ແມ່ຍິງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິງ ສືບຕໍ່ຮ່ວມມື

    ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງສະຫະພັນແມ່ຍິງນະຄອນໂຮ່ຈີມິງ ສສ ຫວຽນາມ ແລະ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ສປປ ລາວ ຈັດຂຶ້ນວັນທີ 29 ສິງຫາ 2022 ທີ່ນະຄອນໂຮ່ຈີມິງ ໂດຍຮ່ວມລົງນາມລະຫວ່າງທ່ານ ນາງ ຫງວຽນ ເຈີນເຟື້ອງເຈີນ ຮອງປະທານສະຫະພັນສູນກາງແມ່ຍິງຫວຽນາມ ປະທານສະຫະພັນແມ່ຍິງນະຄອນໂຮ່ຈີມິງ ແລະ ທ່ານ ນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ມີທ່ານ ຫງວຽນ ວັນເນນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກນະຄອນໂຮ່ຈີມິງ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ທ່ານ ນາງ ພິມພາ ແກ້ວມີໄຊ ກົງສູນໃຫຍ່ລາວປະຈຳນະຄອນໂຮ່ຈີມິງ ພ້ອມດ້ວຍການນຳຂັ້ນສູງນະຄອນໂຮ່ຈີມິງ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍຂົ້າຮ່ວມ,

    ການຮ່ວມມືລະຫວ່າງສະຫາພັນແມ່ຍິງນະຄອນໂຮ່ຈີມິງ ແລະ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນຄັ້ງນີ້ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຮັດແໜ້ນຄວາມສາມັກຄີພິເສດ ແລະ ການຮ່ວມມືແບບຍືນຍົງລະຫວ່າງສະຫະພັນແມ່ຍິງສອງນະຄອນ ໂດຍໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາທິດທາງການຮ່ວມມືປີ 2022-2026 ປະກອບມີເນື້ອໃນຄື: ໄລຍະຢ້ຽມຢາມປີ 2022-2026 ຄະນະຜູ້ແທນທັງສອງຝ່າຍຈະສືບຕໍ່ຢ້ຽມຢາມ ພົບປະ ແລະ ຖອດຖອນບົດຮຽນຮ່ວມກັນ ໂດຍຜັດປ່ຽນກັນຄະນະລະ 2 ຄັ້ງ ເພື່ອໄປແລກປ່ຽນບົດຮຽນ ຢ້ຽມຢາມເຊິ່ງກັນ ແລະ ກັນ ໃນແຕ່ລະຄັ້ງມີຈໍານວນຄະນະຜູ້ແທນ 8-10 ທ່ານ ກຳນົດເວລາຢ້ຽມຢາມ 5-7 ວັນ ແລະ ເວລາໃນການຢ້ຽມຢາມແລກປ່ຽນບົດຮຽນລະອຽດ ແມ່ນຂຶ້ນກັບສອງຝ່າຍຕົກລົງກັນຕື່ມອີກ ໂດຍທັງສອງຝ່າຍຈະປະສານສົມທົບຮ່ວມມືຈັດງານແລກປ່ຽນວັດທະນະທຳ ແລກປ່ຽນປະສົບການລະຫວ່າງບັນດາຫົວໜ່ວຍຕ່າງໆ ປຸກລະດົມກຳລັງຊັບພະຍາກອນ ຊ່ວຍເຫຼືອຊຸກຍູ້ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງທີ່ມີສະພາບຄອບຄົວດ້ອຍໂອກາດ ທຸກຍາກຂາດເຂີນ ທີ່ຢູ່ໃນຂົງເຂດນະຄອນຫຼວງວຽງຈັນ ຫຼື ຊ່ວຍເຫຼືອອຸປະກອນຮັບໃຊ້ໃນກອງປະຊຸມທາງໄກ ໃຫ້ກັບສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ຄາດຄະເນເປັນມູນຄ່າປະມານ 200 ລ້ານດົງ.

.

.ຂ່າວ – ພາບ :  ຂັນທະວີ

error: Content is protected !!