ການນໍາສອງກະຊວງ ເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນຈຸດສຸມຕັງອາໄລລະແບງ

    ວັນທີ 26 ສິງຫາ 2022 ທ່ານ ທອງຈັນ ມະນີໄຊ ກຳມະການສູນກາງພັກ ລັດຖະມົນຕີກະຊວງພາຍໃນ ທ່ານ ພົນໂທ ກົງທອງ ພົງພິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໂດຍສົມທົບກັບການນຳແຂວງສະຫວັນນະເຂດ ໄດ້ເຄື່ອນໄຫວພົບປະຢ້ຽມຢາມພໍ່ແມ່ປະຊາຊົນຈຸດສຸມຕັງອາໄລລະແບງ ເມືອງນອງ ແລະ ບ້ານຄຳປ່າແໜ ເມືອງຊົນນະບູລີແຂວງ ສະຫວັນນະເຂດ ໂດຍມີທ່ານ ເກຍ ອູ໊ສິດທິເດດ ນັກພັດທະນາດີເດັ່ນແຫ່ງຊາດ ນັກທຸລະກິດທີ່ມີສ່ວນຮ່ວມພັດທະນາ-ລຶບລ້າງຄວາມທຸກຍາກເຂດສອງເມືອງ ພ້ອມຄະນະ ແລະ ອໍານາດການປົກຄອງເມືອງ ແລະ ບ້ານດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ.

    ການເຄື່ອນໄຫວພົບປະຢ້ຽມຄັ້ງນີ້ ເພື່ອເປັນການເກັບກໍາຂໍ້ມູນຕົວຈິງ ປະກອບໃສ່ຮ່າງບົດສະຫຼຸບບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາລະດັບຊາດໃນຮອບ 5 ປີ (2016-2020) ເຊິ່ງຈະຈັດຂຶ້ນໃນເດືອນກັນຍາ 2022 ໃນນັ້ນ ວຽກການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢູ່ແຂວງສະຫວັນນະເຂດ ຖືໄດ້ວ່າເປັນແຂວງໜຶ່ງທີ່ມີຂະບວນການພົ້ນເດັ່ນ ທັງນີ້ກໍເພື່ອຊອກໃຫ້ເຫັນກ່ອນມີການພັດທະນາ ແລະ ຫຼັງໄດ້ຮັບການພັດທະນາຊ່ວຍເຫຼືອແລ້ວ ຊີວິດການເປັນຢູ່ຂອງປະຊາຊົນ ພື້ນຖານການຜະລິດ ການປູກ-ການລ້ຽງ ໂດຍຍຶດຖືຕາມແນວທາງຂອງພັກ-ລັດ ເພື່ອຍົກສູງນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ມີການປ່ຽນແປງໄປແນວໃດ ໂດຍສະເພາະ ບ້ານຕະຢົງ ບ້ານປະແນະ ຈຸດສຸມຕັງອາໄລລະແບງ ເມືອງນອງ ໄລຍະ 1 ປີ (01/01/2020-31/12/2020) ແລະ ບ້ານຄຳປ່າແໜ-ປ່າກ້ວຍ ໄລຍະ 3 ປີ (01/01/2016-31/12/2018) ໂດຍແມ່ນໂຄງການຮ່ວມໃຈສາຍໄຍໂລມາຄໍາ ທີ່ມີທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ-ນ້ຳກ້ອນ ໂລມາຄຳ ພ້ອມທີມງານມີສ່ວນຮ່ວມນຳອົງການຈັດຕັ້ງພາກລັດ ຈັດຕັ້ງປະຕິບັດວຽກງານລຶບລ້າງຄວາມທຸກຍາກຂອງປະຊາຊົນ (ຄົນຂໍທານ) ໂດຍນໍາພາປະຊາຊົນສ້າງປະຖົມປັດໄຈດ້ານພື້ນຖານການຜະລິດ ຈັດສັນທີ່ຢູ່ອາໄສ ນໍາພາເຮັດທົດລອງການປູກພືດ ແລະ ລ້ຽງສັດນ້ອຍປະເພດຕ່າງໆ ເຮັດໃຫ້ປະຊາຊົນທີ່ເຂົ້າຮ່ວມໂຄງການ ມີໜໍ່ແໜງຫັນປ່ຽນຈາກອັນເກົ່າໄປສູ່ອັນໃໝ່ ເຮັດໃຫ້ຊີວິດການເປັນຂອງເຂົາເຈົ້າດີຂຶ້ນຢ່າງຈະແຈ້ງໃນປັດຈຸບັນ.

    ໃນການພົບປະໂອ້ລົມຕໍ່ພໍ່ແມ່ປະຊາຊົນຢູ່ບ້ານຄໍາປ່າແໜ ທ່ານ ທອງຈັນ ມະນີໄຊ ໄດ້ກ່າວຍ້ອງຍໍຊົມ ເຊີຍອໍານາດການປົກຄອງບ້ານ ຕະຫຼອດເຖິງພໍ່ແມ່ປະຊາຊົນ ທີ່ພ້ອມກັນຕັດສິນໃຈເຂົ້າຮ່ວມໂຄງການຊ່ວຍເຫຼືອຂອງພາກລັດ ແລະ ເອກະຊົນທີ່ມາຊ່ວຍພັດທະນາ ສ້າງສິ່ງອໍານວຍຄວາມສະດວກ ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຫັນມາສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສິ່ງທີ່ໜ້າຊົມເຊີຍທີ່ສຸດ ຄືການປະຖິ້ມການຫາກິນແບບເລື່ອນລອຍໃນເມື່ອກ່ອນ ແລ້ວຫັນມາທໍາມາຫາກິນຢູ່ບ້ານເກີດເມືອງນອນຂອງຕົນເອງ. ຂະນະດຽວກັນ ທ່ານ ພົນໂທ ກົງທອງ ພົງພິຈິດ ກໍໄດ້ກ່າວເນັ້ນໜັກໃຫ້ຕາໜ່າງປ້ອງກັນຄວາມສະຫງົບຂັ້ນຕ່າງໆ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ເພື່ອແກ້ໄຂຂອດຂັ້ນທີ່ຍັງຄົງຄ້າງໃນຄວາມຮັບຜິດຊອບຂອງຕົນໃຫ້ກັບປະຊາຊົນຢ່າງທ່ວງທັນກັບສະພາບການ ໂດຍສືບຕໍ່ຍຶດໝັ້ນຄໍາຂວັນທີ່ວ່າ ຕໍາຫຼວດປະຊາຊົນ ມາຈາກປະຊາຊົນ ເພື່ອປະຊາຊົນ.

# ຂ່າວ ພາບ : ຂັນທະວີ

error: Content is protected !!