ປະທານປະເທດ ຕ້ອນຮັບຮອງຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງລາຊະອານາຈັກກຳປູເຈຍ

    ໃນວັນທີ 30 ສິງຫາ 2022 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ ຜູ້ບັນຊາການທະຫານບົກກອງທັບແຫ່ງລາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 29-31 ສິງຫາ 2022.

    ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຂອງທ່ານຮອງຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງລາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນຮ່ວມມື ລາວ-ກຳປູເຈຍ ທີ່ມີມູນເຊື້ອມາແລ້ວໃຫ້ເລິກເຊິ່ງກວ້າງຂວາງກວ່າເກົ່າ ໂດຍສະເພາະ ເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງກອງທັບ ລາວ-ກຳປູເຈຍ ບົນຈິດໃຈມູນເຊື້ອສາຍພົວພັນທີ່ດີງາມ ແລະ ມີຄວາມຊື່ສັດຕໍ່ກັນຕະຫຼອດມາ ຍາມໃດ ລາວ ແລະ ກຳປູເຈຍ ກໍໄດ້ຮ່ວມມືເຊິ່ງກັນ ແລະ ກັນ ແນໃສ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງສອງປະເທດ.

    ໂອກາດດຽວກັນ ທ່ານຮອງຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງລາຊະອານາຈັກກຳປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບໃຫ້ໝັ້ນຄົງຍາວນານ ໂດຍສະເພາະສອງກອງທັບ ກຳປູເຈຍ-ລາວ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອຜົນປະໂຫຍດອັນຍາວນານຂອງສອງຊາດ ສອງກອງທັບ ແລະ ປະຊາຊົນສອງຊາດ ກຳປູເຈຍ-ລາວ.

error: Content is protected !!