ປະກາດແຕ່ງຕັ້ງຊັບຊ້ອນ-ມອບໝາຍໜ້າທີ່ໃຫ້ພະນັກງານ 91 ທ່ານ

    ພິທີປະກາດແຕ່ງຕັ້ງຊັບຊ້ອນ-ມອບໝາຍໜ້າທີ່ໃຫ້ພະນັກງານທົ່ວວິທະຍາຄານກົມມະດຳ ຈັດຂຶ້ນວັນທີ 29 ສິງຫາ 2022 ເປັນປະທານຂອງທ່ານ ພັນໂທ ຄຳໄຊ ອ່ອນມົນແສງ ຮອງອຳນວຍການ ຫົວໜ້າຫ້ອງການເມືອງວິທະຍາຄານກົມມະດຳ ມີຄະນະຫ້ອງ ກອງພັນ ຄະນະວິຊາຄູ ພະແນກການ ແລະ ບັນດາຜູ້ທີ່ຖືກແຕ່ງຕັ້ງຊັບຊ້ອນເຂົ້າຮ່ວມ.

    ທ່ານ ພັນໂທ ບົວໄລ ພັນທະວົງ ຮອງຫົວໜ້າຫ້ອງການເມືອງວິທະຍາຄານກົມມະດຳ ໄດ້ຜ່ານຂໍ້ຕົກລົງຂອງອຳນວຍການວິທະຍາຄານກົມມະດຳ ວ່າດ້ວຍການແຕ່ງຕັ້ງຊັບຊ້ອນ-ມອບໝາຍພະນັກງານພາຍໃນວິທະຍານຄານກົມມະດຳທີ່ໄດ້ສຶກສາຮຽນຈົບຈາກພາຍໃນ ແລະ ຕ່າງປະເທດ ພ້ອມທັງຢູ່ອົງການກົມກອງ ເຊິ່ງມີຈຳນວນທີ່ຖືກຊັບຊ້ອນທັງໝົດ 91 ທ່ານ.

    ໂອກາດດັ່ງກ່າວ ທ່ານ ພັນໂທ ຄຳໄຊ ອ່ອນມົນແສງ ໄດ້ໂອ້ລົມຕໍ່ພິທີຄັ້ງນີ້ ເຊິ່ງທ່ານກໍໄດ້ຍົກໃຫ້ເຫັນເຖິງການປັບປຸງຊັບຊ້ອນມອບໝາຍໜ້າທີ່ໃນຄັ້ງນີ້ ມັນແມ່ນກົດເກນຂອງລະບົບກົງຈັກການຈັດຕັ້ງ ເພື່ອເຮັດໃຫ້ກົມກອງມີການພັດທະນາດີຂື້ນກ່ວາເກົ່າ ສະນັ້ນ ບັນດາຜູ້ທີ່ຖືກຊັບຊ້ອນ ຈົ່ງຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ ຍົກສູງຄວາມສາມາຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໝູ່ຄະນະ ເພື່ອເຮັດສຳເລັດໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້ ແລະ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີຄວາມກ້າວໜ້າ ເພື່ອສ້າງກົມກອງໃຫ້ມີຄວາມເຂັ້ມແຂງຮອບດ້ານ ເຮັດໃຫ້ກອງທັບກາຍເປັນກອງທັບປະຕິວັດ ແລະ ມີແບບມີແຜນທີ່ທັນສະໄໝຂື້ນໄປເລື້ອຍໆ.

error: Content is protected !!