ເມືອງສີສັດຕະນາກ ໄຂສົກຮຽນໃໝ່ປະຈໍາສົກຮຽນ 2022-2023

    ຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ຈັດພິທີໄຂສົກຮຽນໃໝ່ ປະຈໍາສົກຮຽນ 2022-2023 ຂຶ້ນໃນວັນທີ 30 ສິງຫາ 2022 ຢູ່ໂຮງຮຽນມັດທະຍົມຕອນປາຍສີສັດຕະນາກ ໂດຍມີທ່ານ ທິນນະກອນ ທອງຄໍາ ຮອງເຈົ້າເມືອງສີສັດຕະນາກ ທ່ານ ຂັນໄຊ ແສງສຸນີ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ສິງຄໍາ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງສີສັດຕະນາກ ມີບັນດາຜູ້ບໍລິຫານການສຶກສາທຸກຂັ້ນ ພະນັກງານ ຄູອາຈານ ຜູ້ປົກຄອງ ຕະຫຼອດຮອດນ້ອງນັກຮຽນທົ່ວເມືອງສີສັດຕະນາກ ເຂົ້າຮ່ວມ.

    ທ່ານ ສິງຄໍາ ດວງດາລາ ກ່າວວ່າ: ທົ່ວເມືອງມີໂຮງຮຽນທັງໝົດ 59 ແຫ່ງ ໃນນັ້ນ ພາກລັດ 31 ແຫ່ງ ເອກະຊົນ 28 ແຫ່ງ (ຖ້າຄິດໄລ່ເປັນຊັ້ນຮຽນມີ 88 ແຫ່ງ ໃນນັ້ນ ເອກະຊົນ 57 ແຫ່ງ) ມີໂຮງຮຽນທີ່ບໍ່ຂຶ້ນກັບສຶກສາເມືອງ 4 ແຫ່ງ ຄື: ອະນຸບານ 3 ແຫ່ງ ແລະ ມ.ປາຍ ສົງ 1 ແຫ່ງ ທົ່ວເມືອງມີພະນັກງານຄູ-ອາຈານທັງໝົດ 1.157 ຄົນ ຍິງ 868 ຄົນ ໃນນັ້ນ ຄູເອກະຊົນ 807 ຄົນ ຍິງ 624 ຄົນ ມີນັກຮຽນທັງໝົດ 12.934 ຄົນ ຍິງ 6.032 ຄົນ ນັກຮຽນເອກະຊົນມີ 7.221 ຄົນ ຍິງ 3.527 ຄົນ ມີຫ້ອງຮຽນທັງໝົດ 676 ຫ້ອງ ໃນນັ້ນ ພາກເອກະຊົນມີ 449 ຫ້ອງ ເຊິ່ງໃນສົກຮຽນຜ່ານມາ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຍັງແຜ່ລະບາດຫຼາຍ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການຮຽນ-ການສອນຫຼາຍພໍສົມຄວນ ເຮັດໃຫ້ໂຮງຮຽນຈໍານວນໜຶ່ງບໍ່ສາມາດດໍາເນີນການຮຽນ-ການສອນໄດ້ (ໂດຍສະເພາະແມ່ນຊັ້ນລ້ຽງເດັກ ແລະ ອະນຸບານ) ສໍາລັບຊັ້ນປະຖົມ ແລະ ມັດທະຍົມ ໃນໄລຍະຕົ້ນສົກຮຽນ ກໍຍັງບໍ່ສາມາດດໍາເນີນການຮຽນ-ການສອນແບບເຊິ່ງໜ້າ (ໄດ້ສອນແບບອອນລາຍ ແລະ ຮູບແບບຕ່າງໆຕາມຄວາມເໝາະສົມຂອງແຕ່ລະໂຮງຮຽນ) ຈົນມາເຖິງພາກຮຽນ II ຈຶ່ງໄດ້ມີການຜ່ອນຜັນ ສາມາດເປີດການຮຽນ-ການສອນແບບເຊິ່ງໜ້າໄດ້.

    ສໍາລັບແຜນການຈຸດສຸມໃນສົກຮຽນ 2022-2023 ສືບຕໍ່ປຸກລະດົມພໍ່ແມ່ຜູ້ປົກຄອງເອົາລູກຫຼານຂອງຕົນ ທີ່ມີເກນອາຍຸເຂົ້າຮຽນຊັ້ນລ້ຽງເດັກ-ອະນຸບານ ແລະ ຫ້ອງກຽມປະຖົມ ໃຫ້ໄດ້ຕາມເງື່ອນໄຂຕົວຈິງ ຂະຫຍາຍຫ້ອງຮຽນກຽມປະຖົມໃນບ່ອນທີ່ມີເງື່ອນໄຂ ສືບຕໍ່ຊຸກຍູ້ການຈັດການຮຽນ-ການສອນ ຂອງຊັ້ນລ້ຽງເດັກອະນຸບານໃນແຕ່ລະໂຮງຮຽນ ແລະ ພາຍໃນກຸ່ມ ຊຸກຍູ້ໂຮງຮຽນຕົວແບບໂຮງລ້ຽງເດັກ ແລະ ໂຮງຮຽນອະນຸບານໃຫ້ໄດ້ 1 ແຫ່ງ ພ້ອງທັງສືບຕໍ່ຕິດຕາມເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ນໍາສະຖານການສຶກສາກ່ອນໄວຮຽນ.

    ໂອກາດນີ້ ທ່ານ ທິນນະກອນ ທອງຄໍາ ໄດ້ເນັ້ນໃສ່ບາງບັນຫາ ເຊັ່ນ: ອີງໃສ່ສະພາບໃນປັດຈຸບັນທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອເຮັດໃຫ້ການຮຽນ-ການສອນໄດ້ດໍາເນີນໄປປົກກະຕິ ແລະ ຮັບປະກັນຄຸນນະພາບ ຂໍໃຫ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ພ້ອມດ້ວຍຄູອາຈານ ຈົ່ງເອົາໃຈໃສ່ເປັນພິເສດ ແລະ ມີວິທີການດໍາເນີນການຢ່າງລະອຽດ ພ້ອມທັງໃຫ້ມີການຊຸກຍູ້ຕິດຕາມເປັນປົກະຕິ ໂດຍເນັ້ນໃສ່ການຊອກຫາຈຸດອ່ອນ ຂໍ້ຄົງຄ້າງເພື່ອນໍາມາປັບປຸງແກ້ໄຂ ຜູ້ບໍລິຫານຫານສຶກສາ ພະນັກງານ ແລະ ຄູ-ອາຈານ ຕ້ອງປັບປ່ຽນແບບແຜນວິທີເຮັດວຽກໃຫ້ແທດເໝາະກັບສະພາບການປັດຈຸບັນ ເປັນເຈົ້າການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂບັນຫາທີ່ທຍັງຄົງຄ້າງໃຫ້ໄດ້ຢ່າງເດັດຂາດ ທັງເວລາຕໍ່ຕ້ານ ແລະ ແລະ ສະກັດກັ້ນບັນດາຊ່ອງວ່າງຂອງປາກົດການຫຍໍ້ທໍ້ໃນຂົງເຂດການສຶກສາ ນອກຈາກນີ້ ຕ້ອງເພີ່ມທະວີການຍົກສະຖານະພາບຂອງຄູໃຫ້ສູງຂຶ້ນໃນສັງຄົມ ເອົາໃຈໃສ່ຕັ້ງໜ້າຜັນຂະຫຍາຍແຜນນະໂຍບາຍ ແຜນດໍາເນີນການຄຸ້ມຄອງ ແລະ ແຜນພັດທະນາການສຶກສາໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ຕາມແຕ່ລະໄລຍະ. 

# ຂ່າວ – ພາບ :  ສີພອນ 

error: Content is protected !!