ​ຮຽນ​ຊັ້ນ​ກາງ​ຮຸ່ນ​ທີ 9 ເຂົ້າ​ຮຽນ​ກ່ອນ ເນື່ອງ​ຈາກ​ຫ້ອງ​ຮຽນ​ຊັ້ນ​ດັ່ງ­ກ່າວ​ມີ​ຈຳ­ນວນ​ຄົນ​ບໍ່​ຫຼາຍ​ສາ­ມາດ​ປະ­ຕິ­ບັດ​ໄດ້​ຕາມ​ແຈ້ງ​ການ ແລະ ຄຳ​ແນະ­ນຳ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ຂັ້ນ​ສູນ​ກາງ ໄລ­ຍະ​ທີ 2 ເປີດ​ການ​ຮຽນ-ການ​ສອນ​ໃຫ້​ຊັ້ນ​ອະ­ນຸ​ປະ­ລິນ­ຍາ​ຮຸ່ນ​ທີ 15 ປີ​ທີ 2 ເຊິ່ງ​ເປັນ​ປີ​ສຸດ​ທ້າຍ​ໄດ້​ເປີດ​ຮຽນ​ວັນ​ທີ 25 ພຶດ­ສະ­ພາ 2020 ປັດ­ຈຸ­ບັນ​ໄດ້​ດຳ­ເນີນ​ການ​ຮຽນ-ການ​ສອນ​ຢູ່ ໃຫ້ 2 ຮຸ່ນ​ສອງ​ຫ້ອງ ແລະ ໄລ­ຍະ​ທີ 3 ຖື​ວ່າ​ຈັດ​ຕັ້ງ​ການ​ຮຽນ-ການ​ສອນ​ວັນ​ທີ 15 ມິ­ຖຸ­ນາ 2020 ແມ່ນ​ຊັ້ນ​ອະ­ນຸ​ປະ­ລິນ­ຍາ​ປີ​ທີ 1 ຮຸ່ນ​ທີ 16 ຫຼັງ​ຈາກ​ນັ້ນ​ໃນ​ອາ­ທິດ​ຕໍ່​ໄປ ຈະ​ເປີດ​ຊັ້ນ​ຕົ້ນ​ໃຫ້​ຂົງ­ເຂດ​ການ​ສຶກ​ສາ​ສະ­ເພາະ​ໃຫ້​ຄະ­ນະ​ນຳ​ຂອງ​ໂຮງ­ຮຽນ​ປະ­ຖົມ ຊັ້ນ​ມັດ­ທະ­ຍົມ​ທົ່ວ ນວ ໂດຍ​ສົມ­ທົບ​ກັບ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ.

ສຳ­ລັບ​ມາດ​ຕະ­ການ​ປ້ອງ​ກັນ ໄດ້​ປະ­ຕິ­ບັດ​ມາດ​ຕະ­ການ​ຢ່າງ​ເຂັ້ມ​ງວດ ເນັ້ນ​ປະ­ຕິ­ບັດ​ປົກ­ກະ­ຕິ​ໃຫ້​ກາຍ­ເປັນ​ການ​ເຄື່ອນ ໄຫວ​ໜຶ່ງ​ໃນ​ຊີ­ວິດ​ສັງ­ຄົມ ສະ­ແດງ​ອອກ​ໃນ​ແຕ່​ລະ​ວັນ ກ່ອນ​ເຂົ້າ​ມາ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ຄູ​ອາ­ຈານ ແລະ ນັກ​ສຶກ​ສາ ກ່ອນ​ຈະ​ເຂົ້າ​ຫ້ອງ​ຮຽນ​ຕ້ອງ​ໃສ່​ຜ້າ​ອັດ​ປາກ ວັດ­ແທກ​ອຸນ­ຫະ­ພູມ ຖ້າ​ມີ​ໄຂ້​ບໍ່​ອະ­ນຸ­ຍາດ​ໃຫ້​ເຂົ້າ​ໃຫ້​ກັບ​ໄປ​ຕິດ­ຕາມ​ຢູ່​ເຮືອນ ແລະ ລ້າງ​ມື​ດ້ວຍ​ເຫຼົ້າ ເວົ້າ​ລວມ​ແລ້ວ ມາດ​ຕະ­ການ​ປ້ອງ​ກັນ​ໄດ້​ເຮັດ​ເປັນ​ປົກ­ກະ­ຕິ ແລະ ຕໍ່​ເນື່ອງ ໃນ​ການ​ວັດ­ແທກ​ອຸນ­ນະ­ພູມ​ໄດ້​ຈັດ​ແບ່ງ​ໃຫ້​ຄູ-ອາ­ຈານ​ເປັນ​ຜູ້​ວັດ­ແທກ ນອກ​ນັ້ນ​ຍັງ​ມີ​ນັກ​ສຶກ​ສາ​ຈຳ­ນວນ​ໜຶ່ງ​ໄດ້​ນອນ​ຢູ່​ຫໍ​ພັກ​ພາຍ​ໃນ​ໂຮງ­ຮຽນ ຫໍ​ພັກ​ໄດ້​ຈັດ​ສັນ​ຄືນ­ໃໝ່ ເມື່ອ​ກ່ອນ​ຫ້ອງ​ໜຶ່ງ 3- 4 ຄົນ ໄດ້​ຄັດ​ອອກ​ໃຫ້​ເຫຼືອ 2 ຄົນ​ເພື່ອ​ຮັກ­ສາ​ໄລ­ຍະ​ຫ່າງ. ສ່ວນ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ສັງ­ຄົມ​ໂຮງ­ຮຽນ​ໄດ້​ລົງ​ກໍ່­ສ້າງ​ຮາກ​ຖານ​ການ­ເມືອງ​ຢູ່ 4 ບ້ານ​ອ້ອມ​ຂ້າງ​ໂຮງ­ຮຽນ ລົງ​ຈັດ​ຕັ້ງ​ເຜີຍ­ແຜ່​ວິ­ທີ​ປ້ອງ​ກັນ​ພະ­ຍາດ COVID ແລະ ໄດ້​ນຳ​ເອົາ​ໂປດ​ສະ​ເຕີ​ວິ­ທີ​ການ​ປ້ອງ​ກັນ​ພະ­ຍາດ​ນີ້​ໄປ​ຕິດ​ໃນ​ກະ­ດານ​ຂ່າວ​ຂອງ​ບ້ານ​ເພື່ອ​ເຜີຍ­ແຜ່ ທັງ​ໄດ້​ແຈກ​ຍາຍ​ໃຫ້​ນັກ​ສຶກ​ສາ​ເອົາ​ນຳ­ໄປ​ຕິດ​ໃນ​ຊຸມ​ຊົນ​ຂອງ​ຕົນ​ເອງ ມາ​ຮອດ​ປັດ­ຈຸ­ບັນ​ຄູ-ອາ­ຈານ ແລະ ນັກ​ສຶກ​ສາ​ໄດ້​ຕັ້ງ­ໜ້າ​ປະ­ຕິ­ບັດ​ຕາມ​ຄຳ​ຂວັນ​ຂອງ​ຄະ­ນະ​ສະ­ເພາະ​ກິດ ຄື​ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ຕົນ​ເອງ ແລະ ສັງ­ຄົມ​ຢ່າງ​ເຂັ້ມ​ງວດ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!