ກິດຈະກໍາປັ່ນລົດຖີບເພື່ອສະເຫຼີມສະຫຼອງວັນສໍາຄັນຂອງຊາດ-ຂອງພັກ

    ວັນທີ 28 ສິງຫາ 2022 ເມືອງສັງທອງ ນວ ຈັດກິດຈະກໍາປັ່ນລົດຖີບເພື່ອສຸຂະພາບ ເນື່ອງໃນໂອກາດສະເຫຼີມສະຫຼຶງວັນຢຶດອໍານາດ 23 ສິງຫາ ຄົບຮອບ 47 ປີ (23/8/1975-23/8/2022) ຊົມເຊີຍວັນສ້າງຕັ້ງເມືອງສັງທອງຄົບຮອບ 29 ປີ (11/11/1993-11/11/2022) ແລະ ລະນຶກເຖິງວັນເກີດຂອງທ່ານ ສີທອງ ວິລະຊົນແຫ່ງຊາດ ຄົບຮອບ 97 ປີ ການຈັດກິດຈະກໍາໃນຄັ້ງນີ້ ໂດຍໃຫ້ກຽດເຂົ້າຮ່ວມ ມີທ່ານ ພົງສະຫວັນ ເຈົ້າເມືອງສັງທອງ ທ່ານ ກາບຊ້ອນ ສຸວັນນະຣາດ ເລຂາສະຫະພັນລົດຖີບແຫ່ງຊາດລາວ ທ່ານ ສະຫຼອງ ສີທຸມທອງ ເຊີ່ງເປັນລູກຊາຍຂອງທ່ານສີທອງວິລະຊົນແຫ່ງຊາດ ມີບັນດາ ການນໍາເມືອງ ກຸ່ມລົດຖີບເພື່ອສຸຂະພາບຈາກ ນະຄອນຫຼວງວຽງຈັນ – ເມືອງສັງທອງ ພ້ອມດ້ວຍພະນັກງານ ທະຫານ ຕໍາຫຼວດ ອ້ອມຂ້າງເມືອງ.

    ກິດຈະກໍາປັ່ນລົດຖີບເພື່ອສຸຂະພາບໃນຄັ້ງນີ້ ມີນັກປັ່ນລົດຖີບທີ່ມາຈາກກຸ່ມຕ່າງໆມີທັງໝົດ 350 ທ່ານ ເຊີ່ງມາຈາກ 21 ກຸ່ມ ນອກຈາກນັ້ນກໍຍັງມີນັກປັ່ນລົດຖີບສະມັກຫຼີ້ນທີ່ມາຈາກນະຄອນຫຼວງວຽງຈັນ-ເມືອງເຂົ້າຮ່ວມອີກຈໍານວນໜຶ່ງ ການຈັດກິດຈະກໍາປັ່ນລົດຖີບເພື່ອສຸຂະພາບໃນຄັ້ງນີ້ ຈຸດປະສົງກໍເພື່ອເປັນການສະເຫຼີມສະຫຼອງແລະຊົມເຊີຍວັນສໍາຄັນຂອງຊາດ-ຂອງພັກແລ້ວ ຍັງເປັນການລະດົມທຶນປະກອບສ່ວນຊື້ອຸປະກອນການຮຽນ-ການສອນ ແລະ ອຸປະກອນກິລາໃຫ້ກັບໂຮງຮຽນທີ່ຍັງຂາດເຂີນ ທັງເປັນການດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ແລະ ສໍາຜັດກັບທໍາມະຊາດທີ່ງົດງາມ ສົດຊື່ນຂອງເມືອງສັງທອງ ທັງເປັນການປູກຈິດສໍານຶກໃຫ້ກັບນ້ອງນ້ອຍເຍົາວະຊົນ ຊາວໜຸ່ມ ຫັນມາຫຼີ້ນກິລາເພື່ອຫ່າງໄກຈາກສິ່ງເສບຕິດ.

# ຂ່າວ – ພາບ : ວຽງມາ

error: Content is protected !!