ເຈົ້າແຂວງໄຊສົມບູນ ຢ້ຽມຢາມ ແລະ ເຮັດວຽກທີ່ແຂວງເຊີນລາ ສສ.ຫວຽດນາມ.

    ວັນທີ 29 ສິງຫາ 2022 ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງແຂວງໄຊສົມບູນ ສປປ ລາວ ເຂົ້າພົບປະຢ້ຽມຢາມທ່ານ ຫງວນ ຫຶວ ດົງ ກໍາມະການຄະນະບໍລິຫານງານສູນກາງພັກ ເລຂາພັກແຂວງ ປະທານສະມາຊິກສະພາແຫ່ງຊາດແຂວງ ພ້ອມດ້ວຍຄະນະນໍາຂັ້ນສູງຂອງແຂວງເຊີນລາ ສສ.ຫວຽດນາມ ມີທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ.ຫວຽດນາມ ພ້ອມດ້ວຍບັນດາຄະນະຜູ້ແທນຂັ້ນສູງຂອງແຂວງໄຊຍະບູລີ ແລະ ແຂວງຊຽງຂວາງເຂົ້າຮ່ວມ.

    ໂອກາດດຽວກັນນີ້ ຜູ້ແທນຂັ້ນສູງທັງສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນດ້ວຍຄວາມຈິງໃຈ ແລະ ຕີລາຄາສູງຕໍ່ກັບຜົນສໍາເລັດທີ່ທັງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ສາມາດຍາດມາໄດ້ໃນໄລຍະຜ່ານມາ ຫຼັງຈາກນັ້ນ ຄະນະຜູ້ແທນຂັ້ນສູງທັງສອງຝ່າຍ ກໍໄດ້ເດີນທາງໄປວາງພວງມາລາ ຖະຫວາຍທູບທຽນຢູ່ອະນຸສາວະລີ ປະທານໂຮ່ຈີມິງ ເພື່ອສະແດງຄວາມເຄົາລົບ ອາໄລເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານໂຮ່ຈີມິງ ແລະ ບັນດາລູກຫຼານນັກປະຕິວັດຜູ້ດີເດັ່ນຂອງຊາດ ທີ່ໄດ້ເສຍສະຫຼະເລືອດເນື້ອ ເຫື່ອແຮງຕໍ່ສູ້ຢ່າງພິລະອາດຫານ ນໍ້າໃຈເສຍສະຫຼະອັນຫຍິ່ງໃຫຍ່ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ທ້ອນໂຮມປະເທດໃຫ້ເປັນເອກະພາບ ເພື່ອເປົ້າໝາຍສັງຄົມນິຍົມ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!