ການແຂ່ງຂັນດອກປີກໄກ່ຊີງແຊັມທົ່ວປະເທດ ກຽມຈັດຂຶ້ນ 1-4 ກັນຍາ 2022

    ພິທີຖະແຫຼງຂ່າວການແຂ່ງຂັນກີລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 21 ຊີງຂັນທ່ານປະທານສະພາແຫ່ງຊາດ ປະຈຳປີ 2022 ຈັດຂຶ້ນວັນທີ 29 ສິງຫາ 2022 ຢູ່ຄະນະກໍາມະການໂອແລມປິກລາວ (ຄອລ) ໂດຍມີທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄອລ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດ ມີຜູ້ຕາງໜ້າສະຫະແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນດອກປີກໄກ່ ບໍລິສັດ ເບຍລາວ ຈໍາກັດ ຜູ້ໃຫ້ການສະໜັບສະໜູນຫຼັກ ແລະ ນັກຂ່າວສື່ມວນຊົນເຂົ້າຮ່ວມ.

     ທ່ານ ໄຊບັນດິດ ຣາຊະພົນ ເລຂາທິການສະຫະພັນດອກປີກໄກ່ແຫ່ງຊາດ ກ່າວວ່າ:ຈຸດປະສົງຂອງການຈັດແຂ່ງຂັນ ກໍເພື່ອສະເຫຼີມສະຫຼອງວັນສ້າງຕັ້ງວັນລັດຖະທຳມະນູນ ຄົບຮອບ 31 ປີ ທັງເປັນການສ້າງຂະບວນການແຂ່ງຂັນກີລາດອກປີກໄກ່ພາຍໃນປະເທດໃຫ້ມີຄວາມຟົດຟື້ນ ໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ສາມາດເລືອກໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດໃນຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ.

    ການແຂ່ງຂັນໃນຄັ້ງນີ້ ໄດ້ປະກາດການຮັບສະໝັກມີທັງໝົດ 13 ລາຍການ ປະກອບມີ: ຮຸ່ນເຍົາວະຊົນ 8 ລາຍການ ໄດ້ແກ່ ດ່ຽວເຍົາວະຊົນຊາຍ-ຍິງ ອາຍຸບໍ່ເກີນ 12 ປີ ດ່ຽວເຍົາວະຊົນຊາຍ ອາຍຸບໍ່ເກີນ 15 ປີ ດ່ຽວເຍົາວະຊົນຍິງ ອາຍຸບໍ່ເກີນ 15 ປີ ຄູ່ເຍົາວະຊົນຊາຍ ອາຍຸບໍ່ເກີນ 15 ປີ ດ່ຽວເຍົາວະຊົນຊາຍ ອາຍຸບໍ່ເກີນ 18 ປີ ດ່ຽວເຍົາວະຊົນຍິງ ອາຍຸບໍ່ເກີນ 18 ປີ ຄູ່ເຍົາວະຊົນຊາຍອາຍຸບໍ່ເກີນ 18 ປີ ຄູ່ເຍົາວະຊົນປະສົມ ອາຍຸບໍ່ເກີນ 18 ປີ ນອກຈາກນັ້ນ ຍັງມີຮຸ່ນຊາວໜຸ່ມ-ທົ່ວໄປ ອີກ 5 ລາຍການ ຄື:ດ່ຽວຊາຍທົ່ວໄປ ຄູ່ຍິງທົ່ວໄປ ຄູ່ຊາຍທົ່ວໄປ ຄູ່ປະສົມທົ່ວໄປ ຄູ່ສະໝັກຫຼິ້ນຊາຍທົ່ວໄປ ເຊິ່ງຈະໄດ້ດຳເນີນການແຂ່ງຂັນແຕ່ວັນທີ 1 ເຖິງ 4 ກັນຍາ 2022 ຢູ່ສະໂມສອນດອກປີກໄກ່ເສດຖາ (ບຶງຂະຫຍອງ). ມາຮອດປັດຈຸບັນ ຖືວ່າໄດ້ປິດຮັບສະໝັກເປັນທີ່ຮຽບຮ້ອຍ ໃນວັນທີ 28 ສິງຫາ 2022 ໂດຍມີຜູ້ສະໝັກເຂົ້າຮ່ວມທັງໝົດ 354 ຄົນ ຍິງ 25 ຄົນ ເພີ່ມຂຶ້ນຈາກຄັ້ງກ່ອນປະມານ 10% ມີທັງໝົດ 33 ພາກສ່ວນ ທີ່ມາຈາກບັນດາແຂວງ (ສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ຫົວພັນ ອຸດົມໄຊ ຫຼວງພະບາງ ບໍ່ແກ້ວ) ພາກສ່ວນທີ່ມາຈາກບັນດາສະໂມສອນ ແລະ ທີມພາຍໃນນະຄອນຫຼວງວຽງຈັນ.

    ໂອກາດນີ້ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ຈັດການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈໍາກັດ ຍັງໄດ້ມອບເງິນສະໜັບສະໜູນ ຈໍານວນ 176 ລ້ານກີບ ແລະ ຕາງໜ້າຮັບແມ່ນທ່ານ ວຽງສະຫວັນ ແສງຈັນ.

error: Content is protected !!