ສສຊ-ສສນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ພະນັກງານການນໍາຫຼັກແຫຼ່ງຢູ່ເມືອງສັງທອງ.

    ວັນທີ 30 ສິງຫາ 2022 ຢູ່ທີ່ສະໂມສອນເມືອງສັງທອງ ນະຄອນຫຼວງວຽງຈັນ (ນວ) ໄດ້ມີພິທີຕ້ອນຮັບ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼງວຽງຈັນ ຊູດທີ 2 ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ແລະ ສະພາປະຊາຊົນ ນວ ຊຸດທີ2 ເຊິ່ງນໍາພາໂດຍທ່ານ ນາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ປະຈໍາເຂດເລືອກຕັ້ງທີ 1 ນວ ຄະນະປະຈໍາສະພາແຫ່ງຊາດຊຸດທີ 2 ປະທານຄະນະກໍາມະທິການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ນວ ມີທ່ານ ທອງສະຫວັນ ມີບຸນ ສະມາຊິກສະພາແຫ່ງຊາດຊຸດທີ 9 ປະຈໍາເຂດເລືອກຕັ້ງທີ 1 ປະທານຄະນະບໍລິຫານງານສະມາຄົມຜູ້ຜະລິດ ແລະ ປຸງແຕ່ງກະສິກໍາແຫ່ງຊາດລາວ ປະທານບໍລິສັດພັນເພັດ ພັດທະນາກະສິກໍາ ທ່ານ ຄໍາສວຍ ອຸ່ນດາລາ ສະມາຊິກສະພາປະຊາຊົນ ນວ ຊຸດທີ 2 ຫົວໜ້າສະມາຊິກສະພາປະຊາຊົນ ນວ ປະຈໍາເມືອງສັງທອງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ທ່ານ ນາງ ໄຊພອນ ແສງຈັນ ສະມາຊິກສະພາປະຊາຊົນ ນວ ຊຸດທີ 2 ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນ ນວ ປະຈໍາເຂດເລືອກຕັ້ງເມືອງສັງທອງ ຄະນະປະຈໍາພັກ ຫົວໜ້າຄະນະຈັດຕັ້ງເມືອງ ທ່ານ ບຸນຮອງ ດວງມາລາ ສະມາຊິກສະພາປະຊາຊົນ ນວ ຊຸດທີ 2 ປະຈໍາເມືອງສັງທອງ ຫົວໜ້າຫ້ອງການສາທາລະນະສູກເມືອງ ໂດຍເປັນກຽດຕ່ອນຮັບຂອງ ທ່ານ ພົງສະຫວັນ ສີລິພັກ ເຈົ້າເມືອງສັງທອງ ພ້ອມດ້ວຍຄະນະ ໃນນັ້ນມີບັນດາ ຄະນະປະຈໍາພັກ ຄະນະພັກ ຫົວໜ້າ-ຮອງຫ້ອງການ ນາຍແລະພົນທະຫານ-ນາຍແລະພົນຕໍາຫຼວດ ຕະຫຼອດຮອດພະນັກງານສະມາຊິກພັກພະນັກງານລັດຖະກອນເຂົ້າຮ່ວມ.

    ໂອກາດດັ່ງກ່າວ ທ່ານເຈົ້າເມືອງສັງທອງ ໄດ້ລາຍງານແຜນພັດທະນາເສດຖະກິດຂອງເມືອງສັງທອງ ເຊິ່ງໄດ້ວາງຄາດໝາຍສູ້ຊົນແຕ່ນີ້ຮອດປີ 2024 ຈະສ້າງເມືອງສັງທອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ມາດຖານ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງເມືອງໜ້າຢູ່ໃຫ້ບັນລຸຕາມຕົວຊີ້ວັດ 3 ສ ເສດຖະກິດຂະຫຍາຍຕົວຕໍ່ເນື່ອງໃນລະດັບ 7,7% ຂຶ້ນເມືອ ຍອດຜະລິດຕະພັນບັນລຸໄດ້ 1.623 ຕື້ກີບ ສະເລ່ຍລາຍຮັບຕໍ່ຫົວຄົນ 45 ລ້ານກີບ ເທົ່າກັບ 5.132 ໂດລາຕໍ່ຄົນຕໍ່ປີ ມາຮອດປະຈຸບັນ ເກັບລາຍຮັບເຂົ້າງົບແະມານໄດ້ທັງໝົດ 6.509.694.470 ກີບ ເທົ່າກັບ 58,94% ຂອງແຜນການປີ  ນອກນີ້ຍັງສາມາດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການ 3 ປີຊ້ອນ ແລະ ການພັດທະນາເມືອງສັງທອງຈະຕ້ອງໄດ້ສຸມໃສ່ 3 ເຂດພັດທະນາຄື: ເຂດພັດທະນານໍ້າຕອນລຽບພູພະນັງ ລວມມີ 16 ບ້ານ ກໍານົດເປັນເຂດຜະລິດກະສິກໍາ ປູກເຂົ້າ ພືດຜັກ ແລະ ການທ່ອງທ່ຽວທາງດ້ານປະຫວັດສາດ ທໍາມະຊາດ ເຂດພັດທະນາທາງເລກທີ 11 ລຽບຕາມນໍ້າຂອງ ລວມມີ 13 ບ້ານ ກໍານົດເປັນເຂດອຸດສາຫະກໍາ-ການຄ້າ ແລະ ການບໍລິການທ່ອງທ່ຽວແມ່ນໍ້າຂອງ-ຊົມຕາເວັນຕົກຍາມແລງ ແລະ ການຜະລິດກະສິກໍາສະອາດ ເຂດພັດທະນາລຽບຕາມສາຍນໍ້າສັງ ລວມມີ 6 ບ້ານ ກໍານົດເປັນເຂດກະສິກໍາລ້ຽງສັດໃຫ່ຍ ປູກພືດອຸດສາຫະກໍາ ແລະ ການທ່ອງທ່ຽວທາງກ້ານທໍາມະຊາດ ທົ່ວເມືອງມີເນື້ອທີ່ປູກເຂົ້ານາປີທັງໝົດ 8.500 ເຮັກຕາ ມາຮອດປັດຈຸບັນ ປັກດໍາສໍາເລັດແລ້ວ 100% ໄດ້ຈັດຕັ້ງປະຕິບັດຍຸດທະສາດຂອງການສຶກສາແຫ່ງຊາດ ໂດຍສຸມໃສ່ປັບປຸງຍົກລະດັບການຮຽນ-ການສອນ ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ມີໂຮງໝໍຊຸມຊົນ 1 ແຫ່ງ ສຸກສາລາ 4 ແຫ່ງ ປະຊາຊົນດໍາລົງຊິວິດຖືກຕ້ອງຕາມລັກອານາໄມ 3 ສະອາດດີຂຶ້ນ ແລະ ທົ່ວເມືອງຮັບຮອງເປັນບ້ານວັດທະນະທໍາ 100% ມີຄອບຄົວວັດທະນະທໍາທັງໝົດ 6.113 ຄອບຄົວ ເທົ່າກັບ 93,7% ນອກຈາກນີ້ ທ່ານສະມາຊິກ ສສຊ ແລະ ສສນວ ຍັງໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ9 ແລະ ສະພາປະຊາຊົນ ນວ ຊຸດທີ 2.

# ຂ່າວ – ພາບ : ວຽງມາ

error: Content is protected !!