ຢ້ຽມຢາມເຂດເຕັກໂນໂລຊີຂັ້ນສູງ ນະຄອນໂຮ່ຈີມິງ ສສ ຫວຽດນາມ

     ວັນທີ 29 ສິງຫາ 2022 ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ນໍາໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ນຳໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍນັກທຸລະກິດ ໄດ້ໄປຢ້ຽມຢາມຢາມເຂດເຕັກໂນໂລຊີຂັ້ນສູງນະຄອນໂຮ່ຈີມິງ ໃນໂອກາດທີ່ຄະນະຜູ້ແທນເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິງວັນທີ 27 ສິງຫາຫາ 1 ກັນຍາ 2022 ຖືກຕ້ອນຮັບ ແລະ ຮັບຟັງການລາຍງານສະພາບການຄຸ້ມຄອງ ແລະ ບໍລິຫານຂອງເຂດໂດຍທ່ານ ຫງວຽນ ໄອທິງ ຫົວໜ້າຄະນະຄຸ້ມຄອງເຂດເຕັກໂນໂລຊີຂັ້ນສູງ ແລະ ທ່ານຫົວໜ້າພະແນກສົ່ງເສີມການລົງທຶນເຂດດັ່ງກ່າວ ພ້ອມຄະນະ. 

    ເຂດເຕັກໂນໂລຊີຂັ້ນສູງ ເປັນໜຶ່ງໃນ 3 ເຂດເຂດເຕັກໂນໂລຊີຂັ້ນສູງແຫ່ງຊາດຫວຽດນາມ ໂດຍລັດຖະບານໄດ້ມອບໃຫ້ນະຄອນໂຮ່ຈີມິງເປັນຜູ້ຮັບຜິດຊອບໂດຍກົງ ສ້າງຕັ້ງເປັນເຂດນະວັດຕະກຳ ພູມປັນຍາຂອງເສດຖະກິດຂຶ້ນເດືອນຕຸລາ 2002 ໃນເນື້ອທີ່ທັງໝົດ 900 ກວ່າເຮັກຕາ ຕະຫຼອດໄລຍະ 20 ປີແຫ່ງການພັດທະນາເຂດມາຮອດປັດຈຸບັນ ມີໂຄງການລົງທຶທັງໝົກ 100 ກວ່າໂຄງການ ມີທຶນຈົດທະບຽນ 12 ຕື້ໂດລາສະຫະລັດ ມູນຄ່າການສົ່ງອອກປີ 2021 ບັນລຸ 22 ຕື້ໂດລາ ແລະ ຄາດຄະນປີ 2022 ປະມານ 26 ຕື້ໂດລາ ແລະ ມູນຄ່າການສົ່ງອອກກວມ 50% ແມ່ນເຄື່ອງເຕັກໂນໂລຊີນະຄອນໂຮ່ຈີມິງ.

error: Content is protected !!