ປະຊາຊົນສະເໜີໃຫ້ແກ້ໄຂບັນຫາໄຟຟ້າບໍ່ພໍໃຊ້ ແລະ ຄຸ້ມຄອງຮ້ານຮັບຊື້-ຂາຍເຫຼັກເສດ

    ປະຊາຊົນກຸ່ມບ້ານໂຊກນ້ອຍ ແລະ ໂຊກໃຫຍ່ ນະຄອນຫຼວງວຽງຈັນ ໄດ້ສະເໜີຜ່ານສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ໄປຍັງພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂບັນຫາຄ່າຄອງຊີບແພງ ສ້ອມແປງເສັ້ນທາງຮ່ອມ ທາງຊອຍເປ່ ກວດກາ ຈຳກັດບັນດາຮ້ານຮັບຊື້ເຫຼັກເສດ ເຫັນວ່າອະນຸຍາດເປີດຫຼາຍຮ້ານ ເປັນເງື່ອໄຂເຮັດໃຫ້ຄົນຂີ້ລັກເພີ່ມຂຶ້ນ ແລະ ຮັບຊື້ເຄື່ອງລັກມາຂາຍ ເປັນຕົ້ນແມ່ນຕະແກັງຢູ່ຄອງລະບາຍນ້ຳ ບັນຫາໄຟຟ້າບໍ່ພໍໃຊ້ ກວດກາຄືນການອະນຸຍາດເປີດຮ້ານອາຫານ ຮ້ານກິນດື່ມ ເຫັນວ່າມີການເພີ່ມຂຶ້ນເລື້ອຍໆໃຫ້ສັງຄົມເບື່ອເມົາ ສະເໜີໃຫ້ເອົາໃຈໃສ່ກ່ຽວກັບປະຊາຊົນຂາຍດິນໄຮ່ນາໃຫ້ນາຍທືນຕ່າງໆ ແລ້ວເຮັດໃຫ້ເປັນດິນເປົ່າຫວ່າງ ບໍ່ມີການສ້າງສາພັດທະນາ ຄວນສະຫງວນໄວ້ເປັນເຂດກະສິກຳຢ່າງລະອຽດຈະແຈ້ງຕື່ມ. 

    ຄໍາສະເໜີດັ່ງກ່າວ ໄດ້ສະເໜີໃນໂອກາດທີ່ທ່ານນາງ ສົມປະເສີດ ສີຫາລາດ ສສຊ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນວ ຮອງປະທານອົງການແນວລາວສາງຊາດ ນວ ແລະ ທ່ານ ບຸນປີງ ປັນຍາຈິດ ສສ ນວ ຊຸດທີ II ປະທາກວດກາພັກ-ລັດເມືອງໄຊເສດຖາ ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ ທີ IX ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 29 ສິງຫາ 2022 ຢູ່ວັດໂຊກນ້ອຍ ມີອຳນາດການປົກຄອງບ້ານໂຊກນ້ອຍ ໂຊກໃຫຍ່ ແລະ ປະຊາຊົນເຂົ້າຮ່ວມ. 

     ທ່ານ ຈັນທະລົມ ພົມມະວິເສດ ຮອງນາຍບ້ານໂຊກນ້ອຍ ໄດ້ລາຍງານສະພາບລວມໂດຍຫຍໍ້ການພັດທະນາພື້ນຖານໂຄງລ່າງ ດ້ານເສດຖະກິດ ວັດທະນະທຳ-ສັງຄົມຕ່າງໆຂອງບ້ານ ໃຫ້ ສສຊ ແລະ ສສຊ ຊາບ ໄລຍະຜ່ານມາ ອຳນາດການປົກຄອງບ້ານ ແລະ ປະຊາຊົນ ໄດ້ເອົາໃຈໃສ່ປະຕິບັດແນວທາງນະໂຍບາຍຂອງພັກ-ລັດວາງອອກ ໄດ້ກຳນົດແຜນວຽກພັດທະນາເສດຖະກິດ-ສັງຄົມຢ່າງມີຈຸດສຸມ ເອົາໃຈໃສ່ວຽກງານການປະຕິບັດວາລະແຫ່ງຊາດ ແລະ ວຽກງານອື່ນໆທີ່ຕິພັນກັບຂະບວນການດັ່ງກ່າວ. ຈາກນັ້ນ ສສຊ ແລະ ສສນວ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ ເພື່ອແນໃສ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນສຳເລັດຂອງກອງປະຊຸມຄັ້ງນີ້ຢ່າງເລີກເຊິ່ງ ພ້ອມທັງເປີດໂອກາດໃຫ້ພໍ່ແມ່ປະຊາຊົນໄດ້ປະກອບຄິດຄຳເຫັນ ແລະ ສະເໜີບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ ເພື່ອສະເໜີໄປຍັງພາກສ່ວນກ່ຽວຂ້ອງແກ້ໄຂ. 

    ຕອນບ່າຍວັນດຽວກັນ ຄະນະຜູ້ແທນດັ່ງກ່າວໄດ້ສືບຕໍ່ລົງພົບປະຜູ້ມີສິດເລືອກຕັ້ງປະຊາຊົນບ້ານ ນາໄຫ ນາໂນ ເມືອງໄຊເສດຖາ ຢູ່ວັດບ້ານນາໄຫ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ ທີ IX ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ເພື່ອໃຫ້ປະຊາຊົນເຂດບ້ານດັ່ງກ່າວໄດ້ຮັບຮູ້ ເຂົ້າໃຈ ແລະ ຮັບຟັງຄໍາສະເໜີຂັດຂ້ອງໃຈຂອງປະຊົນເຂດບ້ານດັ່ງກ່າວຕື່ມອີກ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!