ສອງກອງທັບ ລາວ-ກຳປູເຈຍ ເສີມຂະຫຍາຍການຮ່ວມມື

    ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ ຜູ້ບັນຊາການທະຫານບົກ ກອງທັບແຫ່ງລາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 29-31 ສິງຫາ 2022 ພິທີຕ້ອນຮັບຈັດຂຶ້ນວັນທີ 30 ສິງຫາ 2022 ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ການຕ້ອນຮັບຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.

    ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ ສອງຝ່າຍໄດ້ພົບປະແລກປ່ຽນຕີລາຄາຄືນ ສະພາບວຽກງານດ້ານຕ່າງໆທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານທີ່ມີມູນເຊື້ອສາຍພົວພັນອັນດີງາມ ລະຫວ່າງສອງຊາດ ກໍຄືສອງກອງທັບ ລາວ- ກຳປູເຈຍ ເຖິງວ່າຈະພົບຄວາມຫຍຸ້ງຍາກແນວໃດກໍຕາມ ໃນໄລຍະຜ່ານມາ ສອງກອງທັບລາວ-ກຳປູເຈຍ ກຳປູເຈຍ-ລາວ ຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນແລະ ກັນຢ່າງແໜ້ນແຟ້ນ ໂດຍສະເພາະ ວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູ ເຈຍ ກໍາປູເຈຍ-ລາວ ສອງຝ່າຍເຫັນດີເປັນເອກະພາບ ເພີ່ມທະວີການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ການແລກປ່ຽນຄະນະຜູ້ແທນຂອງທັງສອງຝ່າຍ ແລະ ການພົວພັນຮ່ວມມືທາງດ້ານການພັດທະນາເສດຖະກິດລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບລາຊະອານາຈັກກຳປູເຈຍ ໂດຍສະເພາະ ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກໍາປູເຈຍ ກຳປູເຈຍ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນມີຄວາມສະຫງົບສຸກໂດຍພື້ນຖານ ນອກຈາກນັ້ນ ສອງຝ່າຍຍັງເຫັນດີເປັນເອກະພາບສືບຕໍ່ຮ່ວມມືໃນວຽກງານດ້ານການຊ່ວຍເຫຼືອມະນຸດສະທຳ ການຕ້ານໄພພິບັດທາງທຳມະຊາດ ແລກປ່ຽນເຝິກຊ້ອມໄພພິບັດ 3 ກອງທັບ ລາວ-ກຳປູເຈຍ-ຫວຽດນາມ ແກ້ໄຂບັນຫາຢາເສບຕິດ ອາຊະຍາກໍາຂ້າມຊາດ ລວມທັງບັນຫາອື່ນໆທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ .

    ໃນໂອກາດເດີນທາງມາຢ້ຽມຢາມມິດຕະພາບ ຢູ່ ສປປ ລາວ ໃນຄັ້ງນີ້ ທ່ານຮອງຜູ້ບັນຊາການທະຫານສູງສຸດແຫ່ງລາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາ ຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນ .

error: Content is protected !!