ຫາລືດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ຂອງ ສປປ ລາວ

     ກອງປະຊຸມ 3 ຝ່າຍລະດັບສູງ ເພື່ອຮັບຮອງແຜນງານແຫ່ງຊາດດ້ານຄວາມປອດໄພ ແລະ ສຸຂະພາບແຮງງານຂອງ ສປປ ລາວ 5 ປີ ຄັ້ງທີ ທີ III (2022-2026)  ຈັດຂຶ້ນໃນວັນທີ 31 ສິງຫາ 2022  ຢູ່ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກໍາມະບານລາວ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ ຫົວໜ້າພະແນກ ຮອງພະແນກ ຈາກອົງການສາມຝ່າຍ ແລະ ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການແຮງງານສາກົນ ເຂົ້າຮ່ວມ.

    ທ່ານ ພົງໄຊສັກ ອິນຖາລາດ ກ່າວວ່າ: ຄືດັ່ງທີ່ພວກເຮົາຮູ້ນໍາກັນວ່າ ຄວາມປອດໄພ ແລະ ສຸຂະພາບແຮງງານ  ແມ່ນເປັນປັດໄຈໜື່ງທີ່ສໍາຄັນຕໍ່ເສດຖະກິດຂອງພາກພື້ນ ສາກົນ  ແລະ  ພາຍໃນປະເທດ ກໍຄືບັນດາຫົວໜ່ວຍທຸລະກິດຕ່າງໆ ໂດຍສະເພາະແມ່ນການສ້າງຄວາມປອດໄພ ແລະ ສຸຂະພາບທີ່ດີໃຫ້ແກ່ຜູ້ອອກແຮງງານ ຫຼື ກໍາລັງການຜະລິດຂອງປະເທດ ເຊິ່ງແມ່ນຄວາມຈໍາເປັນຂອງລັດຖະບານ ທີ່ຈະຕ້ອງໄດ້ເອົາໃຈໃສ່ສ້າງໃຫ້ມີນະໂຍບາຍ ແລະ ນິຕິກໍາທີ່ເໝາະສົມ ສອດຄ່ອງ ເພື່ອປ້ອງກັນ ແລະ ຫຼຸດຜ່ອນການເກີດອຸບັດຕິເຫດແຮງງານ ແລະ ພະຍາດອາຊີບ ຈາກການເຮັດວຽກ ເຊິ່ງປັດຈຸບັນກໍໄດ້ມີນິຕິກຳຫຼາຍສະບັບທີ່ຮັບໃຊ້ເຂົ້າໃນວຽກງານດັ່ງກ່າວ ເປັນຕົ້ນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ ດໍາລັດວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ກໍໄດ້ຮັບຮອງຈາກລັດຖະບານ ສະບັບເລກທີ 022/ລບ ປີ 2019 ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາພະຍາດອາຊີບ ຢູ່ ສປປ ລາວ ປີ 2018 ຂໍ້ຕົກລົງວ່າດ້ວຍການກໍານົດໜ້າວຽກທີ່ເປັນອັນຕະລາຍ ທີ່ຫ້າມນຳໃຊ້ແຮງງານໄວໜຸ່ມ ຄໍາສັ່ງແນະນໍາ ການແຕ່ງຕັ້ງພະນັກງານ ແລະ ໜ່ວຍງານຮັບຜິດຊອບດ້ານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ແລະ ກໍໄດ້ມີການສ້າງຕັ້ງຄະນະກໍາມະການຄວາມປອດໄພ ແລະ ສຸຂະພາບແຮງງານ ຂັ້ນສູນກາງ ຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.

    ຈາກຕົວເລກຂອງອົງການອົງການແຮງງານສາກົນ ໄດ້ຄາດຄະເນວ່າ: ສະເລ່ຍແລ້ວ ໄດ້ມີຜູ້ເສຍຊີວິດຍ້ອນອຸບັດເຫດແຮງງານ ແລະ ພະຍາດອາຊີບ ຈໍານວນ 5.000 ຄົນ ໃນແຕ່ລະມື້  ເຊິ່ງໝາຍຄວາມວ່າ ມີຜູ້ເສຍຊີວິດປະມານ 2-2,3 ລ້ານຄົນ ໃນແຕ່ລະປີ ທີ່ເກີດຈາກການເຮັດວຽກ ໃນນັ້ນ ເສຍຊີວິດຍ້ອນພະຍາດອາຊີບທີ່ເກີດຈາກການເຮັດວຽກ ປະມານ 1,7-2 ລ້ານຄົນ ໃນແຕ່ລະປີ.

    ສໍາລັບຢູ່ ສປປ ລາວ ໃນໄລຍະຜ່ານມາ ຍັງບໍ່ສາມາດເກັບກຳຕົວເລກທີ່ແນ່ນອນໄດ້ ຈາກການເກີດອຸບັດເຫດແຮງງານ ແລະ ພະຍາດອາຊີບ ວ່າມີຫຼາຍໜ້ອຍສໍ່າໃດໃນແຕ່ລະປີ ເຊິ່ງສາເຫດປັດໄຈຫຼັກ ກໍເນື່ອງມາຈາກເຮົາຍັງບໍ່ມີຖານເກັບກໍາ ແລະ ລາຍງານຂໍ້ມູນທີ່ເປັນລະບົບ ການຮັບຮູ້ຂໍ້ມູນຂ່າວສານຍັງບໍ່ກວ້າງຂວາງ ການການສ້າງແຜນປ້ອງກັນດ້ານຄວາມປອດໄພ ແລະ ສຸຂະພາບແຮງງານຂອງຫົວໜ່ວຍແຮງງານຈໍານວນໜຶ່ງຍັງປະຕິບັດບໍ່ໄດ້ ຍັງມີຫຼາຍຫົວໜ່ວຍແຮງງານໄດ້ຖືເບົາໃນການປ້ອງກັນ ໂດຍສະເພາະບໍ່ນໍາເອົາຜູ້ອອກແຮງງານໄປກວດສຸຂະພາບປະຈໍາປີ ເຊິ່ງເຮັດໃຫ້ຜູ້ອອກແຮງງານມີຄວາມສ່ຽງສູງທີ່ຈະເກີດພະຍາດອາຊີບຈາກການເຮັດວຽກ ແລະ ການປ້ອງກັນອຸບັດຕິເຫດຕ່າງໆ ກໍຍັງຢູ່ໃນລະດັບທີ່ບໍ່ມີຄວາມປອດໄພ ຍັງຂາດການວິເຄາະວິໄຈກ່ຽວກັບພະຍາດອາຊີບທີ່ເກີດຂຶ້ນ ກໍຍັງບໍ່ທັນສາມາດພິສູດໄດ້ວ່າຜູ້ອອກແຮງງານນັ້ນເປັນພະຍາດອາຊີບເກິດຈາກການເຮັດວຽກແທ້ໆ ຈຶ່ງເຮັດໃຫ້ບໍ່ສາມາດຢັ້ງຢືນໄດ້ວ່າພະຍາດດັ່ງກ່າວເປັນພະຍາດອາຊີບ.

    ປັດຈຸບັນ ສປປ ລາວ ເຮົາ ກໍໄດ້ຮັບຮອງ ແລະ ປະກາດໃຫ້ສັດຕະຍາບັນແກ່ສົນທິສັນຍາວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ສົນທິສັນຍາ ວ່າດ້ວຍຂອບເຂດແຜນງານສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ ແກ່ອົງການແຮງງານສາກົນ ການສ້າງແຜນງານແຫ່ງຊາດ 5 ປີ ຄັ້ງທີ  III (2022-2026) ດ້ານຄວາມຄວາມປອດໄພ ແລະ ສຸຂະພາບແຮງງານໃນ ສປປ ລາວ ແມ່ນເພື່ອສືບຕໍ່ຈາກການຈັດຕັ້ງປະຕິບັດແຜນງານແຫ່ງຊາດ 5 ປີຄັ້ງທີ I (2005-2010)  ແລະ II (2011-2015) ເຊິ່ງສະແດງໃຫ້ເຫັນດ້ານຜົນສຳເລັດ ຂໍ້ຄົງຂ້າງ ຫຼື ສິ່ງທ້າທາຍ ທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ໂດຍສະເພາະ ຈາກການທົບທວນຄືນແຜນງານ ຄັ້ງທີ  II ໃນຂອບການຈັດຕັ້ງປະຕິບັດນິຕິກຳ ນະໂຍບາຍ ບັນດາກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບຄວາມປອດໄພ ແລະ ສຸຂະພາບແຮງງານ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກດັ່ງກ່າວຍັງບໍ່ກວ້າງຂວາງ ການເອົາໃຈໃສ່ຂອງຫົວໜ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານ ຕໍ່ການສ້າງແຜນການປ້ອງກັນການບາດເຈັບຢູ່ໃນສະຖານທີ່ເຮັດວຽກ ແລະ ຄວາມຕື່ນຕົວຂອງຜູ້ອອກແຮງງານຍັງບໍ່ສູງ ກົນໄກການເກັບກຳ ແລະ ລາຍງານຂໍ້ມູນ ຍັງບໍ່ທັນມີເປັນລະບົບ.

    ດ້ວຍເຫດນັ້ນ ການພັດທະນາແຜນງານແຫ່ງຊາດ ດ້ານຄວາມປອດໄພ ແລະ ສຸຂະພາບແຮງງານຂອງ ສປປ ລາວ 5 ປີ ຄັ້ງທີ III ນີ້ ແມ່ນຈະໄດ້ສຸມໃສ່ 5 ບຸລິມະສິດທີ່ຈະຈັດຕັ້ງປະຕີບັດ ນັບແຕ່ປີ 2022-2026 ລວມມີຄື: ຂອບກົດໝາຍ ພື້ນຖານໂຄງລ່າງ ການສ້າງຂີດຄວາມອາດສາມາດດ້ານຂໍ້ມູນຂ່າວສານ ການຄຸ້ມຄອງຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ແລະ ການປະຕິບັດບັນດາກົດໝາຍ ແລະ ລະບຽບການກ່ຽວກັບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ເຊິ່ງພາຍໃຕ້ແຕ່ລະບຸລິມະສິດດັ່ງກ່າວ ໄດ້ກໍານົດບັນດາກິດຈະກຳ ຕົວຊີ້ວັດ ແລະ ຄາດຄະເນຜົນໄດ້ຮັບຂອງແຜນງານດັ່ງກ່າວ ໂດຍການມີສ່ວນຮ່ວມຂອງ 3 ຝ່າຍອົງການຈັດຕັ້ງສາກົນ ບໍ່ວ່າທາງດ້ານວິຊາການ ແລະ ງົບປະມານ ເພື່ອສະໜັບສະໜູນໃຫ້ແຜນງານດັ່ງກ່າວສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

# ຂ່າວ – ພາບ : ສີພອນ

error: Content is protected !!