ສາທາລະນະສຸກສີສັດຕະນາກ ປຸກລະດົມປະຊາຊົນມີສ່ວນຮ່ວມທຳລາຍແຫຼ່ງເພາະພັນ ໜອນນໍ້າຍຸງລາຍ

    ພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ມັກຈະເກີດການລະບາດໃນລະດູຝົນ ເພື່ອຕັດວົງຈອນໜອນນໍ້າຍຸງລາຍ ໃນວັນທີ 27 ສິງຫາ 2022 ຫ້ອງການສາທາລະນະສຸກເມືອງສີສັດຕະນາກ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານຈອມເພັດເໜືອ ຕິດຕາມກວດກາການສ້າງຂະບວນການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ.

    ທ່ານ ນາງ ທິບພາວັນ ໄພມະນີ ຮອງໜ່ວຍງານອະນາໄມ ແລະ ສົ່ງເສີມສຸຂະພາບ ຫ້ອງການສາທາລະນະສຸກເມືອງສີສັດຕະນາກ ໄດ້ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາເຖິງປັດຈຸບັນ ທົ່ວເມືອງສີສັດຕະນາກມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 1.110 ຄົນ ແຕ່ຍັງບໍ່ມີກໍລະນີເສຍຊີວິດ ເພື່ຶອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ພ້ອມກັນປະຕິບັດຫຼັກການ 5 ປ ໂດຍສະເພາະແມ່ນການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ເພື່ອຕັດວົງຈອນໜອນຍຸງ ແລະ ບໍ່ໃຫ້ມີຍຸງລາຍທີ່ເປັນພາຫະນະນຳເຊື້ອໄຂ້ຍຸງລາຍ ດັ່ງນັ້ນ ທາງໜ່ວຍງານທີ່ກ່ຽວຂ້ອງ ຮ່ວມກັບອຳນາດການປົກຄອງເມືອງ ແລະ ບ້ານ ໄດ້ພ້ອມກັນຈັດຕັ້ງປະຕິບັດ ຕິດຕາມກວດກາໃນແຕ່ລະກຸ່ມບ້ານ ເຊິ່ງຈະໜູນວຽນກັນໄປແຕ່ລະອາທິດ.

    ສຳລັບຂະບວນການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ແມ່ນໄດ້ຈັດຕັ້ງປະຕິບັດໃນແຕ່ລະອາທິດ ແລະ ໄດ້ໝູນວຽນກັນໄປແຕ່ລະກຸ່ມ ແຕ່ລະບ້ານ ເຊິ່ງໃນອາທິດນີ້ແມ່ນຈັດຕັ້ງປະຕິບັດຢູ່ກຸ່ມ 5 ກວມເອົາ 7 ບ້ານຄື: ບ້ານ ຈອມເພັດເໜືອ ຈອມເພັດໃຕ້ ໂພນສະຫວ່າງ ຫາຍໂສກ ຈອມແຈ້ງ ໂຄກນິນ ໄຊສະຖານ ແລະ ບ້ານສວນມອນ ສຳລັບບ້ານຈອມເພັດເໜືອ ແມ່ນມີພົນລະເມືອງທັງໝົດ 2.024 ຄົນ  ມີ 386 ຄອບຄົວ 378 ຫຼັງຄາເຮືອນ ມີຜູ້ຕິດເຊື້ອໄຂ້ຍຸງທັງໝົດ 53 ຄົນ ຍິງ 23 ຄົນ.

    ປີນີ້ເປັນປີຮອບວຽນການລະບາດ ເຊິ່ງໃນທຸກໆ 3 ປີໃດ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍກໍຈະເກີດການລະບາດ ດັ່ງນັ້ນ ການໂຄສະນາ ປຸກລະດົມໃຫ້ປະຊາຊົນມີສ່ວນຮ່ວມ ເປັນເຈົ້າການປະຕິບັດ 5 ປ ແຕ່ຫົວທີຈະເປັນການປ້ອງກັນ ແລະ ຕ້ານການລະບາດພະຍາດນີ້ໄດ້.

error: Content is protected !!