ສົກຮຽນຜ່ານມາ ນວ ມີນັກຮຽນໄດ້ຮັບໃບປາກາສະນິຍະບັດແດງເພີ່ມຂຶ້ນ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະຫຼຸບຜົນການສອບເສັງຈົບຊັ້ນມັດທະຍົມຕົ້ນ (ມ4) ແລະ ຊັ້ນມັດທະຍົມປາຍ (ມ7) ປະຈໍາສົກຮຽນ 2021-2022 ຂອງ ນວ ຂຶ້ນ ວັນທີ 26 ສິງຫາ 2022 ທີພັດທະນາຄານດາວວຽງ ນວ ໂດຍມີທ່ານ ພົນຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະບໍລິຫານງານພັກ ນວ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທ່ານຫົວໜ້າຫ້ອງການສຶກ ສາທິການ ແລະ ກີລາ ເມືອງ ແຂກຖືກເຊີນ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງນັກ ຮຽນເຂົ້າຮ່ວມ.

    ທ່ານ ສົມພອນ ສອນດາລາ ໄດ້ກ່າວລາຍງານ ກ່ຽວກັບຜົນການສອບເສັງຈົບຊັ້ນ ມ4 ມ7 ສົກຮຽນ ຜ່ານມາວ່າ: ທົ່ວ ນວ ມີໂຮງຮຽນມັດທະຍົມສຶກສາທັງໝົດ 187 ແຫ່ງ ໃນນັ້ນ ມີໂຮງຮຽນເອກະຊົນ 81 ແຫ່ງ ໂຮງຮຽນທີ່ມີຊັ້ນ ມ4 ຈຳນວນ 166 ແຫ່ງ ເພີ່ມຈາກສົກຮຽນຜ່ານມາ 1 ແຫ່ງ ຈຳນວນນັກຮຽນ ມ4 ມີ 11.836 ຄົນ ຍິງ 6.087 ຄົນ ໂຮງຮຽນມີຊັ້ນ ມ7 ມີ 102 ແຫ່ງ ເພີ່ມຂຶ້ນ 3 ແຫ່ງ ນັກຮຽນມີ 9.537 ຄົນ ຍິງ 4.935 ຄົນ.

    ຜົນການສອບເສັງ ມ4 ສອບເສັງວັນທີ 6-8 ກໍລະກົດ 2022 ມີ 6 ວິຊາ ຄື: ພາສາລາວ-ວັນນະຄະດີ ຄະນິດສາດ ວິທະຍາສາດທໍາມະຊາດ ວິທະຍາສາດສັງຄົມ ສຶກສາພົນລະເມືອງ ແລະ ພາສາອັງກິດ ແບ່ງເປັນ 50 ສູນສອບເສັງ ມີໜ້າສອບເສັງຕົວຈິງ 11.238 ຄົນ ຍິງ 5.742 ຄົນ ສອບເສັງໄດ້ທັງໝົດ 11.229 ຄົນ ຍິງ 5.737 ຄົນ ເທົ່າກັບ 99,90% ສອບເສັງໄດ້ສົມບູນຄະແນນທຸກວິຊາບໍ່ຫຼຸດ 5 ມີ 3.233 ຄົນ ຍິງ 1.705 ຄົນ ເທົ່າກັບ 28,77% ເສັງໄດ້ຄະແນນຮອບດ້ານທຸກວິຊາບໍ່ຫຼຸດ 7 ມີຈໍານວນ 1.372 ຄົນ ຍີງ 827 ຄົນ ເທົ່າກັບ 12,21% ເສັງໄດ້ໃບປະກາສະນິຍະບັດແດງ ໄດ້ຄະແນນທຸກວິຊາ 9 ຂຶ້ນໄປມີ 30 ຄົນ ຍິງ 21 ຄົນ ທຽບໃສ່ສົກຮຽນຜ່ານມາ ຍັງສາມາດຮັກສາມາດຕະຖານເດີມ 30 ຄົນ.

    ສຳລັບຊັ້ນມັດທະຍົມສຶກສາຕອນປາຍ ມ7 ສອບເສັງລະຫວ່າງ 14-16 ກໍລະກົດ 2022 ສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ ຄະນິດສາດ ກຸ່ມວິທະຍາສາດທໍາມະຊາດ ກຸ່ມວິທະຍາສາດສັງຄົມ ແລະ ພາສາອັງກິດ ຈັດເປັນ 22 ສູນສອບເສັງ ມີໜ້າສອບເສັງຕົວຈິງ 9.344 ຄົນ ຍິງ 4.821 ຄົນ ສອບເສັງໄດ້ທັງໝົດ 11.229 ຄົນ ຍິງ 5.737 ຄົນ ເທົ່າກັບ 99,90% ສອບເສັງໄດ້ສົມບູນຄະແນນທຸກວິຊາບໍ່ຫຼຸດ 5 ມີ 4.933 ຄົນ ຍິງ 2.709 ຄົນ ເທົ່າກັບ 52,79% ເສັງໄດ້ຄະແນນຮອບດ້ານທຸກວິຊາບໍ່ຫຼຸດ 7 ມີຈໍານວນ 2.609 ຄົນ ຍິງ 1.602 ຄົນ ເທົ່າກັບ 27,92% ເສັງໄດ້ໃບປະກາສະນິຍະບັດແດງ ໄດ້ຄະແນນທຸກວິຊາ 9 ຂຶ້ນໄປມີ 29 ຄົນ ຍິງ 23 ຄົນ ທຽບໃສ່ສົກຮຽນຜ່ານມາ ເພີ່ມຂຶ້ນ 8 ຄົນ.

# ຂ່າວ – ພາບ : ບຸນມີ

error: Content is protected !!