LaoVietBank ໄດ້ຮັບລາງວັນ Best Retail Bank Lao 2022

****************************************************

   ວັນທີ 15 ສິງຫາ 2022 ວາລະສານ Global Banking & Finance Review (GBAF) ໄດ້ໃຫ້ກຽດມອບລາງວັນ Best Retail Bank Lao 2022 (ທະນາຄານສຳລັບລູກຄ້າລາຍຍ່ອຍທີ່ດີທີ່ສຸດໃນລາວ ປະຈຳປີ 2022) ໃຫ້ກັບທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ (LaoVietBank) ເຊິ່ງນີ້ແມ່ນປີທຳອິດທີ່ LaoVietBank ເປັນທະນາຄານໜຶ່ງດຽວໃນລາວ ທີ່ໄດ້ຮັບກຽດຮັບລາງວັນນີ້.

    ວາລະສານ GBAF ກໍໄດ້ຕີລາຄາສູງເຖິງຄວາມພະຍາຍາມຂອງ LaoVietBank ໃນການພັດທະນາລະບົບທະນາຄານ ສຳລັບລູກຄ້າລາຍຍ່ອຍຂອງ LaoVietBank ໃນໄລຍະທີ່ຜ່ານມາ. ເຊິ່ງລາງວັນດັ່ງກ່າວເປັນການຮັບຮູ້ເຖິງຄວາມພະຍາຍາມຂອງທະນາຄານ LaoVietBank ດ້ວຍການວາງທິດທາງໃນການນຳເອົາຜະລິດຕະພັນ ແລະ ການບໍລິການທະນາຄານທີ່ສະດວກ ທັນສະໄໝ ສະໜິດສະໜົມ ເປັນມືອາຊີບ ແລະ ຈິງໃຈໃນການບໍລິການລູກຄ້າ.

    ວາລະສານ Global Banking And Finance Review ເປັນວາລະສານທີ່ມີຜູ້ເຂົ້າຊົມຫຼາຍກວ່າ 3 ລ້ານຄົນໃນແຕ່ລະປີ (ຫຼາຍກວ່າ 7 ລ້ານຄັ້ງ) ເປັນຫນຶ່ງໃນສື່ສິ່ງພິມການເງິນອອນລາຍຊັ້ນແນວໜ້າຂອງໂລກ ທີ່ຊ່ຽວຊານດ້ານການໃຫ້ລາງວັນທາງດ້ານການເງິນທີ່ຈັດອັນດັບໂດຍ Alexa (ຫົວໜ່ວຍໃຫ້ຂໍ້ມູນການເຂົ້າເຖິງ ການຈັດອັນດັບທົ່ວໂລກ ແລະ ຂໍ້ມູນອື່ນໆຫຼາຍກວ່າ 30 ລ້ານເວັບໄຊ).

    ແຫຼ່ງທີ່ມາຂອງການຮັບລາງວັນ: https://www.globalbankingandfinance.com/global-banking-finance-awards-2022-award-winners/

————————–

ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline: 1440

LaoVietBank

www.laovietbank.com.la

error: Content is protected !!