ຈະພັດທະນາເມືອງອຸດສາຫະກຳທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມຢູ່ເມືອງນາໝໍ້

    ອຳມະຕະ ລົງນາມສຳປະທານກັບລັດຖະບານ ສປປ ລາວ ຜ່ານບໍລິສັດ ອຳມະຕະ ຊີຕີ້ລາວ ຈຳກັດ ພັດທະນາໂຄງການ AMATA Smart and Eco City Namor ແຂວງອຸດົມໄຊ ສູ່ເມືອງທັນສະໄໝເປັນມິດຕໍ່ສິ່ງແວດລ້ອມ ໃນເນື້ອທີ່ 3.150 ເຮັກຕາ ແລະ ຈະພັດທະນາໂຄງການໄລຍະທຳອິດປີນີ້ ໃນເນື້ອທີ່ 1.292 ເຮັກຕາ ເຊິ່ງເປັນໂຄງການແຫ່ງທີ 2 ພາຍຫຼັງທີ່ພັດທະນາໂຄງການ AMATA Smart and Eco City ທີ່ ນາເຕີຍ ແຂວງຫຼວງນໍ້າທາ ມາກ່ອນໜ້ານີ້ແລ້ວ.

    ພິທີເຊັນສັນຍາໂຄງການພັດທະນາເມືອງອຸດສາຫະກຳທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ໃນເນື້ອທີ່ 3.150 ເຮັກຕາ ລະຫວ່າງລັດຖະບານແຫ່ງສປປ ລາວ ກັບ ບໍລິສັດ ອຳມະຕະ ຊີຕີ້ລາວ ຈຳກັດ ຈັດຂຶ້ນວັນທີ 25 ສິງຫາ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍຮ່ວມເຊັນສັນຍາຄັ້ງນີ້ ມີຂຶ້ນລະຫວ່າງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວະລົງ ຕັ້ງປະພຶດກຸນ ຜູ້ອຳນວຍການບໍລິສັດ ອຳມະຕະ ຊີຕີ້ລາວ ຈຳກັດ ແລະ ເຊັນເປັນພະຍານມີທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ແລະ ທ່ານ ນາງ ລີນ່າ ອື້ງ ປະທານບໍລິຫານຝ່າຍລົງທຶນ ບໍລິສັດ ອຳມະຕະ ຊີຕີ້ລາວ ຈຳກັດ ມີພາກສ່ວນທີ່ກ່ຽວທັງສອງຝ່າຍເຂົ້າຮ່ວມ.

    ສຳລັບການຮ່ວມມື ແລະ ການເຮັດວຽກ ອຳມະຕະໄດ້ຮ່ວມກັບລັດຖະບານ ສປປ ລາວ ມາຕັ້ງແຕ່ປີ 2018 ເພື່ອພັດທະນາໂຄງການ AMATA Smart and Eco City Namor ເຊິ່ງໄດ້ພັດທະນາຕາມແນວຄິດ AMATA Smart and Eco City ນາເຕີຍ ມີການລົງນາມໃນຂໍ້ຕົກລົງສຳປະທານໄປຕັ້ງແຕ່ເດືອນມັງກອນ 2022 ເຊິ່ງຜ່ານການລົງທຶນ ແລະ ດຳເນີນການຂອງບໍລິສັດ ອຳມະຕະ ຊີຕີ້ລາວ ຈຳກັດ ເຊິ່ງເປັນບໍລິ ສັດຍ່ອຍທີ່ອຳມະຕະເປັນເຈົ້ຳຂອງ ໂດຍຄາດວ່າຈະໃຊ້ເງິນລົງທຶນໃນເບື້ອງຕົ້ນປະມານ 500 ລ້ານໂດລາ ສະຫະລັດ.

.

# ຂ່າວ – ພາບ : ຊິລິການດາ

error: Content is protected !!